ອາ​ຊຽນ - ຈີນ ໄດ້​ເປັນ​ເອ​ກະ​ພາບໃນການ​ຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ

11:56 | 16/03/2023

ຕາມ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລ້ວ, ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 38 ຂອງ​ຄະນະ​ເຮັດ​ວຽກ​ຮ່ວມ​ອາ​ຊຽນ - ຈີນ, 2 ຝ່າຍ​ໄດ້​ສືບ​ຕໍ່​ຊຸກຍູ້​ການ​ປຶກສາ​ຫາລື​ ກ່ຽວ​ກັບ​ກົດ​ໝາຍແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນຄົງ​, ຄວາມປອດໄພທາງ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ຢຸດຕິການຫັນບັນດາໂຄງສ້າງຢູ່ທະເລຕາເວັນອອກເປັນການທະຫານ ຫວຽດນາມ ຮຽກຮ້ອງຈີນ ເຄົາລົບອະທິປະໄຕຂອງຫວຽດນາມ, ຢຸດຕິການຫັນບັນດາໂຄງສ້າງຢູ່ທະເລຕາເວັນອອກເປັນການທະຫານ

ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອາຊຽນ ໄດ້ເຫັນດີເປັນເອກະພາບປະຕິບັດບັນດາໂຄງການຮ່ວມມືໃນການເດີນເຮືອຢ່າງແທດຈິງ ແລະ ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.

ອາ​ຊຽນ - ຈີນ ໄດ້​ເປັນ​ເອ​ກະ​ພາບໃນການ​ຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ທ່ານ ງວາງງວັນປິນ ໂຄສົກກະຊວງການຕ່າງປະເທດ ຈີນ

ຖະແຫຼງການດັ່ງກ່າວ ໂດຍທ່ານ ງວາງງວັນປິນ ຍົກອອກມາພາຍຫຼັງກອງປະຊຸມຄັ້ງທີ 38 ຂອງກຸມປະຕິບັດວຽກງານຮ່ວມ ອາຊຽນ - ຈີນກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ທີ່ໄດ້ດຳເນີນຢູ່ ປະເທດ ອິນໂດເນເຊຍ, ນັບແຕ່ວັນທີ 8 – 10 ມີນາທີ່ຜ່ານມາ. ໃນກອງປະຊຸມ, ຈີນ ແລະ ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາທັດສະນະໃນການປະຕິບັດ DOC ກໍ່ຄືການຮ່ວມມືໃນການເດີນເຮືອ, ເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍໂຄງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດຄື: ຄົ້ນຄ້ວາວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄົ້ນຫາ, ກູ້ໄພກູ້ຊີບຢູ່ທະເລ, ຍູ້ແຮງການໂອ້ລົມສົນທະນາ ແລະ ຕິດຕໍ່ພົວພັນ, ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກ່ວາອີກ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.

ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ທ້າຍ​ເດືອນ​ທັນວາ 2019, ອາ​ຊຽນ ​ແລະ ຈີນ ​ໄດ້​ວາງ​ແຜນ​ຈະ​ຈັດ​ຕັ້ງ​ການ​ເຈລະຈາ COC ​ໄລຍະ​ທີ 2 ຢູ່ ບຣູ​ໄນ ​ໃນ​ເດືອນ ກຸມພາ 2020. ການ​ເຈລະຈາ​ຮອບ​ຕໍ່​ໄປ ​ມີ​ກຳນົດ​ຈະ​ຈັດ​ຂຶ້ນ​ຢູ່​ຟີ​ລິບ​ປິນ​ໃນ​ເດືອນ​ພຶດສະພາ, ຢູ່​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ສິງຫາ​ແລະ​ຢູ່​ຈີນ​ໃນ​ເດືອນ​ຕຸລາ​ປີ 2020. ​ແຕ່ວ່າ, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ຢຸດ​ແຜນການ​ເຫຼົ່າ​ນີ້.

ເຫດການ
302 Found

Found

The document has moved here.