ຫວຽດນາມ ແລະ ອາກຊັງຕິນ: ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ

06:56 | 25/04/2023

ວັນທີ 24 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເລີ່ມຕົ້ນການໄປຢ້ຽມຢາມປະເທດ ສ.ອາກຊັງຕິນ ຢ່າງເປັນທາງການ, ແຕ່ວັນທີ 23-26 ເມສາ, ຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາຕ່ຳ Cecilia Moreau.

ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ
ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ

ການເດີນທາງຢ້ຽມຢາມກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ (1973 – 2023), ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະປະກອບສ່ວນປັບປຸງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ; ຢືນຢັນວ່າ ອາກຊັງຕິນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ. ການເດີນທາງຢ້ຽມຢາມກໍ່ເປີດກາລະໂອກາດຊຸກຍູ້ການຮ່ວມມື 2 ຝ່າຍ, ພິເສດແມ່ນດ້ານເສດຖະກິດ, ການຄ້າ.

ອາກຊັງຕິນ ແມ່ນໜຶ່ງໃນຈຳນວນ 3 ປະເທດ ອາເມລິກາ ລາຕິນ ທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ (ເດືອນ ຕຸລາ 1973), ຖັດຈາກ ກຸຍບາ ແລະ ຈີເລ. ນັບແຕ່ທ້າຍຊຸມປີ 90 ຂອງສະຕະວັດກ່ອນ, 2 ປະເທດໄດ້ເປີດສະຖານທູດຢູ່ນະຄອນຫຼວງຂອງກັນ ແລະ ການພົວພັນລະຫວ່າງ 2 ປະເທດນັບມື້ນັບພັດທະນາຢ່າງດີງາມ, ຮອບດ້ານໃນທຸກຂົງເຂດ. ປະຈຸບັນ, ອາກຊັງຕິນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ.

ຫວຽດນາມ ແລະ ອາກຊັງຕິນ: ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ

ຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິງ

ພາຍຫຼັງສ້າງຕັ້ງການພົວພັນທາງການທູດເປັນເວລາ 37 ປີ, ປີ 2010, ຫວຽດນາມ ແລະ ອາກຊັງຕິນ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ. ປະຈຸບັນ, 2 ປະເທດພວມພິຈາລະນາຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຕາມຂົງເຂດ, ໃນຕໍ່ໜ້າແມ່ນອຸດສາຫະກຳ - ກະສິກຳ ແລະ ພະລັງງານ.

ໃນການພົວພັນອັນດີງາມໂດຍສັງລວມຂອງ 2 ປະເທດ, ການທູດລັດຖະສະພາໄດ້ສວມບົດບາດພົ້ນເດັ່ນ, ດ້ວຍບັນດາການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫງວຽນວັນອານ ປີ 2006 ແລະ ຂອງບັນດາທ່ານຄື: ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປີ 2014 ແລະ ທ່ານ ໂດ້ບາຕິ້ ປີ 2018. ບັນດາການຢ້ຽມຢາມນີ້ໄດ້ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງການນຳ ແລະ ປະຊາຊົນ 2 ປະເທດດ ແບ່ງປັນບົດຮຽນກ່ຽວກັບບົດບາດຂອງລັດຖະສະພາໃນບັນດາການເຄື່ອນໄຫວສ້າງກົດໝາຍ ແລະ ຕິດຕາມກວດກາ ກໍຄືປະກອບສ່ວນສ້າງກອບນິຕິກຳທີ່ສະດວກໃຫ້ແກ່ການພັດທະນາການພົວພັນເສດຖະກິດຂອງ 2 ປະເທດ. ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ກໍ່ໄດ້ຮັບການເພີ່ມທະວີຂຶ້ນ ດ້ວຍເລື່ອງສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອາກຊັງຕິນ ປີ 2012 ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ອາກຊັງຕິນ - ຫວຽດນາມ ໃນເດືອນ ກຸມພາ 2023, ໃນຈຸດເວລາກ່ອນທີ່ເດີນທາງຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ.

ໃນການພົວພັນ 2 ຝ່າຍ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ໄດ້ສວມບົດບາດສຳຄັນ, ແມ່ນພື້ນຖານເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ. ການແລກປ່ຽນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນຢ່າງລຽນຕິດ, ຈາກ 316 ລ້ານ USD ໃນປີ 2007 ຂຶ້ນເກືອບ 5 ຕື້ USD ໃນປີ 2022. ປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ທີ 6, ແມ່ນຕະຫຼາດສົ່ງອອກໃຫຍ່ທີ 5 ຂອງ ອາກຊັງຕິນ ໃນໂລກ. ໃນຂະນະທີ່, ອາກຊັງຕິນ ແມ່ນຄູ່ຄ້າໃຫຍ່ທີ່ 3 ຂອງ ຫວຽດນາມ ຢູ່ ອາເມລິກາ ລາຕິນ.

ຫວຽດນາມ ແລະ ອາກຊັງຕິນ: ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ

ການຢ້ຽມຢາມສ້າງທ່ວງທ່າພັດທະນາການພົວພັນ 2 ຝ່າຍ

ການຢ້ຽມຢາມປະເທດ ສ. ອາກຊັງຕິນ ຢ່າງເປັນທາງການ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດຂອງ ຫວຽດນາມ ໄປຍັງ ອາກຊັງຕິນ ນັບແຕ່ປີ 2010. ການຢ້ຽມຢາມນີ້ໄດ້ສ້າງທ່ວງທ່າໃຫ້ແກ່ 2 ປະເທດນຳໃຊ້ຄວາມສາມາດບົ່ມຊ້ອນຂອງຕົນເປັນຢ່າງດີກວ່າ, ນຳການພົວພັນໃຫ້ພັດທະນານັບມື້ນັບແທດຈິງ ແລະ ບັນລຸປະສິດທິຜົນ.

ເມື່ອຕີລາຄາກ່ຽວກັບການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ອາກຊັງຕິນ ປະຈຳ ຫວຽດນາມ Luis Pablo Maria Beltramino ເນັ້ນໜັກວ່າ, ນີ້ແມ່ນເຫດການປະຫວັດສາດໃນການພົວພັນ 2 ຝ່າຍ, ສ້າງຂີດໝາຍເປັນບາດລ້ຽວໃນການພົວພັນລະຫວ່າງ ຫວຽດນາມ - ອາກຊັງຕິນ.

ສ່ວນຝ່າຍ ຫວຽດນາມ, ທ່ານຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ຫວູຫາຍຮ່າ, ຖືວ່າ:

“ຜ່ານການຢ້ຽມຢາມຄັ້ງນີ້, ຫວຽດນາມ ປາດຖະໜາຢາກຊຸກຍູ້ການເຈລະຈາເພື່ອລົງນາມໃນບັນດາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມ MECOSUR ເພື່ອຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ ໃນສະພາບເສດຖະກິດສາກົນພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຄືໃນປະຈຸບັນ… 2 ຝ່າຍກໍ່ຈະແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ, ພິເສດແມ່ນໃນຂົງເຂດເຊິ່ງ ອາກຊັງຕິນ ມີທ່າແຮງ, ຄື: ກະສິກຳ, ອຸດສາຫະກຳຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ກໍຄືສິນຄ້າ, ບັນດາຜະລິດຕະພັນກ່ຽວກັບພະລັງງານສີຂຽວ, ພະລັງງານທົດແທນ”.

ການໄປຢ້ຽມຢາມປະເທດ ສ. ອາກຊັງຕິນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີຄວາມໝາຍສຳຄັນ ເພື່ອນຳ ຫວຽດນາມ ຫຍັບເຂົ້າໃກ້ກັບ ອາກຊັງຕິນ ຫຼາຍກວ່າເວົ້າສະເພາະ ແລະ ກັບບັນດາປະເທດ ອາເມລິກາ ລາຕິນ ເວົ້າລວມ; ຜັນຂະຫຍາຍນະໂຍບາຍຫັນເປັນຫຼາຍຮູບຫຼາຍແບບໃນຂົງເຂດເສດຖະກິດ ການຄ້າຢ່າງມີປະສິດທິຜົນກວ່າ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນລະບົບສະໜອງ ແລະ ຜະລິດທົ່ວໂລກ. ພ້ອມທັງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງ ອາກຊັງຕິນ ທີ່ຢາກເພີ່ມທະວີການພົວພັນດ້ານເສດຖະກິດກັບພາກພື້ນ ອາຊີ ເຊິ່ງ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃນບັນດາຄວາມມານະພະຍາມນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.