ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບ ອາກຊັງຕິນ; ທ່ານປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ໃຫ້ພັດທະນາຢ່າງແທດຈິງ ແລະ ເຂົ້າສູ່ລວງເລິກ.
ວັນທີ 24 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເລີ່ມຕົ້ນການໄປຢ້ຽມຢາມປະເທດ ສ.ອາກຊັງຕິນ ຢ່າງເປັນທາງການ, ແຕ່ວັນທີ 23-26 ເມສາ, ຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາຕ່ຳ Cecilia Moreau.
ຍສໝ - ດ້ວຍການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018, ປະຈຸບັນ ຫວຽດນາມ ແລະ ອົດສະຕາລີ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນໃນຫຼາຍຂົງເຂດ, ຄື: ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ກະສິກຳ, ການສຶກສາ ແລະ ບຳລຸງສ້າງ…
ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການ ນາງ ຈຸກິມເຟືອງ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງທ່ານອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ, ພະນັກງານສະຖານທູດ, ນັກສຶກສາລາວ ແລະ ຄອບຄົວ.
ຍສໝ - ຢູ່ 4 ແຂວງທີ່ໄປຢ້ຽມຢາມ ແລະ ອວຍພອນ, ທ່ານພັນເອກ ຫງວຽນແທ່ງຕ໋ວນ, ຫົວໜ້າຕຳຫຼວດແຂວງ ເທື່ອທຽນເຫ້ວ ໄດ້ສົ່ງຄຳອວຍພອນເຖິງຄະນະການນຳ, ຜູ້ບັນຊາການ, ພະນັກງານ, ນັກຮົບທຸກຖ້ວນໜ້າ ແລະ ຄອບຄົວ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດ, ອວຍພອນຄວາມສາມັກຄີລະຫວ່າງຕຳຫຼວດບັນດາແຂວງຂອງລາວ ແລະ ຕຳຫຼວດເທື່ອທຽວເຫ້ວ ນັບມື້ນັບສະໜິດຕິດພັນ ແລະ ພັດທະນາ, ຍືນຍົງຄົງຕົວຊົ່ວກາລະນານ.
ຍສໝ - ໃນວັນທີ 11 ເມສາ, ນັກສຶກສາລາວເກືອບ 200 ຄົນຈາກໂຮງຮຽນມິດຕະພາບ T78 ໄດ້ເຂົ້າຮ່ວມລາຍການ “ວັນແຫ່ງຄວາມສຸກ, ຄວາມເຂົ້າໃຈ ແລະ ຄວາມຮັກແພງ” ຢູ່ວັດ ຫງຽມຟູກ, ເມືອງຟູກເຖາະ, ຮ່າໂນ້ຍ.
ຍສໝ - ກອງປະຊຸມຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ຄັ້ງທີ 12 ໄດ້ສຸມໃສ່ແລກປ່ຽນ ແລະ ປຶກສາຫາລືປິ່ນອ້ອມ 4 ກອງປະຊຸມທີ່ມີຫົວເລື່ອງສະເພາະຄື: ນະຄອນຍືນຍົງ; ສະພາບແວດລ້ອມ, ນ້ໍາ ແລະ ການບໍາບັດນ້ໍາ; ວັດທະນະທຳ, ມໍລະດົກ ແລະ ການທ່ອງທ່ຽວ; ເມືອງອັດສະລິຍະ ແລະ ການຫັນເປັນດິຈິຕອນ.
ຍສໝ - ຕອນບ່າຍວັນທີ 11 ເມສາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມີການໂອ້ລົມເຈລະຈາກັບຜູ້ຕາງໜ້າວິສາຫະກິດ, ປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ລາວ ໃນໄລຍະທີ່ທ່ານມາຢ້ຽມຢາມປະເທດລາວ ຢ່າງເປັນທາງການ.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ລາວ, ການນຳບັນດາແຂວງນະຄອນຄື: ນະຄອນໂຮ່ຈີມິນ, ດ່ານັ້ງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວມາຢ້ຽມຢາມ, ອວຍພອນປີໃໝ່.
ຍສໝ - ໃນຕອນບ່າຍວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂອງຄະນະໂຄສະນາສຶກສາສູນກາງພັກກອມມູນຫວຽດນາມ ນໍາໂດຍສະຫາຍ ຫງວຽນເກ໋ເລີມ, ຮອງຫົວໜ້າຄະນະສະເພາະກິດ ຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານການຕ່າງປະເທດ, ຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ ແລະ ການຮ່ວມມືສາກົນ, ຄະນະໂຄສະນາສຶກສາສູນກາງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ລັດຖະກອນຂອງສະຖານທູດລາວ ປະຈຳຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ມອບດອກໄມ້ ແລະ ອວຍພອນໄຊອັນປະເສີດມາຍັງທ່ານອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຈັນທະພອນ ຄຳມະນີຈັນ ພ້ອມດ້ວຍພະນັກງານສະຖານທູດ ແລະ ຄອບຄົວ ເນື່ອງໃນໂອກາດບຸນປີໃໝ່.
ຍສໝ - ໃນຕອນເຊົ້າວັນທີ 10 ເມສານີ້, ຢູ່ແຂວງຈຳປາສັກ (ສປປ.ລາວ) ໄດ້ດຳເນີນເວທີປາໄສການເຊື່ອມຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ລາວ-ຫວຽດນາມ-ໄທ. ນີ້ແມ່ນເວທີປາໄສໂດຍກົງສູນໃຫຍ່ສາທາລະນະລັດສັງຄົມນິຍົມ ຫວຽດນາມ ປະຈຳນະຄອນປາກເຊ ສົມທົບກັບສະມາຄົມການຄ້າເອເລັກໂຕນິກ (ອີຄອມເມີຊ) ຫວຽດນາມ ແລະ ແຂວງຈຳປາສັກ ຈັດຕັ້ງ.
ຍສໝ - ໃນວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃຫມ່ 2566 (ຕາມພຸດທະສັກກະຫຼາດ) ຂອງປະຊາຊົນບັນດາເຜົ່າລາວ.
ຍສໝ - ສຳລັບ ລາວ ແລ້ວ, ການຢ້ຽມຢາມຂອງທ່ານປະທານປະເທດ ຫວໍວັນເຖືອງ ໄດ້ດຳເນີນໃນຈຸດເວລາທີ່ປະເທດນີ້ເກືອບຈະສິ້ນສຸດປີເກົ່າຕາມ ພ.ສ, ຈະຕ້ອນຮັບບຸນປີໃໝ່ ໃນ2 – 3 ວັນຈະມາເຖິງ.
ຍສໝ - ໂດຍເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງສະຫາຍ ຫວໍວັນເຖືອງ ໃນຖານະເປັນປະທານປະເທດ, ບົດຂຽນຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບລາວ.
ຕອນບ່າຍວັນທີ 11 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສປປ.ລາວໃນລະຫວ່າງວັນທີ 10 – 11 ເມສາ.
ຍສໝ - ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ ແລະ ເສດຖະກິດໃຫ້ຫຼາຍກວ່າ, 2 ຝ່າຍຈະກະກຽມສ້າງລະບົບເຊື່ອມຕໍ່ເຊິ່ງກັນ ແລະ ກັນ, ສ້າງອະນາຄົດຢ່າງໝັ້ນຄົງ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລຶວກວາງ ໄດ້ຍົກໃຫ້ເຫັນຫຼາຍສານກ່ຽວກັບຄຳໝັ້ນສັນຍາ, ຄວາມມານະພະຍາຍາມຢ່າງແຮງ ແລະ ຜົນງານຂອງຫວຽດນາມ ໃນການພັດທະນາປະເທດຊາດ, ຮັບປະກັນສິດທິມະນຸດ; ຮຽກຮ້ອງໃຫ້ບັນດາປະເທດ ເຂົ້າໃຈ ແລະ ເຄົາລົບບັນດາລັກສະນະປະຫວັດສາດສະເພາະ.
ຍສໝ - ໂດຍຕາງໜ້າສະຖານທູດ ຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳ ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສົ່ງຄຳອວຍພອນອັນປະເສີດໄປຍັງພັກ, ລັດ ແລະ ປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່ລາວ 2023.
ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ແລະ ອຳນາດການປົກຄອງ 4 ແຂວງພາກໃຕ້ຂອງລາວ (ອັດຕະປື, ຈຳປາສັກ, ສາລະວັນ, ເຊກອງ) ໄດ້ລົງນາມໃນສັນຍາຮ່ວມມືໄລຍະ 2021 – 2025.
Ngày 30-3, UBND tỉnh Bình Định và Chính quyền 4 tỉnh Nam Lào (Attapu, Champasak, Salavan, Sekong) đã ký kết hợp tác giai ...
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມາເລເຊຍ (30/3/1973 – 30/03/2023), ວາລະສານ ຍຸກສະໄໝ ໄດ້ມີການສຳພາດທ່ານ ໂງແຊກທຶກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ກ່ຽວກັບການພົວພັນມິດຕະພາບ ລະຫວ່າງສອງປະເທດ.
ຍສໝ - ທ່ານນາງອຸປະທູດຫວຽດນາມ ປະຈຳມາເລເຊຍ ຫງວຽນທິຫງອກແອງ ໄດ້ມີການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ມາເລເຊຍ ກ່ຽວກັບຄວາມໝາຍຂອງເຫດການ.
ຍສໝ - ບົດບັນທຶກຊ່ວຍຄວາມເຂົ້າໃຈດັ່ງກ່າວ ໄດ້ລົງນາມລະຫວ່າງລັດຖະບານລາວ ກັບບໍລິສັດ SINO-AGRI International Potash ຂອງຈີນ (SINO-AGRI International Potash Co). ສອງຝ່າຍຈະຮ່ວມມືກັນສ້າງນິຄົມອຸດສາຫະກຳສາກົນໝູນວຽນອັດສະລິຍະ kali ສາກົນ.
ຍສໝ - ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງອັດຕະປື, ທ່ານກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ, ປະທານສະພາປະຊາຊົນແຂວງ ເລເຈື່ອງລຶວ ໄດ້ຮັບຮູ້ວ່າ: ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງແຂວງ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາອັນດີງາມ, ນັບມື້ນັບມີຄວາມສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ແທດຈິງໃນທຸກຂົງເຂດ.
ຍສໝ - ໃນການເຮັດວຽກກັບສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັສລາວ (LFGA) ນຳໂດຍທ່ານ ທອງທຳມະລາດ, ເລຂາສະມາຄົມ PV GAS ໄດ້ແນະນຳວິສັດການກໍ່ສ້າງ ແລະ ພັດທະນາ, ການວາງແຜນກຳນົດທິດທາງຍຸດທະສາດດຳເນີນທຸລະກິດ LPG ຂອງ PV GAS.
ຍສໝ - ທີ່ການພົບປະ, ທ່ານນາງ ປະທານກຳມາທິການຍຸຕິທຳ ເລທິງາ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານປະທານກຳມາທິການຍຸຕິທຳ ຄຳແພງ ວິລະພັນ ແລະ ຄະນະ ແມ່ນການຢັ້ງຢືນເຖິງສາຍພົວພັນແບບພິເສດ ແລະ ຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າບໍລິສັດຮ່ວມມືສາກົນ 705 ຂຶ້ນກັບກອງບັນຊາການທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ; ຕາງໜ້າການນຳອຳນາດການປົກຄອງ ພ້ອມກັບບັນດາພະແນກທີ່ກ່ຽວຂ້ອງ ແຂວງອຸດົມໄຊ
ຍສໝ - ຕອນເຊົ້າວັນທີ 25 ມີນານີ້, ຢູ່ໂຮງຮຽນການເມືອງແຂວງ, ຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ ເພື່ອຍົກສູງຄວາມຮັບຮູ້ ແລະ ສຶກສາອົບຮົມແນວຄິດອຸດົມການປະຕິວັດ, ຄຸນສົມບັດສິນທຳ, ຊີວິດການເປັນຢູ່ຂອງຊາວຫນຸ່ມ.
ຍສໝ - ຄາບເຂົ້າທຳອິດເມື່ອຮັບລູກລາວ, ພໍ່ແມ່ຫວຽດ ໄດ້ເລືອກເອົາອາຫານທີ່ໃກ້ຊິດຕິດແທດກັບຊີວິດປະຈຳວັນຄື: ໝາກຖົ່ວໂກແວ, ໝາກກ້ວຍດິບ, ຊິ້ນໄກ່, ຊິ້ນໝູ…ແຕ່ໄດ້ຮັບການປຸງແຕ່ງຢ່າງຄ່ອງແຄ້ວ, ແຊບດີເພື່ອຕ້ອນຮັບ. ພິເສດ ໃນຄາບເຂົ້າບໍ່ສາມາດຂາດໝາກເຜັດ ເຄື່ອງປຸງທີ່ນິຍົມຂອງຊາວລາວ.
ຍສໝ - ໃນຕອນບ່າຍວັນທີ 24 ມີນາ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ