ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ກົນ​ດາວ

00:00 | 26/07/2023

ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງກໍ່ໄດ້ຖະຫວາຍທູບທຽນ ອາໄລຫາ ທ່ານອະດີດເລຂາທິການໃຫຍ່ ເລຮົ່ງຟອງ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົາ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023), ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ສຸສານ ຮ່າງເຢືອງ, ກົນດາວ, ບ່າເຣ້ຍ - ຫວຸງເຕົາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມກັບບັນດາການນຳ, ອະດີດການນຳ ພັກ, ລັດ ໄດ້ຈຸດທູບໃຕ້ທຽນ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບປະຕິວັດ, ພໍ່ແມ່ປະຊາຊົນຜູ້ຮັກຊາດໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານຢູ່ເກາະດົນດາວ. ທ່ານປະທານປະເທດ ຫວໍວັນເຖືອງກໍ່ໄດ້ຖະຫວາຍທູບທຽນ ອາໄລຫາ ທ່ານອະດີດເລຂາທິການໃຫຍ່ ເລຮົ່ງຟອງ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົາ. ທ່ານປະທານປະເທດ ໃຫ້ຮູ້ວ່າ:

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ກົນ​ດາວ
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖະຫວາຍທູບທຽນ ຢູ່ສຸສານ ຮ່າງເຢືອງ (ພາບ: TTXVN)

ເຖິງວ່າຖືກກັກຕົວຢູ່ບ່ອນທີ່ໄດ້ຮັບຖືວ່າແມ່ນ ຂຸມນາຮົກກໍ່ຕາມ ແຕ່ຢູ່ບ່ອນນັ້ນໄດ້ສໍ່ສະແດງໃຫ້ເຫັນແຈ້ງບັນດາຄຸນນະທາດປະຕິວັດທີ່ອົງອາດກ້າຫານຂອງບັນດານັກຮົບ ແລະ ພໍ່ແມ່ປະຊາຊົນຜູ້ຮັກຊາດ, ຫັນຄຸກທໍລະມານ ກາຍເປັນໂຮງຮຽນປະຕິວັດ, ສະຖານທີ່ສຶກສາກ່ຽວກັບນ້ຳໃຈຮັກຊາດ, ນ້ຳໃຈປະຕິວັດ, ຝືກຝົນຫຼໍ່ຫຼອມຄວາມຕັດສິນໃຈຕໍ່ສູ້ປົດປ່ອຍຊາດ. ເລື່ອງລາວຕ່າງໆຂອງບັນດາລຸງປ້າອາວອາໃນປັດຈຸບັນ ໄດ້ສະແດງໃຫ້ເຫັນຈິດໃຈຂອງ ນັກໂທດການເມືອງ, ຈົ່ງຮັກພັກດີ, ບໍ່ຍອມຈຳນົນ ແລະ ສັດຊື່ບໍລິສຸດ. ຂ້າພະເຈົ້າຫວັງວ່າບັນດານັກຮົບເກົ່າຈະຮັກສາຈິດໃຈຂອງນັກໂທດການເມືອງ, ເປັນແບບຢ່າງທີ່ດີເພື່ອໃຫ້ຄົນລຸ້ນໜຸ່ມໃນປັດຈຸບັນ ຮ່ຳຮຽນ ແລະ ປະຕິບັດຕາມ, ສືບທອດປະຕິບັດອຸດົມການເຊິ່ງ ບັນດານັກຮົບເກົ່າເຄີຍເດີນຕາມ, ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອສຸ້ຊົນ ແລະ ປະຕິບັດ.

ພາຍຫຼັງພິທີຖະຫວາຍທູບທຽນ, ທ່ານປະທານປະເທດ ຫວໍວັນເຖືອງໄດ້ເຂົ້າຮ່ວມພິທີອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ, ນັກຮົບປະຕິວັດ ແລະ ພໍ່ແມ່ປະຊາຊົນຜູ້ຮັກຊາດທີ່ເສຍສະຫຼະຊີວິດຢູ່ກົນດາວ. ພິທີໄດ້ຈັດຂຶ້ນຢູ່ວິຫານ ກົນດາວ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.