ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ໄດ້ປຶກສາຫາລືກ່ຽວກັບທະເລຕາເວັນອອກ

10:55 | 11/08/2023

ຍສໝ - ຕາມ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ອິນ​ໂດ​ເນ​ເຊຍ ​ແລ້ວ, ກອງ​ປະຊຸມ​ສຸດ​ຍອດສະມາຄົມປະຊາຊາດ ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 43 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 5 – 7 ກັນຍາ, ໂດຍສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງອາ​ຊຽນ ​ແລະ ບັນດາ​ບັນຫາ​ສຳຄັນ, ​ໃນ​ນັ້ນ​ມີທະເລ​ຕາ​ເວັນ​ອອກ.

ອິນໂດເນເຊຍ ຈະດຳເນີນການເຈລະຈາຮອບຕໍ່ໄປ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ ອິນໂດເນເຊຍ ຈະດຳເນີນການເຈລະຈາຮອບຕໍ່ໄປ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ
ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອ

ທ່ານ Usman Kansong, ຫົວໜ້າ​ກົມ​ການຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ມວນ​ຊົນ, ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຈະ​ປຶກສາ​ຫາລື​ບັນດາ​ບັນຫາທີ່ສຳຄັນເຊິ່ງພວມ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ, ກໍ່ຄື​ບັນດາ​ບັນຫາການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ. ຕາມ​ນັ້ນ​ແລ້ວ, ກອງ​ປະຊຸມ ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລທະເລ​ຕາ​ເວັນ​ອອກ(COC), ສົນທິສັນຍາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ວ່າ​ດ້ວຍການປອດອາວຸດ​ນິວ​ເຄຼຍ (SEANFWZ), ວິ​ໄສ​ທັດ​ທະ​ເລ​ອາ​ຊຽນ, ວິ​ໄສ​ທັດ​ອາ​ຊຽນກ່ຽວ​ກັບ​ມະຫາ​ສະໝຸດ​ອິນເດຍ - ປາຊີ​ຟິກ (AOIP) ​ແລະ ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ມຽນມາ.

ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ໄດ້ປຶກສາຫາລືກ່ຽວກັບທະເລຕາເວັນອອກ

ຕາມ​ຂ່າວ​ແຈ້ງວ່າ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 43 ​ແລະ ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ຈະ​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​ຈາ​ກາ​ຕາ (JCC) ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳ 26 ປະ​ເທດ. ນອກຈາກ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນແລ້ວ, ​ເຂົ້າ​ຮ່ວມໃນ​ກອງ​ປະຊຸມ​ ກໍ່ມີ​ການ​ນຳ​ບັນດາ​ຄູ່​ເຈລະຈາ ​ຄື: ອົດ​ສະ​ຕາ​ລີ, ອິນ​ເດຍ, ຈີນ, ຍີ່​ປຸ່ນ, ສ.​ເກົາຫຼີ, ລັດ​ເຊຍ, ອາ​ເມ​ລິ​ກາ, ກາ​ນາ​ດາ ​ແລະ ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ.

ນອກ​ນີ້, ກອງ​ປະຊຸມປິ່ນອ້ອມ​ຈຳນວນໜຶ່ງກໍ່ຈະ​ຈັດ​ຂຶ້ນໃນສັບປະດາ​ກອງ​ປະຊຸມສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 43 ​, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ​ອາ​ຊຽນ ຈັດຕັ້ງ​ໂດຍ​ການ​ເປັນເຈົ້າພາບຂອງ ຫ້ອງການ​ການ​ຄ້າ​ ແລະ​ ອຸດສາຫະກຳ ​ອິນ​ໂດ​ເນ​ເຊຍ (KADIN), ​ແລະ ​ເວທີ​ປາ​ໄສ​ການ​ລົງທຶນ​ອາ​ຊຽນ ​ໂດຍ​ຄະນະ​ກຳມະການ​ປະສານ​ງານ​ການ​ລົງທຶນ ​ອິນ​ໂດ​ເນ​ເຊຍ (BKPM).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.