ແກ້ໄຂການຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິພາບ, ສອດຄ່ອງກັບກົດໝາຍສາກົນ

00:00 | 30/07/2023

ຍສໝ - ນີ້​ແມ່ນແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ, ​ໂດຍ​ທ່ານ ນາງ ພ້າມທຸຮັ່ງ, ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ກ່າວ.

ວັນ​ທີ 15 ກໍລະກົດ 2023, ໂດຍຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ຄົບຮອບ 7 ປີ​ແຫ່ງ​ການ​ຕັດສິນ​ຂັ້ນ​ສຸດ​ທ້າຍ​ຂອງ​ສານ​ກຳມະການ​ ກ່ຽວ​ກັບ​ບັນຫາ​ທະເລຕາເວັນອອກ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ ພ້າມທຸຮັ່ງ ​ກ່າວແຈ້ງ​ວ່າ:

ແກ້ໄຂການຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິພາບ, ສອດຄ່ອງກັບກົດໝາຍສາກົນ
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ ພ້າມທູຮັ່ງ

“ແຜນນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ບັນດາຂໍ້ຂັດແຍ່ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ໄດ້​ຮັບ​ການ​ແກ້​ໄຂໂດຍສັນຕິພາບຕິວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ເປັນຕົ້ນ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS), ​ເຄົາລົບ​ບັນດາ​ຂະ​ບວນການ​ການ​ທູດ ແລະ ນິຕິກຳ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ.

​ເນື່ອງ​ໃນ​ໂອກາດ​ນີ້, ອີກເທື່ອໜຶ່ງ ຫວຽດນາມ ໄດ້ຢືນຢັນ​ອະທິປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ສອດຄ່ອງກັບກົດໝາຍ​ສາກົນ ​ແລະ ບັນດາສິດສິດຊອບທຳສຳລັບບັນດາເຂດທະ​ເລ​ຂອງ​ຫວຽດນາມ ໂດຍໄດ້ສ້າງຂຶ້ນຢ່າງສອດຄ່ອງກັບ UNCLOS”.

ດີງເລື້ອງ

ເຫດການ
302 Found

Found

The document has moved here.