ນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີ ມາເລເຊຍ ໄປຢ້ຽມຢາມຖະໜົນປື້ມ ຮ່າໂນ້ຍ | |
ນັກຂ່າວຕ່າງປະເທດຫຼາຍຄົນ ເຂົ້າຮ່ວມລາຍການ “ສໍາຜັດ ກວາງນາມ” |
![]() |
ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ບົດບາດ, ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງໂກນດ໊າວ ແມ່ນໃຫຍ່ຫຼວງ, ໄດ້ກຳນົດຢ່າງຈະແຈ້ງໃນທິດທາງ ແລະຍຸດທະສາດພັດທະນາຂອງປະເທດ ແລະແຂວງບ່າເຣ້ຍ - ຫວຸງເຕົ່າ, ໝັ້ນໝາຍຈະປະກອບສ່ວນຫຼາຍກວ່າອີກເຂົ້າໃນການພັດທະນາຂອງແຂວງບ່າເຣ້ຍ - ຫວຸງເຕົ່າ, ທິດຕາເວັນອອກພາກໃຕ້, ກໍຄືຂະແໜງການ, ຂົງເຂດສໍາຄັນຂອງທົ່ວປະເທດ, ພິເສດແມ່ນດ້ານເສດຖະກິດທະເລ, ໂລຈິດສະຕິກ, ການທ່ອງທ່ຽວ, ວັດທະນະທໍາ, ປະຫວັດສາດ, ຈິດວິນຍານ, ນິເວດທະເລ, ເກາະລະດັບພາກພື້ນ ແລະ ສາກົນ. ໃນລາຍການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຜູ້ແທນໄດ້ຈູດໃຕ້ທຽນ, ທູບທຽນບູຊາຢູ່ຂຸມຝັງສົບຂອງອະດີດເລຂາທິການໃຫຍ່ ເລຮົ່ງຟອງ, ນັກປະຕິວັດ ຫງວຽນອານນິງ, ບັນດານັກວິລະຊົນກໍາລັງປະກອບອາວຸດປະຊາຊົນ ຫວໍທິເຊົ໊າ, ເຈິ່ນວັນເທີ່ຍ ແລະ ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອພາລະກິດປົດປ່ອຍຊາດ. |