ກວາງຈີ້, ເຫງະອານ ຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ

00:00 | 24/07/2023

ຍສໝ-ໂດຍຕອບ​ສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ ແລະ ວັນມະຫາສະໝຸດໂລກ (8 ມິຖຸນາ) ປີ 2023, ​ບັນດາແຂວງ​ກວາງ​ຈີ້ ​ແລະ ​ເຫງະອານ ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມການຮ່ວມ​ແຮງຮ່ວມໃຈ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທາງ​ທະ​ເລ ​ແລະ ໝູ່​ເກາະ.

ກວາງ​ຈີ້: ​ ປຸກລະດົມຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ.

ວັນ​ທີ 6 ມິຖຸນາ​ນີ້, ຢູ່​ຕາ​ແສງ ​ຈ້ຽວອານ, ​ເມືອງ ຈ້ຽວ​ຟອງ, ແຂວງ ກວາງ​ຈີ້, ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງກວາງຈີ້ ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນແຂວງ; ຄະນະກໍາມະການປະຊາຊົນເມືອງ ຈ້ຽວ​ຟອງ, ກອງພັນທະຫານ 202 (ກອງບັນຊາການທະຫານເຂດຕຳຫຼວດທະເລ 2) ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ ແລະ ວັນມະຫາສະໝຸດໂລກ (8 ມິຖຸນາ) ປີ 2023.

ກວາງຈີ້, ເຫງະອານ ຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ

ຄະນະ​ຈັດ​ຕັ້ງ​ມອບ​ຂອງຂວັນ​ໃຫ້​ປະຊາຊົນ​ເມືອງ ​ຈ້ຽວ​ຟອງ (ພາບ: ໜັງສືພິມ​ກວາງ​ຈີ້).

ພິທີ​ປຸກລະດົມແມ່ນ​ເພື່ອເຕົ້າໂຮມ​ໂຄສະນາ​, ​ເຜີຍ​ແຜ່​ທັດສະນະ ​ແລະ ແຜນນະໂຍບາຍ​ຂອງ​ພັກ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ, ກົດໝາຍສາກົນກ່ຽວກັບທະເລ ແລະ ໝູ່ເກາະ; ບັນດາສິດ ແລະ ຜົນປະໂຫຍດຖືກຕ້ອງ ແລະ ຊອບທຳຕາມກົດໝາຍຂອງຫວຽດນາມ ຢູ່ທະເລ; ທີ່ຕັ້ງ, ບົດບາດ ແລະ ລະດັບຄວາມສຳຄັນຂອງທະເລ, ໝູ່ເກາະ...; ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ການ​ເກັບໂຮມ, ຂົນ​ສົ່ງ ​ແລະ ແກ້ໄຂ​ຂີ້ເຫຍື້ອຢູ່​ແຄມທະເລ ​ແລະ ​ເທິງບັນດາເກາະ​ຕ່າງໆ; ສົ່ງເສີມການ​ຄົ້ນ​ຄ້ວາກ່ຽວກັບ​ທະ​ເລ, ​ໝູ່ເກາະ, ​ເຄື່ອນ​ໄຫວການຜະລິດ, ​ດຳເນີນທຸລະ​ກິດທີ່ມິດກັບສິ່ງແວດລ້ອມທະ​ເລ...; ລະດົມ, ສົ່ງເສີມ, ຊ່ວຍຊາວປະມົງໃຫ້ມີຄວາມອຸ່ນອ່ຽນໃຈໃນການຕິດພັນຢູ່ທະເລ ເເລະ ປະກອບສ່ວນສ້າງກຳລັງແຮງຄົນ, ວັດຖຸສິ່ງຂອງເພື່ອປະກອບສ່ວນປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ...

ທີ່​ພິທີ, ຜູ້ຕາງໜ້າ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ຕາ​ແສງ​ຄື: ​ຈ້ຽວອານ, ​ຈ້ຽວເວີນ ​ແລະ ຈ້ຽວລັງ ​ໄດ້​ລົງ​ນາມ​ໃນ​ຄຳ​ໝັ້ນ​ສັນຍາ​ກໍ່ສ້າງຮູບ​ແບບ “​ເຂດ​ທີ່​ຢູ່​ອາ​ໄສ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມທາງ​ທະ​ເລ”.

ຄະນະຈັດຕັ້ງໄດ້ມອບທຸງປະເທດຊາດ 200 ຜືນ; ຂອງຂວັນ 10 ພູດ (ມູນຄ່າ 1 ລ້ານດົ່ງ/ພູດ); ຖັງ​ຂີ້​ເຫຍື້ອ​ໃຫ້​ປະ​ຊາ​ຊົນ ຈ້ຽວອານ 12 ຖັງ. ເມືອງ ຈ້ຽວຟອງ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ຊາວ​ປະມົງ ຫວໍກວາ​ງເເລງ ຢູ່​​ບ້ານ ຝູ​ໂຮ້ຍ, ຕາ​ແສງ ​ຈ້ຽວອານ​ ເນື່ອງຈາກກະທຳພິລະອາດຫານ​​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຢູ່​ທະ​ເລ​ໃນ​ວັນ​ທີ 22 ກຸມພາ 2023.

ພາຍຫຼັງພິທີປຸກລະດົມ, ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງ, ກອງພັນ 202 (ກອງບັນຊາການເຂດຕຳຫຼວດທະເລ 2), ສະມາຊິກສະຫະພັນກຳມະບານ, ຊາວໜຸ່ມຕາແສງຈ້ຽວອານ, ຈ້ຽວເວິນ ແລະ ຈ້ຽວລັງ ກໍ່ໄດ້ເຂົ້າຮ່ວມທຳຄວາມສະອາດຫາດຊາຍຂອງຕາແສງຈ້ຽວອານ...

ເຫງະອານຕອບ​ສະ​ຫນອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ​, ເດືອນ​ກິດຈະກຳ​ເພື່ອ​ສິ່ງ​ແວດ​ລ້ອມ

ກວາງຈີ້, ເຫງະອານ ຕອບສະໜອງສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ

ລັດຖະມົນຕີກອງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສະຫາຍ​ ດັ້ງ​ກວກ​ແຄ໋ງ ພ້ອມ​ກັບ​ບັນດາ​ຫົວໜ່ວຍ, ອົງການ​ຈັດ​ຕັ້ງ​ຮ່ວມແຮງຮ່ວມໃຈ​ທຳ​ຄວາມ​ສະ​ອາດຫາດຊາຍທະເລເກືອລໍ (ພາບ: ໜັງສືພິມ ກວາງ​ອານ/ ​ເງ້ອານ).

ຕອນ​ເຊົ້າ​ວັນ​ທີ 4 ມິຖຸນາ​ນີ້, ຢູ່​ເມືອງ ເກື່ອລໍ, ກອງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ຫວຽດນາມ ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເຫງະອານ ​ຈັດ​ຕັ້ງ​ພິທີປຸກລະດົມ​ແຫ່ງ​ຊາດສັບປະດາທະເລ ແລະ ໝຸ່ເກາະ ຫວຽດນາມ; ເດືອນກິດຈະກຳເພື່ອສິ່ງແວດລ້ອມ ໂດຍຕອບສະໜອງວັນມະຫາສະໝຸດໂລກ ແລະ ວັນສິ່ງແວດລ້ອມໂລກ 2023.

ແຂວງ ເຫງະອານ ຈະຊຸກຍູ້ການໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະ ຍົກສູງສະຕິປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຊັບພະຍາກອນ ແລະ ສິ່ງແວດລ້ອມທະເລ, ໝູ່ເກາະ.

ເຕົ້າໂຮມ​ການສຶກສາ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ, ຄວາມ​ສຳຄັນ​ຂອງ​ທະ​ເລ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັບມືກັບປ່ຽນແປງຂອງດິນຟ້າອາກາດ ເເລະ ປ້ອງກັນໄພທຳມະຊາດ .

​ໃນຂອບເຂດພິທີປຸກລະດົມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສົມທົບກັບສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ມອບຂອງຂວັນທີ່ລະນຶກເຖິງສະມາຄົມຜູ້ໍອາຍຸສູງ ແຂວງ ເຫງະອານ. ການນຳແຂວງ ເຫງອານ ແລະ ຮ່າຕິງ ໄດ້ມອບທຸງຊາດໃຫ້ຊາວປະມົງ, ໃນລາຍການ “ທຸງຊາດໜຶ່ງລ້ານຜືນພ້ອມກັບຊາວປະມົງຕິພັນຢູ່ທະເລ” ຂອງໜັງສືພິມ ແຮງງານ.

ໃນຕອນທ້າຍພິທີປຸກລະດົມ, ການນຳກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ພ້ອມກັບບັນດາຄະນະ, ອົງການ, ຫົວໜ່ວຍ, ການນຳແຂວງ ເຫງະອານ ແລະ ຮ່າຕິງ ໄດ້ສົມທົບກັນທຳຄວາມສະອາດຢູ່ທະເລເກືອລໍ່ ແລະ ປູກຕົ້ນໄມ້ສີຂຽວ ເພື່ອປົກປັກຮັກສາສິ່ງແວດລ້ອມ.

ດີງເລື້ອງ

ເຫດການ