ຕາມແຜນການແລ້ວ, ໃນໄລຍະ 1 ເດືອນ, ບັນດາພະນັກງານຈະໄດ້ຮັບການຝຶກອົບຮົມຕາມຫຼັກສູດຂອງກອງບັນຊາການທະຫານປ້ອງກັນຊາຍແດນກ່ຽວກັບການຝຶກອົບຮົມໃຫ້ບັນດາກຳລັງປ້ອງກັນຊາຍແດນຂອງກອງທັບປະຊາຊົນລາວ ດ້ວຍເນື້ອໃນຄື: ປະຫວັດສາດສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຫວຽດນາມ-ລາວ; ບາງຄວາມຮັບຮູ້ທົ່ວໄປກ່ຽວກັບເຂດດິນແດນຊາຍແດນແຫ່ງຊາດ; ສັນຍາກ່ຽວກັບລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກລະຫວ່າງ ຫວຽດນາມ ແລະ ລາວ; ກົນອຸບາຍ, ເລ່ລ່ຽມການເຄື່ອນໄຫວຂອງບັນດາກໍາລັງປໍລະປັກ, ປະຕິການ; ວຽກງານລາດຕະເວນ, ຂົນຂວາຍມະຫາຊົນ, ວຽກງານການຮັບປະກັນດ້ານເຕັກນິກ, ພະລາທິການໃນການປ້ອງກັນຊາຍແດນ.
![]() |
| ພະນັກງານກອງບັນຊາການທະຫານແຂວງ ຜົ້ງສາລີ, ລາວ ເຂົ້າຮ່ວມການຝຶກອົບຮົມ. ພາບ: ເເອງຢຸງ |
ຜ່ານການຝຶກອົບຮົມ, ຊ່ວຍເຫຼືອພະນັກງານ, ນັກຮົບກອງບັນຊາການທະຫານແຂວງ ຜົ້ງສາລີ ໄດ້ກຳແໜ້ນວິຊາສະເພາະວຽກງານທີ່ຄຸ້ມຄອງ, ປ້ອງກັນຊາຍແດນຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ວຽກງານໃນສະພາບການໃໝ່. ພ້ອມກັນນັ້ນ, ກໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງແຂວງ, ພິເສດແມ່ນກອງບັນຊາການທະຫານປ້ອງກັນຊາຍແດນ ດ້ຽນບຽນ ແລະ ກອງບັນຊາການທະຫານແຂວງ ຜົ້ງສາລີ.
ດີງເລື້ອງ
ຂ່າວທີ່ກ່ຽວຂ້ອງ
ສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ ຈີນ ແລະ ລາວ
ທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ
ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ
ທ່ານອາດຈະມັກ
ອານຢາງ ພວມຍູ້ແຮງສຸດທ້າຍໃນການຕ້ານ IUU, ສືບຕໍ່ກວາດລ້າງການກະທຳຂອງກຳປັ່ນຫາປາທີ່ລະເມີດ.
ກອງບັນຊາການກຳລັງປ້ອງກັນຝັ່ງທະເລເຂດ 4 ໃຫ້ກຳລັງໃຈພະນັກງານ ແລະ ທະຫານລ່ວງໜ້າພາລະກິດຕ້ານການຄ້າຂາຍສັດຜິດກົດໝາຍ ແລະ IUU ໃນຊ່ວງເວລາບຸນເຕັດ.
ຫວຽດນາມໄດ້ສຳເລັດ ແລະ ສົ່ງບົດລາຍງານກ່ຽວກັບການຕ້ານການຫາປາ IUU ຕໍ່ຄະນະກຳມະການເອີຣົບ.
ວິສາຫະກິດທີ່ລະເມີດກົດລະບຽບ IUU ຈະຖືກຍົກເວັ້ນຈາກ VASEP.
ທ່ານນາຍົກລັດຖະມົນຕີຊີ້ນຳວ່າການຕໍ່ສູ້ຕ້ານການຫາປາຂອງ IUU ແມ່ນທາດແທ້, ບໍ່ມີຮູບການ.
