ຫວຽດນາມ ຄັດຄ້ານ ຈີນ ຕິດຕັ້ງດອກໄຟແຈ້ງສັນຍານຢູ່ເຈື່ອງຊາ

08:13 | 29/05/2023

ຍສໝ - ຫວຽດນາມ ມີພື້ນຖານດ້ານນິຕິກຳ ແລະ ພະຍານຫຼັກຖານດ້ານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ ກໍ່ຄືໝູ່ເກາະ ຮ່ວາງຊາ

ຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມາຈາກ 22 ປະເທດໃນໂລກ ໄດ້ຢ້ຽມຢາມເກາະເຈື່ອງຊາ ຊາວຫວຽດນາມອາໄສຢູ່ຕ່າງປະເທດທີ່ມາຈາກ 22 ປະເທດໃນໂລກ ໄດ້ຢ້ຽມຢາມເກາະເຈື່ອງຊາ
ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ

ວັນທີ 25 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງສູນຮັບປະກັນຄວາມປອດໄພການເດີນເຮືອ, ກະຊວງຄົມມະນາຄົມຂົນສົ່ງ ຈີນ ໄດ້ດຳເນີນການຕິດຕັ້ງດອກໄຟແຈ້ງສັນຍານຢູ່ບາງບ່ອນຂຶ້ນກັບໝູ່ເກາະເຈື່ອງຊາຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ມີພື້ນຖານດ້ານນິຕິກຳ ແລະ ພະຍານຫຼັກຖານດ້ານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ ກໍ່ຄືໝູ່ເກາະ ຮ່ວາງຊາ ທີ່ສອດຄ່ອງກັບກົດໝາຍສາກົນ. ເລື່ອງຕິດຕັ້ງດອກໄຟແຈ້ງສັນຍານຢູ່ໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ມີຄວາມເຫັນດີເຫັນພ້ອມຂອງ ຫວຽດນາມ ແມ່ນລະເມີດອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະນີ້, ດັ່ງນັ້ນບໍ່ມີຜົນສັກສິດທາງດ້ານນິຕິກຳ.

ຫວຽດນາມ ຄັດຄ້ານ ຈີນ ຕິດຕັ້ງດອກໄຟແຈ້ງສັນຍານຢູ່ເຈື່ອງຊາ

ທ່ານນາງ ຟ້າມທູຮັ່ງ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງບໍ່ໃຫ້ມີການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເຄົາລົບອະທິປະໄຕຂອງ ຫວຽດນາມ, ເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.