ພິທີສວດມົນພາວະນາເຖິງດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ

00:00 | 10/08/2023

ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946

ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan ພິທີມອບລາງວັນໝາກຮຸກມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - Azerbaijan
ພິທີວາງສີລາລຶກ ໂຄງການໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ລາວ ພິທີວາງສີລາລຶກ ໂຄງການໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ລາວ
ພິທີສວດມົນພາວະນາເຖິງດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ
ພິທີໄດ້ຈັດຂຶ້ນຢູ່ເຂດອະນຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຮ່ວມສຳພັນສູ້ຮົບ ລາວ- ຫວຽດນາມ

ຕອນບ່າຍວັນທີ 28 ທັນວາ, ຢູ່ອະນຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຮ່ວມສຳພັນສູ້ຮົບ ລາວ- ຫວຽດນາມ ຢູ່ບ້ານເກີນ, ເມືອງ ທຸລະຄົມ, ແຂວງ ວຽງຈັນ, ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946. ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ວົງສຳພັນ, ຮອງເລຂາພັກແຂວງ ວຽງຈັນ ເນັ້ນໜັກວ່າ ພິທີດັ່ງກ່າວແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບວິລະຊົນຂອງສອງປະເທດ ແລະ ເພື່ອໃຫ້ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມສອງປະເທດ, ເຂົ້າໃຈແຈ້ງກ່ວາກ່ຽວກັບການຮ່ວມສຳພັນສູ້ຮົບ, ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍນ້ອງ.

ອານຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມໄດ້ກໍ່ສ້າງສຳເລັດປີ 2011. ຢູ່ເຂດນີ້, ວັນທີ 20 ມັງກອນ 1946, ກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ໄດ້ດັບສູນຖານທີ່ໝັ້ນບ້ານເກີນ (ເມືອງ ທຸລະຄົມ), ຂອງລ່າເມືອງຂຶ້ນ ຝລັ່ງ. ນີ້ແມ່ນໄຊຊະນະມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ, ເປັນຂີດໝາຍພົ້ນເດັ່ນໃຫ້ແກ່ການຮ່ວມມືຂອງກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ໃນໄລຍະຕົ້ນຂອງການປະຕິວັດປົດປ່ອຍຊາດ, ຮັກສາກຳລັງປະຕິວັດຕໍ່ສູ້ຍາວນານ ເພື່ອມຸ່ງໄປເຖິງໄຊຊະນະຢ່າງສົມບູນ.

vovworld.vn

ເຫດການ
302 Found

Found

The document has moved here.