ທ່ານພົນເອກ ຫວໍງວຽນຢາບ: ທ່ານພົນເອກໃນດວງໃຈຂອງປະຊາຊົນສອງປະເທດ

00:00 | 10/08/2023

ຍສໝ-ຢູ່​ໃນຫ້ອງການຂອງ​ຂ້າພະ​ເຈົ້າ​ທີ່ນະຄອນຫຼວງ​ວຽງ​ຈັນ (ລາວ) ໄດ້ຫ້ອຍ​ຮູບ​ຖ່າຍ​ໜຶ່ງທີ່​ສະຫງ່າ​ຜ່າ​ເຜີຍເຊິ່ງເປັນຮູບຖ່າຍ​​ຂ້າພະ​ເຈົ້າ​ກັບທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ. ຮູບ​ຖ່າຍອັນ​ລ້ຳ​ຄ່າ​ນີ້​ມີ​ຂະ​ໜາດ 25x30 ຊັງຕີແ​ມັດ, ຖືກຕົກສີ​​ໜ້ອຍໜຶ່ງ ແລະ ມີ​ອາ​ຍຸ 14 ປີ​ແລ້ວ, ​ແຕ່​ລະ​ມື້ທີ່ເຮັດວຽກ ຂ້າ​ພະ​ເຈົ້າ​ຍັງ​ຫຼຽວເບິ່ງ​ ແລະ ຮູ້ສຶກເອກອ້າງທະນົງ​ໃຈຫຼາຍ​. ວັນ​ທີ່​ໄດ້​ກັບ​​ເມືອ​ບ້ານ​ເກີດ, ວັນ​ເສຍ​ຊີ​ວິດ ແລະ ວັນຄ້າຍວັນ​ເກີດ​ຂອງທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ເບິ່ງ​ຮູບ​ຖ່າຍນີ້​ແລ້ວ, ຂ້າ​ພະ​ເຈົ້າ​ພັດຮູ້ສຶກສະເທືອນໃຈ ແລະ ຕື້ນຕັນໃຈຫຼາຍ.

ທ່ານພົນເອກ ໂຕເລີມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ ທ່ານພົນເອກ ໂຕເລີມ ຕ້ອນຮັບ ທ່ານລັດຖະມົນຕີກະຊວງຍຸຕິທຳ ຍີ່ປຸ່ນ
ທ່ານພົນເອກ ຟານວັນຢາງ ສົນທະນາທາງໄກກັບລັດຖະມົນຕີປ້ອງກັນປະເທດອົດສະຕາລີ ທ່ານພົນເອກ ຟານວັນຢາງ ສົນທະນາທາງໄກກັບລັດຖະມົນຕີປ້ອງກັນປະເທດອົດສະຕາລີ
ທ່ານພົນເອກ ຫວໍງວຽນຢາບ: ທ່ານພົນເອກໃນດວງໃຈຂອງປະຊາຊົນສອງປະເທດ
ທ່ານຄຳໝ້ວຍ ແກ້ວມະນີ ​ໄດ້ພົບປະ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ່​ເຮືອນ​ຂອງ​ທ່ານ​

ໃນ​ຖາ​ນະ​ເປັນ​ຜູ້​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ລາວ, ຄວາມ​ສຸກ​ທີ່​ສຸດ ແລະ​ ເອກອ້າງທະນົງ​ໃຈ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ໄດ້​ພົບ​​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ໄດ້ຟັງ​ທ່ານ​ພົນເອກໂອ້​ລົມ ແລະ​ ​ຢືນ​ຢູ່​ໃກ້ໆທ່ານເພື່ອຖ່າຍຮູບ. ໂອກາດທີ່ຫາຍາກນັ້ນແມ່ນເກີດຂຶ້ນໃນປີ 2008, ເມື່ອລາວສົ່ງຄະນະປະຕິບັດງານ 2 ຄະນະໄປຮ່ຳຮຽນເອົາປະສົບການຢູ່ໄທ ແລະ ຫວຽດນາມ ເພື່ອກະກຽມງານ SEA Games 25 ທີ່ຈະຈັດໃນເດືອນທັນວາ ປີ 2009.

ໃນ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຮັບ​ຜິດ​ຊອບ​​ຄະ​ນະອຸປະຖໍາ ​ແລະ ​ຮັບ​ຜິດ​ຊອບ​​ 2 ປະເພດກິ​ລາທີ່ຈະແຂ່ງຂັນ ນັ້ນແມ່ນ ບານ​ເຕະ ​ແລະ ເປຕັງ. ຄະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ຫວຽດ​ນາມ ລວມມີ 3 ທ່ານ​ຄື: ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງສຶກສາທິການ ແລະ ​ກິ​ລາ​ລາວ, ຫົວ​ໜ້າ​ຫ້ອງ​ວ່າການສຳນັກງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ໂອ​ລິມ​ປິກ​ລາວ ພູ​ທອງ ແສງ​ອາ​ຄົມ; ທ່ານ ສົມພູ ພົນສາ, ຮອງປະທານ ໂອລິມປິກລາວ ແລະ ຂ້າພະເຈົ້າ.

ເມື່ອ​ໄປຫວຽດ​ນາມ, ຄະ​ນະ​ຂອງ​ຂ້າພະ​ເຈົ້າມີຄວາມເປັນກຽດຫຼາຍທີ່ໄດ້ພົບປະ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ່​ເຮືອນ​ຂອງ​ທ່ານ​ໃນ​ເວ​ລາ 4 ​ໂມງແລງ. ​ໃນ​ເວລາ​ນັ້ນ, ທ່ານ​ນຸ່ງ​ຊຸດ​ທະຫານ, ອາຍຸ 95 ປີ ແຕ່ທ່ານຍັງ​ຮັບຮູ້ ແລະ ຈົດຈຳເລື່ອງເກົ່າໆໄດ້ດີ.

ເມື່ອ​ໄດ້​ພົບ​ກັບ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ທຸກ​ຄົນ​ໃນ​ກຄະນະກໍຮູ້ສຶກ​ດີ​ໃຈ ​ແລະ ຕື້ນຕັນໃຈຫຼາຍ​. ພິເສດ, ທຸກຄົນນັບຖືຄວາມຈື່ຈໍາດີຂອງທ່ານພົນເອກ. ທ່ານ​ເລົ່າໃຫ້​ທຸກ​ຄົນຟັງ​ກ່ຽວ​ກັບບັ້ນຮົບ​ໂຮ່​ຈີ​ມິນ ເຊິ່ງເປັນແຕ່ລະໄລຍະທີ່ລະອິດລະອ້ຽວ. ແລ້ວທ່ານກໍຖາມຄະນະພວກຂ້າພະເຈົ້າວ່າຈະກັບໄປລາວມື້ໃດ.

ທ່ານ​ຍັງ​​ສັ່ງໄວ້​ວ່າ ລາວ ​ແລະ ຫວຽດນາມ ​ແມ່ນ​ສອງ​ປະ​ເທດ​ອ້າຍ​ນ້ອງ, ເຄີຍ​ມີ​ຄວາມ​ຜູກ​ພັນ​ເປັນຕາຍຮ່ວມກັນ. ພວກເຮົາໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຂຶ້ນ. ເພາະສະນັ້ນ, ລຸ້ນຄົນໃນຊຸມວັນນີ້​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເພີ່ມພູນຄູນສ້າງ, ຮັກສາ ​ແລະ ພັດທະນາ​ນໍ້າໃຈມິດຕະພາບ, ຄວາມ​ສາມັກຄີ​​ພິ​ເສດ​ຫວຽດນາມ - ລາວໃຫ້ໝັ້ນຄົງທະນົງແກ່ນ.

ຂ້າພະ​ເຈົ້າ​ຮູ້ສຶກຕື້ນຕັນໃຈຕໍ່ຄວາມເອົາໃຈໃສ່ຂອງທ່ານ​ພົນເອກ​ທີ່​ມີ​ຕໍ່​ພວກ​ຂ້າພະເຈົ້າ ​ແລະ ມີຕໍ່ນໍ້າໃຈມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຫຼັງ​ຈາກ​ການ​ໂອ້​ລົມ​ສົນທະນາ​ກັນ​ເປັນ​ເວລາ 1 ຊົ່ວ​ໂມງ, ທ່ານ​ພົນ​ເອກ​ໄດ້​ເຊື້ອ​ເຊີນ​ຄະນະ​ ​ພວກ​ຂ້າພະເຈົ້າ​​ຖ່າຍຮູບນໍາເພື່ອເປັນ​ທີ່​ລະນຶກ. ຂ້າພະເຈົ້າມີຄວາມເປັນກຽດທີ່ໄດ້ຖ່າຍຮູບຕ່າງຫາກກັບທ່ານພົນເອກ. ຈົນມາ​ຮອດ​​ມື້​ນີ້, ຂ້າ​ພະ​ເຈົ້າກໍຍັງ​ບໍ່​ສາ​ມາດ​ລືມ​​ເວ​ລາ​ນາທີທີ່​ສຳ​ຄັນ​ນັ້ນ.

ບໍ່​ພຽງ​ແຕ່​ສຳລັບ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ, ຮູບ​ພາບ​ຂອງທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຍັງ​ໄດ້​ຝັງ​ເລິກ​ຢູ່ໃນ​​ໃຈ​ຂອງ​ຊາວ​ລາວ​ທຸກ​ຄົນ ​ແລະ ປະເທດລາວ​ຈະ​ບໍ່​ມີ​ວັນ​ລືມ​ຄຸນງາມຄວາມດີ​ຂອງທ່ານ​ພົນ​ເອກ. ທ່ານພົນ​ເອກ ຫວໍ​ງວຽນ​ຢາ​ບ ​ແມ່ນທ່ານ​ພົນ​ເອກຄົນໜຶ່ງ​ທີ່​ດີ​ເດັ່ນ ​ແລະ ​ເປັນ​ຄົນທີ່ມີທັງຄວາມສັນທັດ ແລະ ຄຸນນະທໍາ. ທ່ານພົນເອກເປັນຄົນທີ່ສຸຂຸມ.

ໂດຍຜ່ານ​ການ​ຊອກຮູ້ໃນ​ບັນດາ​ເອກະສານ, ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ທ່ານແມ່ນ​ໜຶ່ງ​ໃນ​ບັນດາ​ລູກສິດ​ທີ່​ດີ​ເດັ່ນ​ທີ່ສຸດຂອງ​ປະທານ ​ໂຮ່ຈີ​ມິນ. ທ່ານ​ໄດ້​ກາຍ​ເປັນ​ພົນ​ເອກ​ຜູ້​ທຳ​ອິດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນຕອນ​ອາຍຸ 37 ປີ. ດ້ວຍ​ການ​ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ​ແລະ ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໄດ້​ປະຕິບັດສຳ​ເລັດ​ໜ້າ​ທີ່​ທີ່​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ມອບ​ໝາຍໃຫ້ຢ່າງດີເລີດ​, ກາຍເປັນນາຍພົນທະຫານອອກສະໜາມຮົບຄັ້ງໃດກໍໄດ້ໄຊຊະນະຄັ້ງນັ້ນ, ທ່ານພົນເອກໃນຕຳນານຂອງຊາດ, ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນ ແລະ ໄດ້ເຊີດຊູເປັນ "ທ່ານພົນເອກຂອງປະຊາຊົນ"; ​ໄດ້​ຮັບ​ການ​ເຄົາລົບ​ນັບຖື​ຈາກ​ທົ່ວໂລກ, ເຊີດຊູ​ເປັນ​ວິລະ​ຊົນ​ແຫ່ງ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ, ​ແມ່ນ​ໜຶ່ງ​ໃນ 10 ຜູ້ບັນຊາ​ການທະຫານ​ທີ່​ດີ​ເດັ່ນທີສຸດ​ໃນ​ປະຫວັດສາດ​ຂອງມວນມະນຸດ.

ທ່ານ​ກໍຍັງ​ແມ່ນ​ພົນ​ເອກ​ທີ່​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່ສຸດ ​ດ້ວຍສອງ​ບັ້ນຮົບ​ສຳຄັນ​ທີ່​ສຸດ​ໃນ​ ສົງຄາມ​ເພື່ອ​ຍາດເອົາເອກະລາດ​ຂອງ​ປະຊາຊົນ​ຫວຽດນາມ ສອງຄັ້ງ​ຄື: ບັ້ນຮົບ ​ດ້ຽນບຽນ​ຝູ ປີ 1954 ​ແລະ ບັ້ນຮົບ ​ໂຮ່ຈິ​ມິນ ປີ 1975.

ບັນດານັກປະຫວັດສາດ ແລະ ນັກຄົ້ນຄ້ວາການທະຫານໂລກ ກໍໄດ້ເອີ້ນທ່ານເປັນບັນດາຖານະນາມທີ່ສະຫງ່າຜ່າເຜີຍເຊັ່ນ: "ຜູ້ທີ່ຫັນປ່ຽນກະແສປະຫວັດສາດໃນສະຕະວັດທີ 20", "ຫນຶ່ງໃນບັນດາຜູ້ມີຄວາມປີຊາສາມາດຫຼາຍທີ່ສຸດຂອງທຸກສະໄໝ".

ໃນຕະຫຼອດຊີວິດຂອງຕົນ, ທ່ານພົນເອກ ຫວໍງວຽນຢາບ ໄດ້ດຳລົງຊີວິດເປັນແບບຢ່າງ, ຮັບໃຊ້ປະຊາຊົນ, ພັກ, ປະຊາຊົນ ແລະ ປະເທດຊາດຢ່າງສຸດຈິດສຸດໃຈ, ດຳລົງຊີວິດແບບມີນ້ຳໃຈຮັກແພງ, ປະຊາທິປະໄຕ, ສະເໝີພາບ , ຮັກ​ແພງ​ພະນັກງານ ​ແລະ ນັກຮົບ, ​ໃກ້ຊິດ ແລະ ເຄົາລົບ​ນັບຖື​ປະຊາຊົນ.

ດ້ວຍອາຍຸ 102 ປີ, ອາຍຸພັກ 70 ກວ່າປີ, ທ່ານພົນເອກ ຫວໍງວຽນຢາບ ໄດ້ມີບັນດາການປະກອບສ່ວນອັນໃຫຍ່ຫຼວງ, ພິເສດພົ້ນເດັ່ນໃນພາລະກິດການປະຕິວັດຂອງພັກ ແລະ ປະເທດຊາດ.

ໃນຊຸມປີຜ່ານມາ, ຂ້າພະ​ເຈົ້າເມື່ອໃດກໍຈື່​ຈຳ ​ແລະ ປະຕິບັດ​ຕາມ​ຄຳຕັກເຕືອນ​ຂອງ​ທ່ານ​, ​ໃນ​ທຸກໆ​ວັນຂ້າພະເຈົ້າກໍພະຍາຍາມ​ປັບປຸງ​ຕົນ​ເອງໃຫ້ດີກວ່າເກົ່າ ​ແລະ ປາດ​ຖະໜາ​ຢາກປະກອບສ່ວນເລັກໜ້ອຍ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ຫວຽດນາມ - ລາວ.

ປີ 2014, ພາຍຫຼັງໜຶ່ງປີທີ່ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ເສຍ​ຊີວິດ​, ຂ້າພະ​ເຈົ້າ ແລະ ​ທ່ານ​ລັດຖະມົນຕີ​ກະຊວງສຶກສາທິການ ແລະ ​ກິລາ​ລາວ, ຫົວ​ໜ້າ​ຫ້ອງ​ວ່າການສຳນັກງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພູ​ທອງ ແສງ​ອາ​ຄົມ ​ໄດ້​ໄປ​ຫວຽດນາມ ເພື່ອວາງ​ພວງມາລາອາໄລເຖິງດວງສິນຍານຂອງ​ທ່ານພົນເອກ ຢູ່ ກ໊ວາງ​ບິງ.

ປີ​ນີ້​ກໍ​ແມ່ນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ສະເຫຼີມສະຫຼອງຄົບຮອບ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (5 ກັນຍາ1962 – 5 ກັນຍາ 2022) ​ແລະ ຄົບຮອບ 45 ປີ​ແຫ່ງ​ວັນ​ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18 ກໍລະກົດ 1977 - 18 ກໍລະກົດ 2022), ຂ້າພະເຈົ້າເອງກໍໄດ້ເຂົ້າຮ່ວມຫຼາຍກິດຈະກຳສະເຫຼີມສະຫຼອງຂອງສອງປະເທດ. ບັນດາເຫດການກໍມີຄວາມໝາຍສະແດງໃຫ້ເຫັນນໍ້າໃຈມິດຕະພາບລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງຈາກແຫຼ່ງວັດທະນະທໍາ ແລະ ໄດ້ຮັບການຫຼໍ່ລ້ຽງແຕ່ອະດີດຈົນເຖິງປະຈຸບັນ.

ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ຕາມຄວາມຄິດເຫັນຂອງຂ້າພະ​ເຈົ້າ​ ແມ່ນຕ້ອງ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ກ່ອນ​ອື່ນ​ໝົດ, ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຂ້າພະ​ເຈົ້າແລ້ວ, ຕ້ອງ​ແກ້​ໄຂ​ບັນຫາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງສອງ ປະ​ເທດ.

ຕໍ່​ມາແມ່ນ​ບັນຫາ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ. ປະຈຸ​ບັນ, ຫວຽດນາມ ​ໄດ້​ລົງທຶນ​ຫຼາຍ​ຢ່າງ​ໃນ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ໃຫ້​ແກ່​ລາວ ​ເພາະວ່າ​ກໍາລັງຊັບພະຍາກອນມະນຸດ​ຂອງ​ລາວ​ເຖິງວ່າມີ​ລາຄາ​ຖືກ​ແຕ່​ຄຸນ​ນະພາ​ບຍັງບໍ່ສູງ. ສະນັ້ນ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ຫວຽດນາມ ຈະ​ຍູ້​ແຮງ​ການ​ລົງທຶນ​ບຳລຸງ​ສ້າງຊັບພະຍາກອນ​ມະນຸດ​ລາວໃຫ້ຫຼາຍ​ກ່ວາ​ອີກ. ນອກຈາກນັ້ນ, ບັນດາວິສາຫະກິດຫວຽດນາມ ກໍ່ອາດສາມາດລົງທຶນເຂົ້າໂຮງຮຽນວິຊາຊີບ, ສູນຝຶກອົບຮົມວິຊາຊີບ ເພື່ອປັບປຸງທັກສະໃຫ້ແກ່ແຮງງານຢູ່ລາວ.

ຫອມມາລາ

ເຫດການ
302 Found

Found

The document has moved here.