ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ໄດ້ມີການພົບປະແລກປ່ຽນກິລາ

00:00 | 25/07/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 26 ມິຖຸນາ​ນີ້, ຢູ່​ສະໜາມ​ກິລາໃນຮົ່ມ ​ແຂວງ ຮ່າ​ຕິ້ງ ໄດ້ຈັດການ​ແຂ່ງຂັນ ​ແລະ ​ພົບປະແລກປ່ຽນ​ກິລາ​ລະຫວ່າງນາຍ​ທະຫານ​ຊາຍ​ແດນໜຸ່ມ ​ສອງ​ປະ​ເທດ ຫວຽດນາມ - ລາວ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ໂຄງການ​ພົລປະແລກປ່ຽນ​ນາຍທະຫານ​ຊາຍ​ແດນໜຸ່ມ ​ຫວຽດນາມ - ລາວ ຄັ້ງ​ທີ 2 ປີ 2023, ​ເຊິ່ງໄດ້​ດຳ​ເນີນ​​ແຕ່​ວັນ​ທີ 26 – 30 ມິຖຸນາ ຢູ່​ແຂວງ ຮ່າ​ຕິ້ງ ​ແລະ ​ເງ້ອານ.

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022
ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19 ຄວາມຮັກແພງ ຫວຽດນາມ - ລາວ ທີ່ເຂດຊາຍແດນ ໃນໄລຍະເກີດໂລກລະບາດ ໂຄວິດ-19

ເຂົ້າຮ່ວມພິທີເປີດ ມີທ່ານ​ພັນ​ເອກ ຫງວຽນ​ແທງ​ຫາຍ, ຮອງ​ຫົວໜ້າວຽກງານການ​ເມືອງທະຫານ​ປ້ອງ​ກັນ​ຊາຍແດນ, ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ; ທ່ານ​ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງສັກ, ຮອງ​ຫົວໜ້າ​ກົມ​ປ້ອງ​ກັນ​ຊາຍ​ແດນ, ກົມໃຫຍ່ເສນາທິການ ​ກອງທັບ​ປະຊາຊົນ​ລາວ; ຄະ​ນະ​ຜູ້​ແທນ​ພະ​ນັກ​ງານ​ນາຍທະຫານທະຫານຊາຍແດນໜຸ່ມ​ຂອງ​ສອງ​ປະ​ເທດ ​ຫວຽດ​ນາມ - ລາວ ພ້ອມ​ກັບ​ບັນ​ດາ​ນັກ​ສຶກ​ສາຫວຽດນາມ ແລະ ນັກ​ສຶກ​ສາລາວ ທີ່​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ຕິງ ກໍ່ໄດ້​ເຂົ້າ​ຮ່ວມ​ຊົມ​ເຊຍ​ບັນ​ດາ​ນັກ​ກິ​ລາ.

ນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ໄດ້ມີການພົບປະແລກປ່ຽນກິລາ

ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ກິລາ​ ລະຫວ່າງ​ນາຍທະຫານຊາຍແດນ​​ໜຸ່ມຂອງ​ສອງ​ປະ​ເທດ ​ໄດ້​ຈັດ​ຂຶ້ນ​ດ້ວຍບັນດາເນື້ອໃນ ຄື​: ຕີ​ດອກ​ປີກ​ໄກ່ ​ແລະ ບານ​ສົ່ງ. ກ່ອນ​ການ​ແຂ່ງຂັນ, ທ່ານ​ພັນ​ເອກ ຫງວຽນ​ແທງ​ຫາຍ ​ແລະ ທ່ານ​ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງສັກ ​ໄດ້​ມອບ​ທຸງ​ທີ່​ລະນຶກ ​ແລະ ດອກ​ໄມ້​ເພື່ອ​ຊົມ​ເຊີຍ​ບັນດາ​ຄະນະ.

ບົນຈິດໃຈການແຂ່ງຂັນພົບປະ, ຮຽນຮູ້, ສາມັກຄີ, ທັງສອງທີມໄດ້ອຸທິດໃຫ້ຜູ້ຊົມດ້ວຍເກມການຫຼິ້ນທີ່ດີ.

ຜ່ານ​ການ​ແຂ່ງຂັນພົບປະ​ກິລາ​ມິດຕະພາບ, ນາຍ​ທະຫານ​ຊາຍ​ແດນໜຸ່ມ ຫວຽດນາມ - ລາວ ​ກໍ່ໄດ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຄວາມ​ສາມັກຄີ, ຄວາມ​ຕິດພັນກັນ, ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ຮັກສາ​ມູນເຊື້ອມິດຕະພາບ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.