ລະດູໃບໄມ້ຫຼົ່ນຮ່າໂນ້ຍ ສວຍງາມທີ່ສຸດແມ່ນຢູ່ໃນບັນດາລົດຂາຍດອກໄມ້ | |
ປະທານສະພາແຫ່ງຊາດ ລາວ ເຂົ້າຮ່ວມການແຂ່ງຂັນຖີບລົດ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 |
ມື້ນີ້, ເດືອນມິຖຸນາ, ຫຼານໄປໂຮງຮຽນເພື່ອເບິ່ງຄະແນນການສອບເສັງຈົບຊັ້ນມັດທະຍົມ ຕອນຕົ້ນ. ຫຼັງຈາກອ່ານຄະແນນຂອງຕົນເອງຢູ່ເທິງກະດານ, ຫຼານຮູ້ສຶກດີໃຈຫຼາຍແລ້ວກະໂດດຂຶ້ນລົດຖີບເພື່ອຂີ່ກັບບ້ານ. ຄົນທໍາອິດທີ່ຫຼານແຈ້ງຂ່າວວ່າຫຼານເສັງຈົບໄດ້ແລ້ວ ແມ່ນແມ່ ແລະ ພໍ່. ຈາກນັ້ນ ຫຼານກໍຂີ່ລົດຖີບໄປເຮືອນຂອງນາຍບ້ານບຸນທັນ ເພື່ອເລົ່າຂ່າວໃຫ້ລາວຮູ້. ຫຼານກໍຍັງໄດ້ສົ່ງຄວາມນຳພໍ່ບຸນທັນວ່າ: "ລົບກວນພໍ່ໂທແຈ້ງຂ່າວໃຫ້ພໍ່ລ້ຽງທີ່ເປັນທະຫານປ້ອງກັນຊາຍແດນແດ່". ຫຼານມີພໍ່ລ້ຽງຢູ່ປ້ອມຊາຍແດນລາໄລ ຫວຽດນາມ. ໃນ 2-3 ປີຜ່ານມາ, ຫຼານໄດ້ໄປໂຮງຮຽນ ແລະ ມີຜົນການເສັງດີຄືແນວນີ້ ກໍຍ້ອນວ່າມີການຊ່ວຍເຫຼືອຫຼາຍຢ່າງຈາກພໍ່ລ້ຽງ. ໃນຕົ້ນສົກຮຽນໃໝ່, ພໍ່ລ້ຽງໄດ້ນໍາປື້ມຂຽນ, ປື້ມຕໍາລາຕ່າງໆທີ່ໃຫມ່ໆມາໃຫ້ຫຼານ. ທຸກໆເດືອນ ພໍ່ລ້ຽງກໍໄດ້ສົ່ງເງິນໃຫ້ຫຼານຮໍ່າຮຽນ. ລົດຖີບ - "ໝູ່ສະນິດ" ທີ່ພາຫຼານທຽວໄປມາໂຮງຮຽນທຸກໆມື້ ກໍແມ່ນຂອງຂວັນທີ່ພໍ່ລ້ຽງມອບໃຫ້.
ລົດຖີບ - ຂອງຂວັນທີ່ພໍ່ລ້ຽງມອບໃຫ້ |
ຫຼານເກີດໃນປີ 2007. ຄອບຄົວມີເອື້ອຍນ້ອງ 6 ຄົນ. ຄອບຄົວຂອງຫຼານກໍທຸກຍາກຂາດເຂີນຄືຊາວບ້ານລາໄລອາສ້ອຍ. ຫຼານໄດ້ຍິນແມ່ເລົ່າວ່າ ເອື້ອຍຄົນທີ 2 ຂອງຕົນເຈັບປ່ວຍ, ຄອບຄົວບໍ່ມີເງິນເພື່ອພາລາວໄປໂຮງໝໍ ແລະ ໂຮງໝໍກໍຢູ່ໄກຫຼາຍ ຫຼານກໍບໍ່ເຄີຍໄປຈັກເທື່ອ. ຫຼັງຈາກນັ້ນ, ລາວມີອາການໜັກຂຶ້ນ ແລ້ວກະເສຍຊີວິດ. ພໍ່ແມ່ລໍາບາກ ຫຼາຍເພື່ອລ້ຽງດູເອື້ອຍນ້ອງຫຼານ 4 ຄົນ ໃຫ້ໄດ້ສຶກສາຮໍ່າຮຽນ. ວຽກງານຂອງພໍ່ແມ່ຫຼານ ທຸກໆມື້ແມ່ນພຽງແຕ່ໄປເຮັດວຽກຢູ່ໄຮ່ມັນຕົ້ນ. ສຸຂະພາບຂອງພໍ່ແມ່ນຫຼານຊໍ້າພັດວ່າອ່ອນແອ, ລາວມັກເຈັບປ່ວຍຕະຫຼອດ.
ເອື້ອຍກົກຂອງຫຼານຕອນອາຍຸໃຫຍ່ຂຶ້ນໜ້ອຍໜຶ່ງ ກໍຕ້ອງປະຮຽນ ແລ້ວໄປເຮັດວຽກນໍາພໍ່ແມ່ຢູ່ໄຮ່ມັນຕົ້ນ. ຮອດຕອນອາຍຸ 18 ປີ, ລາວແຕ່ງງານ, ອ້າຍເຂີຍເປັນຄົນທີ່ຢູ່ບ້ານດຽວກັນ ທຸກໆມື້ກໍໄປໄຮ່ປູກມັນຕົ້ນ. ແລ້ວເຂົາເຈົ້າກໍມີລູກ, ຫຼາຍເທື່ອຫຼານກໍຮູ້ວ່າ ລາວຮັກພໍ່ແມ່, ສົງສານນ້ອງໆຫຼາຍ ແຕ່ລາວກໍຊ່ວຍຫຍັງບໍ່ໄດ້.
ບ້ານຂອງຫຼານມີຊື່ວ່າ ລາໄລອາສ້ອຍ ເຊິ່ງຕັ້ງຢູ່ໃກ້ໆກັບຊາຍແດນຫວຽດນາມ - ລາວ. ຫຼານໄດ້ຍິນວ່າ ປະເທດຫວຽດນາມ ກໍມີບ້ານໜຶ່ງຊື່ວ່າອາໄລ. ນາຍບ້ານ ບຸນທັນ ບອກວ່າ 2 ບ້ານ ໄດ້ແຮກສ່ຽວເປັນເວລາດົນແລ້ວ ແລະ ໄດ້ຊ່ວຍເຫຼືອເຊິ່ງກັນແລະກັນຫຼາຍຢ່າງ.
ຢູ່ຝ່າຍຫວຽດນາມກໍມີຄ້າຍທະຫານປ້ອງກັນຊາຍແດນຊື່ວ່າ ລາໄລ. ນັບແຕ່ຕອນທີ່ຫຼານຍັງນ້ອຍ ຍັງບໍ່ໄດ້ໄປໂຮງຮຽນ, ມີບາງເທື່ອຫຼານກໍໄດ້ເຫັນອາວທະຫານປ້ອງກັນຊາຍແດນລາໄລ ມາຢ້ຽມຢາມບ້ານ ລາໄລອາສ້ອຍ. ເວລານັ້ນ, ທົ່ວບ້ານຮູ້ສຶກເບີກບານມ່ວນຊື່ນຄືມີງານບຸນ. ບັນດາອາວ ແລະ ລຸງໄດ້ນຳເຄື່ອງນຸ່ງ ແລະ ເຂົ້າໜົມຫຼາຍອັນມາໃຫ້ເດັກນ້ອຍ, ມີທັງມີແກັດໝີ່ ແລະ ຕຸກນໍ້າມັນພືດ ເພື່ອແຈກໃຫ້ແຕ່ລະຄອບຄົວ. ໃນຈຳນວນທີ່ມານັ້ນ ກໍມີທັງແພດຫມໍ. ເຂົາເຈົ້າຕັ້ງໂຕະ ແລ້ວກວດສະຂະພາບ ແລະ ແຈກຢາຍຢຸກຢາໃຫ້ຄົນເຈັບຢູ່ໃນບ້ານ.
ໃນປີ 2017 ຕອນທີ່ຫຼານກໍາລັງຮຽນຫ້ອງ ປ.4 , ຕົ້ນປີເກີດໄພແຫ້ງແລ້ງຢ່າງໜັກໜ່ວງ ຈາກນັ້ນກໍຖືກນໍ້າຖ້ວມ. ການເກັບກ່ຽວມັນຕົ້ນຢູ່ໄຮ່ແມ່ນບໍ່ຮອດ 1/3 ເມື່ອທຽບໃສ່ທຸກໆປີ. ເມື່ອເຫັນໃບໜ້າທີ່ໂສກເສົ້າຂອງພໍ່ແມ່, ຫຼານກໍໄດ້ຮູ້ວ່າເຂົາເຈົ້າກໍາລັງຮູ້ສຶກເປັນຫ່ວງກັງວົນ. ຫຼານກໍເສົ້າໃຈຫຼາຍ, ຫຼານຢ້ານພໍ່ແມ່ບໍ່ມີມັນຕົ້ນຢ່າງພຽງພໍເພື່ອກິນ. ແຕ່ຄວາມຢ້ານກົວທີ່ໃຫຍ່ທີ່ສຸດແມ່ນຫຼານຈະບໍ່ໄດ້ໄປຮຽນອີກ...
ຄາວນັ້ນ, ນາຍບ້ານ ບຸນທັນ ໄດ້ພາບັນດາອາວ, ລຸງທີ່ເປັນທະຫານປ້ອງກັນຊາຍແດນ ຫວຽດນາມ ມາຫາເຮືອນຫຼານ ເພື່ອຮັບຫຼານເປັນລູກລ້ຽງ ແລະ ບອກວ່າຈະໜູນຊ່ວຍ ເພື່ອບໍ່ໃຫ້ຫຼານປະການຮຽນ. ນີ້ແມ່ນເທື່ອທຳອິດ ທີ່ຫຼານໄດ້ຮັບຂອງຂວັນ ແລະ ປຶ້ມຂຽນຕ່າງໆ ຫຼາຍຄືແນວນີ້.
ຄາວນັ້ນ, ຫຼານຮູ້ພາສາຫວຽດສອງສາມຄໍາ, ຕອນຟັງເຂົາເຈົ້າສັ່ງ, ຫຼານເວົ້າໄດ້ພຽງແຕ່: ລູກຂອບໃຈພໍ່ລ້ຽງທະຫານປ້ອງກັນຊາຍແດນຫວຽດນາມ...
ໃນປີ 2019, ຫຼານໄດ້ໄປຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ເຊິ່ງຢູ່ໄກບ້ານ, ບັນດາອາວທີ່ເປັນທະຫານປ້ອງກັນຊາຍແດນກໍເອົາລົດຖີບຄັນໃໝ່ມາໃຫ້ຫຼານ ເພື່ອຂີ່ໄປໂຮງຮຽນທຸກໆມື້.
ອາວທີ່ເປັນທະຫານປ້ອງກັນຊາຍແດນອົາລົດຖີບຄັນໃໝ່ມາໃຫ້ |
ເສັ້ນທາງຈາກບ້ານຫຼານໄປໂຮງຮຽນແມ່ນ 4 ກິໂລແມັດ, ແຕ່ວ່າເສັ້ນທາງນັ້ນແມ່ນທາງພູ, ມີຫີນຫຼາຍ ແລະ ເດີນທາງຍາກ. ໂດຍສະເພາະແມ່ນໃນລະດູຝົນ, ເສັ້ນທາງເຕັມໄປດ້ວຍຂີ້ຕົມ. ຖ້າຍ່າງໄປ, ອາດໄປຮອດໂຮງຮຽນບໍ່ທັນໂມງຮຽນ. ສ່ວນຂີ່ລົດໄປ ລໍ້ລົດກໍມີແຕ່ຂີ້ຕົມ. ທຸກໆຄັ້ງຄືແນວນັ້ນ ຕອນກັບມາ, ຫຼານຕ້ອງເອົາລົດໄປລ້າງໃຫ້ສະອາດ.
ຫຼານຮັກລົດຄັນນີ້ຫຼາຍ, ແຕ່ມັນກໍຄືກັບໂຕມ້າ ມີບາງຄັ້ງກໍເຈັບ ແລະ ເມື່ອຍ. ນັ້ນແມ່ນເວລາຕີນລົດຮົ່ວ, ແຕກ, ສາຍໂສ້ຂາດ.
ຢູ່ບ້ານຫຼານບໍ່ມີບ່ອນສ້ອມແປງລົດ. ທຸກໆຄັ້ງທີ່ລົດ “ເຈັບປ່ວຍ” ຂ້ອຍຕ້ອງແລ່ນໄປຫາບ້ານຂອງນາຍບ້ານ ບຸນທັນ. ຢູ່ໃນບ້ານ ມີແຕ່ລາວຄົນດຽວມີໂທລະສັບ ເພື່ອຕິດຕໍ່ຫາພໍ່ລ້ຽງທີ່ເປັນທະຫານປ້ອງກັນຊາຍແດນລາໄລ. ສອງສາມມື້ຕໍ່ມາ, ພໍ່ລ້ຽງທີ່ເປັນ ທະຫານປ້ອງກັນຊາຍແດນຈະຕ້ອງມາ ເອົາລົດກັບໄປຫວຽດນາມເພື່ອສ້ອມແປງ. ຫຼັງຈາກແຕ່ລະຄັ້ງທີ່ສ້ອມແປງ, ລົດກໍກັບຄືນມາຄືໃໝ່, ເຮັດໃຫ້ຫຼານໄປໂຮງຮຽນສະດວກກວ່າ.
ເສັ້ນທາງທີ່ເຕັມໄປດ້ວຍຫີນ ແລະ ຂີ້ຕົມ, ລົດເກົ່າໄວຢ່າງເຫັນໄດ້ແຈ້ງ. ຫຼັງຈາກເພສອງສາມເທື່ອ, ໃນປີ 2021, ບັນດາອາວ ລຸງທີ່ເປັນທະຫານປ້ອງກັນຊາຍແດນ ຫວຽດນາມ ກໍຊື້ລົດຖີບຄັນໃໝ່ ຍີ່ຫໍ້ Asama ໃຫ້ຫຼານ. ຕັ້ງແຕ່ນັ້ນມາ, ຫຼານກໍມີລົດຖີບຄັນໃໝ່ຂີ່ໄປໂຮງຮຽນທຸກມື້.
ທຸກໆຄັ້ງທີ່ພໍ່ລ້ຽງທີ່ເປັນທະຫານປ້ອງກັນຊາຍແດນຫວຽດນາມ ມາຢ້ຽມຢາມ ກໍລະດົມກຳລັງໃຈໃຫ້ຫຼານພະຍາຍາມຮ່ຳຮຽນ ແລະ ຮຽນພາສາຫວຽດໃຫ້ເກັ່ງ. ພໍ່ລ້ຽງມັກເວົ້າວ່າ ຫວຽດນາມ - ລາວ ສອງປະເທດເຮົາ ມີສາຍພົວພັນຢ່າງສະໜິດຕິດແໜ້ນ, ຢູ່ໃນເຂດຊາຍແດນນີ້ກໍມີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສະນັ້ນ ຕ້ອງມານະພະຍາຍາມຮຽນພາສາຫວຽດເພື່ອກາຍເປັນນາຍແປພາສາ ໜູນຊ່ວຍພະນັກງານຂອງສອງປະເທດ ໃນການເຮັດວຽກນໍາກັນໃຫ້ສະດວກກວ່າ.
ຫອມມາລາ