ຍສໝ - ໄລຍະຜ່ານມາ, ກອງພັນໃຫຍ່ 251, ເຂດ 2 (ເຫຼົ່າທັບເຮືອ) ຍາມໃດກໍ່ປະຕິບັດສຳເລັດໜ້າທີ່ຕິດຕາມກວດກາ, ຄຸ້ມຄອງຢ່າງເຄັ່ງຄັດ, ບໍ່ປະໃຫ້ເປົ້າໝາຍໃດສາມາດເຂົ້າໃນເຂດທະເລທີ່ໄດ້ຮັບການມອບໝາຍ.
ຍສໝ - ອາທິດໜ້າ, ຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ແລະ ຈີນ ຈະສືບຕໍ່ເຈລະຈາກ່ຽວກັບຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC) ຢູ່ນະຄອນຫຼວງຈາກາຕາ (ອິນໂດເນເຊຍ).
ຍສໝ - ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງ ລາຍການ “ເດືອນ ມີນາ ເຂດຊາຍແດນ” ດ້ວຍຫົວຂໍ້ “ເຂດຊາຍແດນຂອງປະເທດຂ້ອຍ” ຢູ່ບັນດາເຂດຊາຍແດນ.
ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ເນັ້ນໜັກວ່າ “ການປົກຄອງທົ່ວໂລກໄດ້ປະສົບຄວາມລົ້ມເຫລວ” ໂດຍອ້າງວ່າ ສະຖາບັນຫຼາຍຝ່າຍບໍ່ປະສົບກັບສິ່ງທ້າທາຍອັນຮີບດ່ວນທີ່ສຸດໃນໂລກ.
ຍສໝ - ການຄຸ້ມຄອງກຳປັ່ນຫາປ່າ, ຍົກລະດັບຄວາມຮັບຮູ້ໃຫ້ແກ່ເຈົ້າຂອງກຳປັ່ນຍັງແມ່ນບັນຫາຫຼັກແຫຼ່ງຂອງບັນດາທ້ອງຖິ່ນເພື່ອຢຸດຕິສະພາບການຂຸດຄົ້ນ IUU.
ຍສໝ-ໃນວັນທີ 28 ທັນວາ, ສະຫາຍ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ດາໜັງ ເລືອງຫງວຽນມິງຈຽດ ໄດ້ຕ້ອນຮັບຄະນະປະຕິບັດງານແຂວງສາລະວັນ, ລາວ ໂດຍສະຫາຍ ໂພໄຊ ໄຊຍະສອນ, ເລຂາພັກ, ເຈົ້າແຂວງສາລະວັນ ເປັນຫົວໜ້າຄະນະ ໄປມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ດາຫນັງ.
ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນຂັ້ນສູງໂດຍກໍາມະການສູນກາງພັກ, ເລຂາທິການ, ເຈົ້າແຂວງສາລະວັນ (ລາວ), ສະຫາຍ ໂພໄຊ ໄຊຍະສອນ ນຳໜ້າໃນການໄປມາຢ້ຽມຢາມ, ເຮັດວຽກຢູ່ເທື່ອທຽນເຫ້ວ. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາເນື້ອໃນຕົກລົງຮ່ວມມືໄລຍະ 2022 – 2026. ໃນນັ້ນ, ຢືນຢັນວ່າ ສອງຝ່າຍຈະສືບຕໍ່ນຳສາຍພົວພັນມິດຕະພາບ, ການຮ່ວມມືຂຶ້ນສູ່ລະດັບສູງໃໝ່.
ຍສໝ - ນີ້ແມ່ນການຢ້ຽມຢາມພິເສດ, ໄດ້ນຳເອົາຂອງຂວັນທີ່ລຽບງ່າຍ, ແຕ່ມີຄວາມຈຳເປັນເພື່ອຮັບໃຊ້ກອງທັບ ແລະ ປະຊາຊົນຢູ່ບັນດາເກາະ ແລະ ເຂດຕັ້ງທັບ ໃນເມືອງເກາະ ເຈື່ອງຊາ ເພື່ອສະເຫຼີມສະຫຼອງບຸນປີໃໝ່ ປີເຖາະ.
ຍສໝ - ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ” ໃນໂອກາດບຸນປີໃໝ່ປະຈໍາຊາດປີເຖາະ 2023 ເພື່ອເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ປັບປຸງຄວາມສາມັກຄີສະໜິດຕິດພັນລະຫວ່າງທະຫານ ແລະ ປະຊາຊົນ; ...
ຍສໝ - ການໂອ້ລົມສົນທະນາ ນອນໃນຂອບເຂດບັນດາການເຄື່ອນໄຫວ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 - 5/9/2022), 45 ປີແຫ່ງວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 - 18/7/2022).
ຍສໝ-ຫວ່າງແລ້ວນີ້, ທີ່ນະຄອນ ດົງເຮີຍ, ຄະນະຜູ້ແທນຊາຍແດນສອງແຂວງ ກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ດຳເນີນການພົບປະເຈລະຈາ ແລະ ເຊັນບົດບັນທຶກຮ່ວມມື. ຜ່ານນັ້ນ, ກໍປະກອບສ່ວນເຂົ້າໃນການປົກປັກຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງແຂວງ ກວາງບິ່ງ ແລະ ແຂວງສະຫວັນນະເຂດ.
ຍສໝ - ສະຫາຍ ພົນໂທ ເລືອງດິ່ງຮົ່ງ ໃຫ້ຮູ້ວ່າ ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ ເອກອ້າງທະນົງໃຈ ເມື່ອພັກ, ລັດ ແລະ ກອງທັນປະຊາຊົນລາວ ເຊື່ອໝັ້ນ, ສົ່ງບັນດາພະນັກງານ, ນັກຮົບທີ່ດີເດັ່ນມາກໍ່ສ້າງ, ບໍາລຸງສ້າງຢູ່ບັນດາຮາກຖານກໍ່ສ້າງຂອງຕົນ.
ຍສໝ-ການກາຍເປັນສະມາຊິກຂອງສະຫະພັນມະຫາສະໝຸດທົ່ວໂລກ (GOA) ໄດ້ຊ່ວຍໃຫ້ ຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືກັບບັນດາປະເທດ, ຍົກສູງທີ່ຕັ້ງຂອງຕົນໃນການອະນຸລັກຮັກສາຊີວະນາໆພັນໃນທົ່ວໂລກ.
ວັນທີ 22 ທັນວາ ແມ່ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 78 ປີ (22/12/1944 – 22/12/2022) ແລະ ວັນມູນເຊື້ອທົ່ວປວງຊົນປ້ອງກັນຊາດ ຄົບຮອບ 33 ປີ (22/12/1989 – 22/12/2022). ໂດຍໄດ້ເລີ່ມມາຈາກກອງທະຫານທຳອິດທີ່ເຄື່ອນໄຫວໃນຂະບວນການປະຕິວັດຂອງພັກຄອມມູນິດ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ລ້ຳເລີດຫຼາຍຢ່າງ ແລະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ກຽມພ້ອມປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
ຍສໝ - ນີ້ແມ່ນໂອກາດເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນໃນການຄຸ້ມຄອງລັດໃນຂົງເຂດຕຸລາການ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງສອງແຂວງ.
ວັດຖຸອຸປະກອນທີ່ມອບໃນຄັ້ງນີ້ ລວມມີ ບັນດາວັດຖຸອຸປະກອນຮັບໃຊ້ກອງປະຊຸມທາງໄກຄື ໂທລະພາບ, ຄອມພິວເຕີ, ຕູ້ເຄື່ອງສຽງ, ຕູ້ອິນເຕີເນັດ… ໂດຍແຂວງກວາງຈິ ໜູນຊ່ວຍແຂວງ ສະຫວັນນະເຂດເພື່ອຕິດຕັ້ງລະບົບກອງປະຊຸມທາງໄກໃຫ້ແກ່ແຂວງສະຫວັນນາະເຂດ ຕາມເນື້ອໃນທີ່ໄດ້ແລກປ່ຽນ, ເຫັນດີຢູ່ທີ່ການໂອ້ລົມສົນທະນາຕີລາຄາກາງສະໄໝລະຫວ່າງຜູ້ແທນຂັ້ນສູງຂອງແຂວງ ສະຫວັນນາເຂດ ແລະ ກວາງຈິ ທີ່ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2021.
ຄະນະກໍາມະການປະຊາຊົນແຂວງ ຮຽກຮ້ອງພະແນກພົວພັນຕ່າງປະເທດ ເປັນປະທານ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງສືບຕໍ່ຮັບ, ມອບນັກສຶກສາ ລາວໃຫ້ມະຫາວິທະຍາໄລກວາງນາມ ຄຸ້ມຄອງ, ບໍາລຸງສ້າງ; ສົມທົບກັບ ມະຫາວິທະຍາໄລກວາງນາມ ແລະບັນດາທ້ອງຖິ່ນ, ຫົວໜ່ວຍທ່ີກ່ຽວຂ້ອງ ຄຸ້ມຄອງ ແລະແກ້ໄຂທັນການບັນດາບັນຫາທີ່ກ່ຽວຂ້ອງເຖິງນັກສຶກສາລາວ ໃນໄລຍະທີ່ຮໍ່າຮຽນ, ດໍາລົງຊີວິດຢູ່ແຂວງກວາງນາມ ໃຫ້ຖືກຕ້ອງຕາມ ການກໍານົດ...
ຍສໝ - ສະຫາຍພົນຈັດຕະວາ ເລຊວນຊາງ ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕີລາຄາວ່າ: ໃນເວລາ 1 ເດືອນ, ຄະນະພະນັກງານກອງທັບປະຊາຊົນລາວ ໄດ້ຍົກສູງຈິດໃຈຄວາມ ຮັບຜິດຊອບ, ຄວາມສາມັກຄີ, ສະແຫວງຫາຊອກຮູ້, ຄຽງບ່າຄຽງໄຫຼ່ພ້ອມກັບ ຄະນະຈັດຕັ້ງຊຸດຝຶກອົບຮົມປະຕິບັດແຜນການ ແລະ ເນື້ອໃນການຝຶກອົບ ຮົມຢ່າງມີປະສິດທິຜົນ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ເນັ້ນໜັ້ກວ່າ ການກຳເນີດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ມີຄວາມໝາຍສຳຄັນຕໍ່ທຸກປະເທດ, ນັບທັງປະເທດທີ່ມີທະເລ ຫຼື ບໍ່ມີ.
ການສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ມີສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງແມ່ນເນື້ອໃນທີ່ສຳຄັນ ຍິ່ງ, ເຊິ່ງຍາມໃດພັກ, ລັດ ແລະ ປະຊາຊົນສອງປະເທດກໍໄດ້ເອົາໃຈໃສ່, ຊຸກຍູ້…
ໄລ່ມາຮອດປັດຈຸບັນ, ແຂວງເງະອານ ແລະ 3 ແຂວງປະເທດລາວ ທີ່ມີເສັ້ນຊາຍແດນຮ່ວມກັນ ຈັດຕັ້ງການແຮກສ່ຽວໄດ້ 21 ຄູ່ ບ້ານ - ບ້ານ, ປ້ອມທະຫານຊາຍແດນ 8 ປ້ອມ ກັບບັນດາກອງຮ້ອຍ, ຄ້າຍຕຳຫຼວດ ກັບ 3 ແຂວງຫົວພັນ - ຊຽງຂວາງ - ບໍລິຄຳໄຊ.
ຕອນເຊົ້າວັນທີ 7 ທັນວາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ໂດຍ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍາລາດ ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງການປ້ອງກັນປະເທດສາກົນ ຫວຽດນາມ ປີ 2022.
ເນື່ອງໃນໂອກາດຈັດຕັ້ງລາຍການໂອ້ລົມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ຄັ້ງທີ 1 ປີ 2022, ຕອນບ່າຍວັນທີ 3 ທັນວາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໂງມິງເຈົາ ໄດ້ໃຫ້ການຕ້ອນຮັບການນຳບັນດາທ້ອງຖິ່ນຂອງລາວ, ກຳປູເຈຍ ແລະ ສ.ເກົາຫຼີ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ເປັນປະທານ, ສົມທົບກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ບັນດາກະຊວງ, ຂະແໜງການຈັດຕັ້ງພິທີມອບລາງວັນການເສັງຂຽນຊອກຮູ້ຄວາມຮູ້ກ່ຽວກັບທະເລ, ໝູ່ເກາະຫວຽດນາມ ປີ 2022 ດ້ວຍຫົວຂໍ້ “ປະເທດຢູ່ຄື້ນທະເລ”. ລາຍການໄດ້ຈັດຕັ້ງຢູ່ສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ.
ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ຄະນະພະນັກງານກອງທັບປະຊາຊົນລາວ ນໍາໂດຍສະຫາຍພັນໂທ ອາໄພ ອະໄພຍະວົງ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນ ເນື່ອງໃນໂອກາດມາຫວຽດນາມ ເຂົ້າຮ່ວມຊຸດຝຶກອົບວຽກງານສື່ມວນຊົນ.
ຕອນບ່າຍວັນທີ 29 ພະຈິກ, ທີ່ແຂວງຮ່າຕິ້ງ ສສ. ຫວຽດນາມ ໄດ້ດໍາເນີນກອງປະຊຸມຮ່ວມມືປົກປັກຮັກສາປ່າ, ສະກັດກັ້ນ ແລະຕ້ານໄຟໄໝ້ປ່າລະຫວ່າງພະແນກກະສິກໍາ ແລະພັດທະນາຊົນນະບົດແຂວງຮ່າຕິ້ງ ກັບພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນ ແລະແຂວງບໍລິຄໍາໄຊ.
ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີເປີດຊຸດຝຶກອົບຮົມນາຍທະຫານຕິດຕາມໄປນໍາ, ຕິດຕໍ່ສື່ສານ ແລະນາຍແປພາສາ ເພື່ອຮັບໃຊ້ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ປີ 2022.
ຍສໝ - ໂຄງການຍົກລະດັບໂຮງຮຽນປະຖົມມິດຕະພາບແຂວງ ຈຳປາສັກ ນີ້ແມ່ນຂອງຂວັນຂອງນະຄອນດ່ານັ້ງ ມອບໃຫ້ແກ່ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຈຳປາສັກ ລາວ ເຊິ່ງມີມູນຄ່າລົງທຶນ 7 ຕື້ດົ່ງ.
ຍສໝ - ທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເລຕ້ຽນເຈົາ ແລະ ທ່ານຮອງປະທານສູນກາງແນວລາວ ສ້າງຊາດ ຄໍາເຜີຍ ບຸດດາວຽງ ໄດ້ຕາງໜ້າສອງຝ່າຍ ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ ໃນໄລຍະ 2022-2025.
ຍສໝ - ສະຫາຍພົນຈັດຕະວາ ຕະກວາງຈວຽນ, ຫົວໜ້າບັນນາທິການວາລະສານທ່ົວປວງຊົນປ້ອງກັນຊາດ ໃຫ້ຮູ້ວ່າ ໃນໄລຍະເກືອບ 1 ເດືອນ, ເຖິງວ່າເງື່ອນໄຂຍັງປະສົບກັບຄວາມຫຍຸ້ງຍາກ ຫຼາຍຢ່າງກໍ່ຕາມ, ແຕ່ຊຸດຝຶກອົບຮົມ ໄດ້ປະຕິບັດຖືກຕາມແຜນການ, ເນື້ອໃນໂຄງການທີ່ໄດ້ວາງອອກ ແລະບັນລຸໝາກຜົນທີ່ດີ.