ຫວຽດນາມ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນເປົ້າໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ | |
ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ໄດ້ຮັບການໜູນຊ່ວຍຈາກອາເມລິກາໃນການຫັນເປັນດີຈີຕອນ |
![]() |
ກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ (ພາບ: baolaocai) |
ຕອນເຊົ້າວັນທີ 25 ມີນານີ້, ຢູ່ໂຮງຮຽນການເມືອງແຂວງ, ຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ ເພື່ອຍົກສູງຄວາມຮັບຮູ້ ແລະ ສຶກສາອົບຮົມແນວຄິດອຸດົມການປະຕິວັດ, ຄຸນສົມບັດສິນທຳ, ຊີວິດການເປັນຢູ່ຂອງຊາວຫນຸ່ມ.
ເຂົ້າຮ່ວມກອງປະຊຸມ, ຢູ່ຈຸດເຊື່ອມຕໍ່ຂອງໂຮງຮຽນການເມືອງແຂວງ, ມີສະມາຊິກຄະນະຊາວໜຸ່ມ ແລະ ຊາວໜຸ່ມຈາກຫຼາຍອົງການ, ກໍາລັງປະກອບອາວຸດແຂວງ ເຂົ້າຮ່ວມເກືອບ 200 ຄົນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າສົມທົບກັບທາງໄກເຖິງ 271 ຈຸດເຊື່ອມຕໍ່ ແລະ ຖ່າຍທອດສົດ livestream ຜ່ານ Fanpage ຂອງຄະນະຊາວໜຸ່ມແຂວງ ເພື່ອໃຫ້ສະມາຊິກຄະນະຊາວໜຸ່ມ ແລະ ຊາວໜຸ່ມພາຍໃນແຂວງ ເກືອບ 20.000 ຄົນເຂົ້າຮ່ວມຮ່ຳຮຽນ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງສະຫາຍ ເຢືອງດຶກຮຸຍ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຖ່າຍທອດຫົວຂໍ້: ໄວໜຸ່ມ ລາວກາຍ ເຊື່ອມໂຍງເຂົ້າເປັນພົນລະເມືອງຂອງພາກພື້ນ, ພົນລະເມືອງທົ່ວໂລກ.
ຫຼັງຈາກນັ້ນ, ສະຫາຍ ນາງ ຢ່າງທິມາຍ, ກຳມະການຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ, ເລຂາຄະນະຊາວໜຸ່ມແຂວງ ລາວກາຍ ໄດ້ບັນຍາຍຫົວຂໍ້ວ່າ: ກາລະໂອກາດ ແລະ ຄວາມຮັບຜິດຊອບຂອງຊາວໜຸ່ມ ລາວກາຍ ໃນການຫັນເປັນດີຈີຕອນໃນປະຈຸບັນ.
ຫົວຂໍ້ຂ້າງເທິງນີ້ຊ່ວຍໃຫ້ໄວຫນຸ່ມລາວກາຍ ຕອບບາງຄໍາຖາມ: ພົນລະເມືອງໂລກແມ່ນຫຍັງ? ໄວໜຸ່ມຫວຽດນາມ ໄດ້ເຊື່ອມໂຍງເຂົ້າເປັນພົນລະເມືອງທົ່ວໂລກແນວໃດ? ເປັນຫຍັງຊາວໜຸ່ມລາວກາຍ ຈຶ່ງຕ້ອງພະຍາຍາມກາຍເປັນພົນລະເມືອງທົ່ວໂລກ? ເພື່ອກາຍເປັນພົນລະເມືອງທົ່ວໂລກ ຕ້ອງເຮັດຫຍັງແດ່? ການຫັນເປັນດິຈິຕອນເຮັດໃຫ້ໄວໜຸ່ມມີໂອກາດອັນໃດແດ່? ປະຈຸບັນນີ້ ຊາວໜຸ່ມລາວກາຍ ມີຄວາມຮັບຜິດຊອບອັນໃດໃນການຫັນເປັນດີຈີຕອນ? ຄວາມຮັບຜິດຊອບຂອງໄວໜຸ່ມເມື່ອໃຊ້ເຄືອຂ່າຍສັງຄົມມີຄືແນວໃດ?...
ຜ່ານກອງປະຊຸມ, ບັນດາສະມາຊິກຄະນະຊາວໜຸ່ມ ແລະ ຊາວໜຸ່ມໃນບໍລິເວນແຂວງ ກໍໄດ້ຮັບການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ, ເສີມຂະຫຍາຍອຸດົມການສູ້ຊົນກາຍເປັນພົນລະເມືອງທົ່ວໂລກ ແລະ ເພີ່ມທະວີຄວາມຮັບຜິດຊອບໃນການຫັນເປັນດິຈິຕອນໃນປະຈຸບັນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ.

ບຸນຄົງ
ຂ່າວທີ່ກ່ຽວຂ້ອງ

ຫຼັກຖານສະແດງໃຫ້ເຫັນທີ່ຕັ້ງ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ ນັບມື້ນັບສູງຂຶ້ນ

ສືບຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ GCC

ໄຂເປີດສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025
ທ່ານອາດຈະມັກ

80 ປີ ຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ຮັບໃຊ້ປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນນັບມືນັບຂະຫຍາຍຕົວ

ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1: ວາງພື້ນຖານການຮ່ວມມືຄົ້ນຄວ້າ ແລະ ບຳລຸງສ້າງລະຫວ່າງ 2 ປະເທດ

ຜູ້ທີ່ເຊື່ອມຕໍ່ຂົວທາງການສຶກສາລະຫວ່າງຫວຽດນາມ ແລະ ໂລກ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
