ຊາວຫວຽດນາມ ອາໄສຢູ່ລັດເຊຍ ຕ້ອນຮັບຄະນະກອງທັບປະຊາຊົນ ຫວຽດນາມ ຢູ່ສະໜາມຫຼວງແດງ

00:10 | 07/05/2025

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ພຶດສະພາ (ຕາມ​ເວລາ​ຮ່າ​ໂນ້ຍ), ຢູ່​ສະໜາມ​ຫຼວງ​ແດງ, ນະຄອນຫຼວງ​ ມົດ​ສະ​ກູ (ສະຫະພັນ​ລັດ​ເຊຍ) ໄດ້​ດຳ​ເນີນ​ການ​ຊ້ອມ​ຂັ້ນ​ຕົ້ນ​ໃນພິທີການ​ແຫ່​ຂະ​ບວນເພື່ອ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ໄຊຊະນະ​ໃນ​ສົງຄາມປົກປັກຮັກສາປະເທດຊາດ​ທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ2025). ມີ​ນັກ​ສຶກ​ສາ​ຫວຽດ​ນາມ ແລະ​ ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ນັບ​ຮ້ອຍ​ຄົນ​ໄດ້ມີໜ້າ​ແຕ່​ຕອນ​ເຊົ້າ​ຢູ່​ເສັ້ນ​ທາງນໍາໄປສູ່​ສະໜາມ​ຫຼວງ​ເພື່ອ​ຕ້ອນ​ຮັບ​ຄະ​ນະ​.

ຊາວຫວຽດນາມ ຢູ່ຕ່າງປະເທດສະເໜີ 4 ມາດຕະການແກ້ໄຂເພື່ອໃຫ້ ຫວຽດນາມ ຍາດແຍ່ງກາລະໂອກາດພັດທະນາປັນຍາປະດິດ
ຊາວຫວຽດນາມ ອາໄສຢູ່ລັດເຊຍ ສົ່ງຢາປິ່ນປົວໂຄວິດ - 19 ໃຫ້ບ້ານເກີດເມືອງນອນ
ຊາວຫວຽດນາມ ອາໄສຢູ່ລັດເຊຍ ຕ້ອນຮັບຄະນະກອງທັບປະຊາຊົນ ຫວຽດນາມ ຢູ່ສະໜາມຫຼວງແດງ

ການການ​ຊ້ອມ​ຮົບ​ຂອງ​ຄະນະ​​ກອງທັບ​ປະຊາຊົນ​ຫວຽດນາມ ຢູ່​ສະໜາມ​ຫຼວງແດງ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ຫຼາຍ​ຄົນ​ໃສ່​ເສື້ອທຸງ​ແດງ​​ດາວ​ເຫຼືອງ, ມືຈັບ​ທຸງຊາດ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ໄດ້​ເຕົ້າ​ໂຮມ​ກັນ​ກ່ອນ​ໜ້າ​ນີ້​ເພື່ອ​ຕ້ອນຮັບ​ຄະນະ. ​ໃນເວລາ​ທີ່​ລໍຖ້າ, ປະຊາຊົນ​ໄດ້​ຮ້ອງ​ເພງ “ຄື​ກັບ​ວ່າ​ລຸງ​ໂຮ່​ຢູ່​ທີ່​ນີ້​ໃນ​ວັນ​ໄຊຊະນະ​ໃຫຍ່” ພ້ອມ​ທັງ​ກະກຽມ​ຜ້າ​ພັນ​ຄໍ ແລະ ອາຫານ​ຫວ່າງ 100 ຜືນ​ເພື່ອ​ມອບ​ໃຫ້ບັນດາ​ທະຫານ. ບັນ​ຍາ​ກາດ​ຕ້ອນ​ຮັບຄະນະ​ໄດ້ດຳ​ເນີນ​​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ ແລະ ​ອົບ​ອຸ່ນ​ລະຫວ່າງ​ອາ​ກາດ​ໜາວຂອງ​ຕົ້ນ​ເດືອນ​ພຶດ​ສະ​ພາ​ ຢູ່ມົດ​ສະ​ກູ.

​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ, ແມ່ເຖົ້າ ​ເລ​ທິທູ​ຖຸຍ (​ອາຍຸ 70 ກວ່າ​ປີ), ເຄີຍ​ເປັນ​ນັກ​ສຶກສາ​ສາກົນ​ຢູ່​ສະຫະພາບ ​ໂຊ​ວຽດ ໄລຍະ 1976 – 1980 ໃຫ້​ຮູ້​ວ່າ: “ຜົວ, ອ້າຍ​ ​ແລະ ນ້ອງ​ຊາຍ​ຂອງ​ຂ້າພະ​ເຈົ້າ ລ້ວນ​ແຕ່​ແມ່ນ​ທະຫານ​ທີ່​ເຄີຍຮຽນ​ຢູ່​ໂຮງຮຽນ​ທະຫານ​ໂຊ​ວຽດ. ສຳລັບ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ, ລັດ​ເຊຍ ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ 2 ຂອງ​ພວກ​ຂ້າພະ​ເຈົ້າ. ມື້​ນີ້, ​ເມື່ອ​ເຫັນ​ກອງທັບ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນຢູ່​ສະໜາມ​ຫຼວງ​ແດງ, ຢືນ​ຄຽງ​ບ່າ​ຄຽງ​ຄູ່​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ແມ່ນ​ຄວາມ​ພາກພູມ​ໃຈອັນໃຫຍ່ຫຼວງ. ​ເຖິງ​ວ່າ​ອາກາດ​ໜາວ​ເຢັນ ​ແລະ ສຸຂະພາບ​ບໍ່​ດີ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ມາ​ແຫ່ງ​ນີ້ ​ເພື່ອ​ເປັນ​ກຳລັງ​ໃຈ​ໃຫ້​ແກ່​ທະຫານ ຫວຽດນາມ.”

ເດັກນ້ອຍຊາວຫວຽດນາມ ຫຼາຍຄົນກໍ່ໄດ້ຕິດຕາມພໍ່ແມ່ໄປເບິ່ງຂະບວນແຫ່, ຖ່າຍຮູບ ແລະ ແລກປ່ຽນກັບບັນດາທະຫານ. ​ເຫດການ​ດັ່ງກ່າວ​ຍັງ​ໄດ້​ດຶງ​ດູດ​ປະຊາຊົນ​ລັດ​ເຊຍ ​ແລະ ປະຊາ​ຄົມ​ສາກໄນຢູ່​ມົສກູ​ ເປັນ​ຈຳນວນ​ຫຼວງ​ຫຼາຍ. ຊາວ​ລັດ​ເຊຍ​ບາງ​ຄົນ​ເລືອກ​ທີ່​ຈະ​ຢືນ​ຢູ່​ໃນ​ເຂດ​ດຽວ​ກັນ​ກັບ​ຊາວ​ຫວຽດ​ນາມ, ຮ້ອງ​ເພງ, ຖ່າຍຮູບ ແລະ ສົນທະນາ.

ຊາວຫວຽດນາມ ອາໄສຢູ່ລັດເຊຍ ຕ້ອນຮັບຄະນະກອງທັບປະຊາຊົນ ຫວຽດນາມ ຢູ່ສະໜາມຫຼວງແດງ

ເດັກ​ນ້ອຍ​ຫວຽດ​ນາມ​ຫຼາຍ​ຄົນ​ໄດ້​ຕິດ​ຕາມ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ໄປ​ເບິ່ງ​ຂະ​ບວນ​ແຫ່. (ພາບ: ສຳນັກຂ່າວສານ ຫວຽດນາມ)

ຕາມ​ໜັງສືພິມ ​ແລ້ວ, ຂໍ້​ມູນ​ກ່ຽວ​ກັບຕາຕະລາງດຳເນີນງານການ​ຝຶກ​ຊ້ອມ​ຂອງ​ຄະນະການ​ແຫ່​ຂະ​ບວນລົດ​ທະຫານ​ຫວຽດນາມ ​ໄດ້​ຮັບ​ການ​ແບ່ງປັນ​ໂດຍ​ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ຕົ້ນ​ອາທິດ. ຈັບ​ເອົາ​ໂອ​ກາດ​ທີ່​ຫາ​ຍາກ, ນາງ ແທັງຖຸຍ, ນັກ​ສຶກ​ສາ​ຫຼັງປະລິນຍາຕີ​ຂອງ​ໂຮງ​ຮຽນ​ເສດ​ຖະ​ສາດ​ຊັ້ນ​ສູງ (HSE), ພ້ອມກັບ​ຫມູ່​ເພື່ອນ​ຂອງ​ນາງ​ໄດ້​ໃຊ້​ລົດ​ໄຟ​ໃຕ້​ດິນ​ເປັນ​ເວ​ລາ​ຫຼາຍ​ກວ່າ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ໄປ​ເຖິງ​ເຂດສະໜາມຫຼວງ.

“ຂ້າ​ພະ​ເຈົ້າມີໜ້າ​ຢູ່​ຖະ​ໜົນຂ້າງ​ສະໜາມຫຼວງແດງ​ໃນ​ເວ​ລາ 5 ໂມງ​ແລງ, ລໍ​ຖ້າ​ຈົນ​ຮອດ 10 ໂມງ 30 ​ໂມງ (ຕາມ​ເວ​ລາ​ທ້ອງ​ຖິ່ນ) ເພື່ອ​ເຫັນ​ຄະ​ນະ​ຜູ້​ຫວຽດ​ນາມ ຜ່ານ​ມາ. ອາກາດໜາວ​ຫຼາຍ ແຕ່​ທຸກ​ຄົນຜູ້ໃດ​ກໍ​ຕື່ນ​ເຕັ້ນ. ເມື່ອ​ເຫັນ​ທຸງ​ສີ​ແດງດາວເຫຼືອງ​ປະ​ກົດ​, ທຸກ​ຄົນຮ້ອງ​ໂຮຄືກັນໝົດ ຫວຽດ​ນາມ' ແລະ​ ຮ້ອງ​ເພງ​ຊາດ​ຢູ່​ໃຈ​ກາງ​ນະ​ຄອນ ມົ​ສ​ກູ. ຄວາມຮູ້ສຶກແມ່ນພິເສດຫຼາຍ”, ນາງ ຖຸຍ ກ່າວ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຜ່ບໍລິຈາກສະໜັບສະໜູນບັ້ນຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ

ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ຢູ່ຫວຽດນາມ, ເຖິງວ່າການດໍາລົງຊີວິດຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີຫຼາຍຮູບການເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ.

ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ

ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ

ຍສໝ- ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ ຕ່າງປະເທດທີ່ມີຕໍ່ທິດທາງການພັດທະນາຂອງນະຄອນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເບິ່ງເພີ່ມເຕີມ
ເຫດການ