ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ

10:13 | 15/05/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 14 ພຶດສະພາ, ກຳ​ປັ່ນ 20 ຂອງ​ກອງ​ພົນ 172, ກອງທັບ​ເຮືອ​ເຂດ 3 ​ແລະ ຄະນະ​ຜູ້​ແທນ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ໂດຍ​ພັນ​ເອກ ຫງວຽນ​ກວກ​ກ໋ວາງ, ຮອງ​ຜູ້​ບັນຊາ​ການ​ກອງທັບ​ເຮືອ​ເຂດ 3 ​ໄດ້​ອອກ​ຈາກ​ນະຄອນ ດາ​ຫນັງ ​ເພື່ອ​ເຂົ້າ​ຮ່ວມ​​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ສາກົນ​ຢູ່​ມາ​ເລ​ເຊຍ ​ແລະ ອິນ​ໂດ​ເນ​ເຊຍ.

Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ  Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ "ຂັນທະເລ”
ກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14 ກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14

ຕອນເຊົ້າວັນທີ 14 ພຶດສະພາ, ກຳປັ່ນເລກ 20 ຂຶ້ນກັບກອງພັນນ້ອຍ 172, ເຂດ 3 ກອງທັບເຮືອປະຊາຊົນ ຫວຽດນາມ ໂດຍທ່ານພັນເອກ ຫວຽນກວກກວາງ, ຮອງຜູ້ບັນຊາການໃຫຍ່ທະຫານເຮືອເຂດ 3, ເປັນຫົວໜ້າຄະນະ, ໄດ້ເດີນທາງອອກຈາກນະຄອນ ດ່ານັ້ງ ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ ມາເລເຊຍ ແລະ ອິນໂດເນເຊຍ. ການເດີນທາງນີ້ປະຕິບັດຕາມຄຳເຊີນຂອງກອງທັບເຮືອ ມຽນມາ ແລະ ອິນໂດເນເຊຍ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມພວມມີຢູ່ລະຫວ່າງກອງທັບ ແລະ ກອງທັບເຮືອ ຫວຽດນາມ ກັບກອງທັບ ແລະ ກອງທັບເຮືອບັນດາປະເທດ.

ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ

ໃນການເດີນທາງ 5.000 ໄມ້ທະເລ, ພະນັກງານ ແລະ ນັກຮົບກຳປັ່ນໄດ້ສົມທົບກັນຝຶກຊ້ອມການເດີນທະເລໄລຍະຍາວ, ຍົກສູງກຳລັງຈັດຕັ້ງການຮ່ວມບັນຊາ, ຄວາມສາມາດກ່ຽມພ້ອມການສູ້ຮົບ; ຈັດການລາດຕາເວັນ, ໄປສືບກຳແໜ້ນສະພາບການຢູ່ບັນດາເຂດທະເລໃນການເດີນທະເລ.

ຕາມແຜນການແລ້ວ, ຢູ່ ມາເລເຊຍ, ກຳປັ່ນເລກ 20 ແລະ ຄະນະປະຕິບັດງານຈະເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງໃນຂອບເຂດງານວາງສະແດງການບິນອາວະກາດ ແລະ ການເດີນເຮືອສາກົນ Langkawi (LIMA); ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາຢູ່ ມຽນມາ ແລະ ອິນໂດເນເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.