2 ຄ້າຍປ້ອງກັນຊາຍແດນແຂວງດ້ຽນບຽນ ໄດ້ລົງນາມແຮກສ່ຽວກັບກອງຮ້ອຍປ້ອງກັນຊາຍແດນ 163 ປະເທດລາວ

00:00 | 25/07/2023

ຍສໝ - ວັນທີ 10 ກໍລະກົດ, ຢູ່ຕາແສງ ເມິຶ່ອງລອຍ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ, ປ້ອມປ້ອງກັນຊາຍແດນ ​ເມື່ອງ​ຍາ​ ແລະ ​ປ້ອມປ້ອງກັນຊາຍແດນ​ຫ້ວຍ​ປວກ, ທະຫານປ້ອງກັນຊາຍແດນ ດ້ຽນບຽນ ໄດ້ລົງນາມແຮກສ່ຽວກັບກອງຮ້ອຍປ້ອງກັນຊາຍແດນ 163, ກອງບັນຊາການທະຫານແຂວງຫຼວງພະບາງ, ສປປ ລາວ.

ການ​ລົງ​ນາມ​ແຮກສ່ຽວ​ລະຫວ່າງ 3 ຫົວໜ່ວຍ ແມ່ນ​ເພື່ອ​ແນ​ໃສ່​ປະຕິບັດ​ເນື້ອ​ໃນ​ຂອງ​ບົດ​ບັນທຶກຊ່ວຍຈຳການພົບປະເຈລະຈາ ຄັ້ງ​ທີ 14 ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ດ້ຽນບຽນ ຫວຽດນາມ ແລະ ກອງບັນຊາການທະຫານແຂວງຫຼວງພະບາງ ສປປ ລາວ ເຊິ່ງໄດ້ລົງນາມໃນວັນທີ 24 ພະຈິກ 2022, ຜ່ານ​ນັ້ນ​ ກໍ່ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ, ກອງທັບ ​ແລະ ​ແຂວງ ດ້ຽນບຽນ ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ເປັນອັນລະອຽດ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ຕິດພັນກັນ, ໄວ້ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ສົມທົບ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສອງເສັ້ນຊາຍແດນລະຫວ່າງ​ບັນດາຄ້າຍທະຫານປ້ອງກັນຊາຍແດນຊາຍແດນ ຫວຽດນາມ - ລາວ ຂອງທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ກັບບັນດາຫົວໜ່ວຍເຮັດໜ້າທີ່ປ້ອງກັນຊາຍແດນຂອງ 2 ແຂວງຫຼວງພະບາງ ແລະ ຜົ້ງສາລີ (ລາວ).

2 ຄ້າຍປ້ອງກັນຊາຍແດນແຂວງດ້ຽນບຽນ ໄດ້ລົງນາມແຮກສ່ຽວກັບກອງຮ້ອຍປ້ອງກັນຊາຍແດນ 163 ປະເທດລາວ
ມອບບົດບັນທຶກ​ລົງ​ນາມແຮກສ່ຽວ​ລະຫວ່າງ​ປ້ອມປ້ອງກັນຊາຍແດນເມືອງຍາ ​ແລະ ກອງຮ້ອຍປ້ອງກັນຊາຍແດນ 163, ລາວ

​ໃນ​ພິທີ, ຕົວແທນຜູ້ບັນຊາການ​ທັງ 3 ຫົວໜ່ວຍ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ລົງ​ນາມ​ໃນ​ບົດ​ບັນທຶກຊ່ວຍຈຳ ​ໃນ​ບາງເນື້ອ​ໃນ​ທີ່​ຕ້ອງ​ໄດ້​ສຸມ​ໃສ່ ​ແລະ ສົມທົບ​ກັນ​ເຮັດ​ວຽກ​​ໃຫ້​ເປັນ​ຢ່າງ​ດີບັນດາໜ້າຮ່ວມງານຄື: 2 ຝ່າຍ​ຮັກສາ​ການ​ປະຕິບັດ​ສັນຍາ​ວ່າ​ດ້ວຍ​ລະບຽບ​ການ​ດ່ານ​ຊາຍ​ແດນ, ຊາຍແດນດິນຕໍ່ແຜ່ນ ​ແລະ ດ່ານ​ຊາຍ​ແດນ​ຫວຽດນາມ - ລາວ ຢ່າງ​ເຂັ້ມ​ງວດ; ປະສານ​ສົມທົບ​ກັນ​ຕໍ່ສູ້ກັບບັນດາ​​ອາດຊະຍາ​ກຳ​ຄື ການຄ້າຂາຍອາວຸດ​, ວັດຖຸລະເບີດ, ການຄ້າຂາຍຢາເສບຕິດຂ້າມຊາຍແດນ, ການເຂົ້າ - ອອກເມືອງຢ່າງ​ຜິດ​ກົດໝາຍ, ​ປູກ​ໄມ້ຝິ່ນແບບຜິດກົດໝາຍ, ການເຄື່ອນຍ້າຍຖິ່ນຖານແບບ​​ເສລີ, ການ​ຂ້າມຊາຍແດນລ່າ​ສັດ​, ການ​ຂຸດ​ຄົ້ນເຄື່ອງປ່າ ຂອງດົງແບບ​ຜິດ​ກົດໝາຍ, ການປູກຝັງ ​ແລະ ການ​ລ້ຽງປ່ອຍສັດຂ້າມ​ຊາຍ​ແດນ ​ແລະ ອື່ນໆ ຢ່າງມີປະສິດທິຜົນ.

2 ຄ້າຍປ້ອງກັນຊາຍແດນແຂວງດ້ຽນບຽນ ໄດ້ລົງນາມແຮກສ່ຽວກັບກອງຮ້ອຍປ້ອງກັນຊາຍແດນ 163 ປະເທດລາວ
ປ້ອມປ້ອງກັນຊາຍແດນ​ຫ້ວຍ​ປວກ ເເລະ ກອງຮ້ອຍປ້ອງກັນຊາຍແດນ 163 ລົງ​ນາມ​ບົດບັນທຶກແຮກສ່ຽວ​​ລະ​ຫວ່າງ​ສອງ​ຫົວ​ຫນ່ວຍ​.

ພ້ອມ​ກັນ​ນັ້ນ, ກໍ່ຮັກສາການພົບ​ປະ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາເຂດ​ຊາຍ​ແດນຢ່າງເປັນປະຈຳ. ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພ​ທຳ​ມະ​ຊາດ, ໄຟ​ໄໝ້ປ ​ແລະ ການ​ລະ​ເບີດ, ໄຟ​ປ່າ, ​ໄພ​ນ້ຳ​ຖ້ວມ ​ແລະ ການ​ຊອກ​ຫາຊ່ວຍ​ເຫຼືອກູ້ໄພ; ຍາມ​ໃດ​ກໍ່​ສາມັກຄີ, ໜູນຊ່ວຍເຊຶ່ງກັນແລະກັນ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະໄຕຄວາມ​ໝັ້ນຄົງ​ເຂດ​ຊາຍ​ແດນ ​​ເພື່ອ​ຈຸດປະສົງກໍ່ສ້າງເຂດ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.