ຂອງທີ່ລະນຶກໂດຍ ທ້າວ ສຸກວັນ ມອບໃຫ້ຂ້າພະເຈົ້າໃນຖ້ຽວການໄປທັດສະນະສຶກສາຢູ່ເຂດຮ່ອງຮອຍປະຫວັດສາດ K9, ດ໋າຈົງ (ບາວີ່, ຮ່າໂນ້ຍ) ໃນເດືອນພຶດສະພາ ປີ 2017. ໃນການໄປຢ້ຽມຢາມ, ຂ້າພະເຈົ້າໄດ້ແບ່ງປັນກັບບັນດານັກນັກສຶກສາຕ່າງປະເທດລຸ້ນ 52 (ໃນນັ້ນມີນັກສຶກສາລາວ) ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈິມິນ ແລະ ເຂດຮ່ອງຮອຍປະຫວັດສາດ K9. ຂ້າພະເຈົ້າປະຫລາດໃຈ ແລະ ຮູ້ສຶກຕື້ນຕັນໃຈຕໍ່ຄວາມເຂົ້າໃຈຂອງນັກສຶກສາລາວ ກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນຫວຽດນາມ ແລະ ຄວາມຮັກແພງທີ່ເຂົາເຈົ້າໄດ້ສະແດງອອກ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບພິເສດລະຫວ່າງສອງປະເທດອ້າຍນ້ອງ.
ຜ້າບ່ຽງມີຄວາມຍາວປະມານ 1.3 ແມັດ, ກວ້າງ 35 ຊັງຕີແມັດ, ທໍດ້ວຍເສັ້ນ cotton, ມີສີຂຽວເຂັ້ມປົນກັບສີມ່ວງ, ສອງສີນີ້ປະກອບເປັນລາຍແຊກສະຫຼັບກັນເຕັມໜ້າຂອງຜ້າບ່ຽງ. ຢູ່ທັງສອງສົ້ນຂອງຜ້າບ່ຽງມີຍູຍ, ເພື່ອສ້າງຄວາມອ່ອນໂຍນ ແລະ ເປັນສະໄຕໃໝ່.
ຜ້າບ່ຽງທີ່ທ້າວ ສຸກວັນ ມອບໃຫ້ |
ຕາມ ສຸກວັນ ແບ່ງປັນແລ້ວ, ຜ້າບ່ຽງເປັນຂອງທີ່ໃກ້ຊິດ ແລະ ລື້ງເຄີຍ, ແຕ່ກໍມີຄ່າສູງສົ່ງ ແລະ ສັກສິດໃນວັດທະນະທຳພື້ນເມືອງຂອງຊາວລາວ. ຜ້າບ່ຽງແມ່ນໄດ້ເຮັດຈາກຫຼາຍວັດຖຸພັນທີ່ແຕກຕ່າງກັນ ແລະ ຖືກນໍາໃຊ້ໃນເກືອບທຸກໄວອາຍຸ. ໃນງານບຸນສຳຄັນຕ່າງໆເຊັ່ນ ບຸນປີໃໝ່, ງານດອງ, ງານວັນບຸນຕ່າງໆ ຫຼື ໄປວັດ... ຊາວລາວມັກນຸ່ງຊຸດອາພອນພື້ນເມືອງ ແລະ ບ່ຽງຜ້າບ່ຽງໃສ່ບ່າໄຫລ່, ສະຫຼຽງກັບໜ້າເອິກຍາວລົງຕາມ. ສ່ວນຜ້າແພ (ຜ້າຂະມ້າ) ຄ້າຍກັບຜ້າລາຍແຊກຢູ່ທາງພາກໃຕ້ຫວຽດນາມ. “ຜ້າແພ” ຖືກໄດ້ໃຊ້ທົ່ວໄປຢູ່ໃນທົ່ວປະເທດ, ຢູ່ທຸກໄວອາຍຸ. ຄົນລາວມັກຈະໃຊ້ “ຜ້າແພ” ເປັນຜ້າເຊັດຕົວ, ປົກຫົວກັນແດດ ແລະ ກັນນ້ຳໝອກນໍ້າຄ້າງ, ຄ້ອງໃສ່ຄໍເມື່ອອາກາດໜາວ, ແລະ ໃຊ້ຜ້າແພເພື່ອຫໍ່ເຄື່ອງນຸ່ງ ແລ້ວຮັດໃສ່ແອວຢ່າງເປັນລະບຽບຮຽບຮ້ອຍໃນເວລາເຮັດວຽກຢູ່ໄຮ່ຢູ່ນາ, ຫຼື ໄປເກັບຜັກຫັກໜໍ່ໃນປ່າ, ຫຼືເດີນທາງໄປໄກ ...
ທ້າວ ສຸກວັນ ໃຫ້ຮູ້ວ່າ ຂອງຂວັນດັ່ງກ່າວສະແດງເຖິງຄວາມເຄົາລົບນັບຖື, ຄວາມຮັກແພງ ແລະ ຄວາມປາດຖະໜາຢາກຮັກສານໍ້າໃຈລະຫວ່າງຄູອາຈານກັບລູດສິດ, ນໍ້າໃຈເພື່ອນມິດ ແລະ ຄວາມຜູກພັນທີ່ມີມາແຕ່ດົນຄືນໍ້າໃຈອ້າຍນ້ອງທີ່ຕິດພັນສະໜິດແໜ້ນດັ່ງຄົນໃນຄອບຄົວຄົວດຽວກັນ. ທຸກໆປີ, ໃນໂອກາດບຸນງານຕ່າງໆຂອງລາວ, ໂດຍສະເພາະແມ່ນບຸນປີໃໝ່ລາວ, ຂ້າພະເຈົ້າມັກຈະມາກົມກອງເພື່ອອວຍພອນ ແລະ ຮ່ວມມ່ວນຊື່ນພ້ອມກັບເຂົາເຈົ້າ. ພວກຂ້າພະເຈົ້າພ້ອມກັນແບ່ງປັນບັນດາເລື່ອງລາວທີ່ໜ້າສົນໃຈກ່ຽວກັບຈຸດພິເສດຂອງວັດທະນະທຳພື້ນເມືອງລາວ ແລະ ຫວຽດນາມ, ຊີ້ອອກບັນດາຈຸດຄ້າຍຄືກັນ, ຈຸດທີ່ໃກ້ຊິດຕິດພັນໃນຮີດຄອງປະເພນີ, ວັດທະນະທຳພື້ນເມືອງຂອງແຕ່ລະປະເທດ.
ທ້າວ ເລວັນນາມ ໃສ່ຜ້າບ່ຽງ |
ໃນບັນດາການພົບປະນັ້ນ, ພວກຂ້າພະເຈົ້າໄດ້ພ້ອມກັນຮ້ອງເພງພື້ນເມືອງຂອງປະເທດເພື່ອນມິດ ແລະ ຟ້ອນລຳວົງ; ບັນດາບົດເພງທີ່ສັນລະເສີນກ່ຽວກັບສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ລາວ-ຫວຽດນາມ ເຊັ່ນ: “ນໍ້າໃຈຫວຽດນາມ - ລາວ” ຂອງ ນັກແຕ່ງ ໂຮ່ຫືວເທີ້ວ; “ນໍ້າໃຈຫວຽດນາມ - ລາວ ຄືພູຜາແມ່ນ້ຳ” ຂອງນັກແຕ່ງ ຈ້ອງລວານ; “ສາວຊຳເໜືອທີ່ສວຍງາມ” ຂອງ ເຈີ່ນຕ໋ຽນ... ໂດຍສະເພາະ, ບົດເພງທີ່ຂາດບໍ່ໄດ້ແມ່ນ “ຄືມີລຸງໂຮ່ໃນວັນແຫ່ງໄຊຊະນະ”.
ປີ 2021, ທ້າວ ສຸກວັນ ແລະ ບັນດານັກຮຽນລຸ້ນທີ 52 ໄດ້ສໍາເລັດການຮຽນຢູ່ວິທະຍາຄານເຕັກນິກການທະຫານ ແລະ ກັບຄືນເມືອປະເທດ. ແຕ່ພວກຂ້າພະເຈົ້າຍັງຄົງຮັກສາສາຍພົວພັນຢ່າງແໜ້ນແຟ້ນ ແລະ ຕິດຕໍ່ພົວພັນ, ຢ້ຽມຢາມຖາມຂ່າວ, ແບ່ງປັນ, ລະດົມເຊິ່ງກັນແລະກັນຢ່າງເປັນປະຈໍາ. ສຸກວັນ ກັບເມືອເຮັດວຽກຢູ່ແຂວງຈຳປາສັກຂອງລາວໃນຖານະເປັນຜູ້ຊ່ວຍວຽກງານດ້ານເຕັກນິກ, ຮັບຜິດຊອບດ້ານໄອທີ. ກົງຈັນ ເຮັດວຽກຢູ່ສູນເຕັກນິກກົດລັບ, ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ປະຈຸບັນ, ສຸກວັນ ແລະ ກົງຈັນ ມີແຜນຈະສ້າງຄອບຄົວໃນໄວໆນີ້ ແລ້ວຈະກັບໄປຫວຽດນາມ ເພື່ອສືບຕໍ່ຮຽນຢູ່ລະດັບທີ່ສູງກວ່າ. ຜ້າບ່ຽງຍັງຄົງສືບຕໍ່ເປັນເຫດຜົນເພື່ອເຊື່ອມຕໍ່ເລື່ອງລາວຂອງພວກຂ້າພະເຈົ້າໄປອີກດົນໆ…
ຫອມມາລາ