ກຽນ​ຢາງ: ນະຄອນ​ຟູ໋ກວກ​ສຸມ​ໃສ່​ຈຸດ​ສູງ​ສຸດ​ຂອງ​ການ​ປ້ອງ​ກັນ ​ແລະ ຕ້ານ IUU

10:00 | 16/03/2023

ຍ​ສ​ໝ - ນະຄອນ ຟູ໋ກວກ ໄດ້​ລົງ​ນາມ​ໃນ​ບັນດາ​ຂໍ້​ກຳນົດ ​ແລະ ​ແຜນການ​ສົມທົບ​ກັບ​ບັນດາ​ເມືອງ, ນະຄອນ ​ແລະ ຂະແໜງ​ການ​ປະມົງ​ແຂວງ ກຽນ​ຢາງ ​ໃນ​ການ​ລາດຕະ​ເວນ, ຄວບ​ຄຸມ ​ແລະ ແກ້ໄຂບັນຫາ​ກຳ​ປັ່ນ​ຫາ​ປາແບບ​ຜິດ​ກົດໝາຍ​ຢູ່​ເຂດ​ດັ່ງກ່າວ.

​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ ​ດ​ັກ​ລັກ: ປ້ອມ​ປ້ອງ​ກັນ​ປະ​ເທດ ເຊ​ເຣ​ປົກ ແລະ ຕາ​ແສງ ກ​ຣົງ​ນາ ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ປ້ອງ​ກັນຊາຍ​ແດນ
ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ສືບ​ຕໍ່ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ສືບ​ຕໍ່ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ

ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ແຂວງ ກຽນ​ຢາງ, ຟູ໋ກວກ​ໄດ້​ສົມທົບ​ກັນ​ຜັນ​ຂະຫຍາຍ​ຫຼາຍ​ວິທີ​ແກ້​ໄຂ ​ແລະ ມີ​ຄວາມ​ມານະ​ພະຍາຍາມ​ຢ່າງຂ້ຽວຂາດ​ໃນ​ໄລຍະ​ຈຸດສຸມການ​ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດໝາຍ, ບໍ່​ມີ​ການ​ລາຍ​ງານ ​ແລະ ບໍ່ປະ​ຕິ​ບັດ​ຕາມ​ຂໍ້ກຳນົດ (IUU) ຮອດ​ເດືອນ ພຶດ​ສະ​ພາ ປີ2023 ​ໃນທົ່ວບໍລິເວນ​ນະຄອນ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຟູ໋ກວກ ດ່​ວານ​ວັນ​ຕຽນ ​ໃຫ້​ຮູ້​ວ່າ ​ແຂວງ ຟູ໋ກວກ ສືບ​ຕໍ່ຍູ້​ແຮງ​ການໂຄສະນາ​ເຜີຍ​ແຜ່​ໃຫ້ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ເຈົ້າ​ຂອງ​ກຳ​ປັ່ນ, ເຮືອ, ລູກ​ເຮືອ, ພໍ່​ແມ່ປະ​ຊາ​ຊົນຊາວ​ປະມົງ ກ່ຽວ​ກັບ​ເນື້ອ​ໃນ​ຫຼັກ​ຂອງ​ກົດໝາຍ​ວ່າ​ດ້ວຍສິນ​ໃນ​​ນ້ຳ ​ປີ 2017 ​ແລະ ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ, ​ໄດ້​ແຈກຢາຍໜັງສືຮຽກຮ້ອງຂອງ​ຄະນະ​ພັກ​ແຂວງ ​ແລະ ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຽນ​ຢາງ ​ເພື່ອ​ຕອບ​ສະໜອງ​ການ​ຕ້ານ IUU ຕາມ​ຄຳ​ແນະນຳ​ຂອງ​ຄະນະ​ກຳມະການ​ເອີ​ລົບ (EC), ​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ຕ້ານ IUU ດ້ວຍ​ຈິດ​ໃຈທີ່ຂ້ຽວຂາດ ແລະ ເຂັ້ມແຂງ.

ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະ​ມົງ (ພາບ: TTXVN)
ກຳ​ປັ່ນ, ເຮືອຫາ​ປາ​ຂອງ​ຊາວ​ປະ​ມົງ (ພາບ: TTXVN)

ຟູ໋ກວກ ​ໄດ້​ສຳ​ເລັດ​ການ​ຂຶ້ນ​ທະບຽນ, ອອກ​ໃບ​ອະນຸຍາດ ​ແລະ ​ສ້າງເຄື່ອງໝາຍ​ກຳ​ປັ່ນ​ຫາ​ປາ​ຂອງ​ກຸ່ມ​ກຳ​ປັ່ນ​ແຕ່ 6 ແມັດ ຫາ​ຕ່ຳ​ກວ່າ 12 ແມັດ ທີ່​ບໍ່​ໄດ້​ຂຶ້ນ​ທະບຽນ​ໃນ​ໄຕ​ມາດ​ທີ 1 ປີ 2023; ສ້າງ​ຕັ້ງ​ຄະນະ​ກວດກາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄະນະ​ກຳມະການ​ປະຊາຊົນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ຕາ​ແສງ, ບ້າ​ນ​ໃນ​ການ​ຕ້ານ IUU; ກວດກາຄືນ​ໃໝ່​ການປະຕິບັດ​ລະ​ບຽບ​ການ​ລົບລ້າງການ​ຈົດ​ທະ​ບຽນ​ກຳ​ປັ່ນ​ຫາ​ປາ ​ແຕ່ 6 ແມັດ ຫາ​ຕ່ຳ​ກວ່າ 12m 1.146 ລຳ ທີ່​ມີ​ການ​ເຄື່ອນ​ໄຫວ​ບໍ່​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ.

ຄຽງຄູ່ກັນນັ້ນ, ຟູ໋ກວກ ກໍ່ສືບຕໍ່ຊີ້ນໍາບັນດາກໍາລັງ, ໝູ່ຄະນະ, ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ອຳນາດການປົກຄອງທ້ອງຖິ່ນມີການກະທຳກ່ຽວກັບວິທີການແກ້ໄຂຮີບດ່ວນຢ່າງຂ້ຽວຂາດ ແລະ ຄົບ​ຊຸດ, ປະກອບສ່ວນແກ້ໄຂ “ບັດເຫຼືອງ” ຂອງ EC ແລະ ສະກັດກັ້ນບັນດາກຳປັ່ນຫາປາ, ຊາວປະມົງລະເມີດເຂດນ່ານນໍ້າຂອງຕ່າງປະເທດໄປຫາປາຢ່າງຜິດກົດໝາຍ.

ນະຄອນ​ໄດ້​ປະສານ​ສົມທົບ​ກັບ​ບັນດາ​ກຳລັງ​ເຈົ້າທີ່​ ​ແລະ ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ເພີ່ມ​ທະວີ​ການ​ລາດຕະ​ເວນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ບັນດາ​ການ​ກະທຳ​ລະ​ເມີດ​ບັນດາ​ກຳ​ປັ່ນ​ຫາ​ປາ​ຢູ່​ເຂດ​ຫາ​ປາຢ່າງເຄັ່ງຄັດ.

ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ກໍ່ຄຸ້ມຄອງກຳປັ່ນຫາປາຢ່າງເຂັ້ມງວດ, ໂດຍສະເພາະແມ່ນກຳ​ປັ່ນຫາປານອກຊາຍຝັ່ງ, 100% ເຈົ້າຂອງພາຫະນະຫາປາ ແລະ ລູກ​ເຮືອໄດ້ລົງນາມໃນຄຳໝັ້ນສັນຍາບໍ່ລ່ວງ​ລ້ຳເຂດ​ນ່ານທະ​ເລ​ຕ່າງ​ປະ​ເທດໄປຫາສິນທະເລຢ່າງຜິດກົດໝາຍ ແລະ ແກ້ໄຂບັນດາການລະເມີດຂອງກຳປັ່ນຫາປາຢ່າງເຂັ້ມງວດ.

ໂດຍປະຕິບັດ​ແຜນການຈຸດສຸມ​ຕ້ານ​ IUU ​ຮອດ​ເດືອນ​ພຶດສະພາ 2023, ​ນັບແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຟູ໋ກວກ​ໄດ້​ສ້າງ​ກຸ່ມ​ໃນ​ສື່​ສັງ​ຄົມອອນ​ໄລ Zalo ​ໃຫ້​ຄະນະ​ຊີ້​ນຳ IUU ນະຄອນ ​ແລະ ໜ່ວຍ​ຊ່ວຍ​ວຽກໃຫ້​ແກ່​ຄະ​ນະ​ຊີ້​ນຳ​ນີ້ ເພື່ອ​ຊີ້​ນຳ​, ອັບ​ເດດ, ແລກ​ປ່ຽນ ແລະ ແກ້​ໄຂ​ຂໍ້​ມູນຢ່າງ​ທັນ​ການ.

ບັນດາ​ຕາແສງ ຕ້ອງ​ໂຄສະນາ​ລົງກ່ຽວ​ກັບແຜນ​ນະ​ໂຍບາຍ​ຂອງ​ແຂວງ, ນະຄອນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການກະທຳຈຸດສຸມ​ຕ້ານ IUU , ​ແຈກ​ຢາຍ​ຈົດໝາຍ​ຮຽກຮ້ອງ​ຂອງ​ຄະນະ​ພັກ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຽນ​ຢາງ ເຖິງ​ໝູ່​ບ້ານ, ຄຸ້ມ​ບ້ານ, ໜ່ວຍ​ປະຊາຊົນ​ປົກຄອງ​ຕົນ​ເອງ ​ແລະ ຊາວ​ປະມົງ​ ເພື່ອ​ຕອບສະ​ໜອງ​ການ​ຕ້ານ IUU ຕາມ​ການ​ແນະນຳ​ຂອງ​ຄະນະ​ກຳມະການ​ເອີຣົບ (EC)...

ນອກ​ນັ້ນ, ຟູ່ກວກ ຍັງ​ໄດ້​ລົງ​ນາມ​ໃນ​ບັນດາ​ຂໍ້​ກຳນົດ ​ແລະ ​ແຜນການ​ສົມທົບ​ກັບ​ບັນດາ​ເມືອງ, ນະຄອນ ​ແລະ ຂະແໜງສິນທະເລ ກຽນ​ຢາງ ​ໃນ​ການ​ລາດຕະ​ເວນ, ຄວບ​ຄຸມ ​ແລະ ຈັບກຳປັ່ນຫາ​ປາ​ທີ່​ລະ​ເມີດ IUU ຢູ່ບໍລິເວນ​ແຂວງ.

ຄະນະ​ກວດກາລະ​ຫວ່າງ​ຂະ​ແໜງ​ຂົງ​ເຂດ​ສິນ​ໃນ​ນ້ຳ​ຂອງ​ແຂວງ ຟູ໋ກວກ ໄດ້ສົມທົບ​ກັບ​ບັນດາ​ກອງ​ກົມ​ກອງທະຫານ​ປ້ອງ​ກັນ​ຊາຍ​ແດນ ກຽນ​ຢາງ ທີ່​ຕັ້ງ​ທັບ​ໃນ​ບໍ​ລິ​ເວນ​ແຂວງ​ໄປ​ກວດກາ ​ແລະ ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດຕໍ່ບັນດາ​ກຳ​ປັ່ນ​ຫາ​ປາ​ອອກ​ຈາກ​ທ່າ​ກຳ​ປັ່ນ ​ແລະ ເຂົ້າ, ອອກທ່າ​ເຮືອ, ຮັບປະກັນ​ເງື່ອນ​ໄຂ​ຄວາມ​ປອດ​ໄພ​ດ້ານ​ເຕັກນິກ​ຂອງກຳ​ປັ່ນຫາປາ, ຈົດທະບຽນ, ໃບອະນຸຍາດການຫາປາ, ໃບຢັ້ງຢືນຂອງກັບຕັນເຮືອ, ຫົວໜ້າວິສະວະກອນ…ໂດຍສະເພາະແມ່ນການຄວບຄຸມຢ່າງເຂັ້ມງວດໃນການຕິດຕັ້ງ ແລະ ການເຊື່ອມຕໍ່ອຸປະກອນຕິດຕາມກຳປັ່ນຫາປາ (VMS) ສໍາລັບກຸ່ມກຳປັ່ນຫາປາ 15 ແມັດ ຫຼືຫຼາຍກວ່ານັ້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.