ນັກ​ສຶກ​ສາ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ໂຮງ​ຮຽນມິດ​ຕະ​ພາບ 80

11:12 | 18/04/2023

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຜູ້ອຳນວຍການ ນາງ ຈຸ​ກິມ​ເຟືອງ ​ໄດ້​ສົ່ງ​ຄຳ​ອວຍພອນປີ​ໃໝ່​ເຖິງ​ທ່ານ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ, ພະນັກງານ​​ສະຖານທູດ, ນັກ​ສຶກສາ​ລາວ ​ແລະ ຄອບຄົວ​.

ມີ​ນັກ​ສຶກ​ສາ​ລາວ, ກ​ຳ​ປູ​ເຈຍ​ເກືອບ 100 ຄົນ​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ປະ​ຕິ​ວັດ ຫວຽດ​ນາມ ມີ​ນັກ​ສຶກ​ສາ​ລາວ, ກ​ຳ​ປູ​ເຈຍ​ເກືອບ 100 ຄົນ​ໄປ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ປະ​ຕິ​ວັດ ຫວຽດ​ນາມ
ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ
ນັກ​ສຶກ​ສາ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ໂຮງ​ຮຽນມິດ​ຕະ​ພາບ 80
ທ່ານ​ຜູ້ອຳນວຍການ ນາງ ຈຸ​ກິມ​ເຟືອງ ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ

ນັກ​ສຶກ​ສາ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່​ໂຮງ​ຮຽນມິດ​ຕະ​ພາບ 80

ຕອນ​ບ່າຍ​ວັນ​ທີ 13 ເມ​ສາ ປີ 2023, ຢູ່​ຮ່າ​ໂນ້ຍ, ໂຮງ​ຮຽນ​ມິດ​ຕະ​ພາບ 80 ໄດ້​ຈັດງານຕ້ອນ​ຮັບ​ບຸນ​ປີ​ໃໝ່ ໃຫ້​ແກ່​ນັກ​ສຶກ​ສາ​ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​.

ເຂົ້າ​ຮ່ວມວັນ​ບຸນ ມີ​ທ່ານ ຈັນ​ທະ​ພອນ ຄຳ​ມະ​ນີ​ຈັນ ອັກ​ຄະ​ລັດ​ຖະ​ທູດລາວ ​ປະ​ຈຳ ຫວຽດ​ນາ​ມ, ທ່າ​ນນາງ ຫງວຽນ​ທິ​ແທງ​ມິງ ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ (ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ), ທ່ານ​ນາງ ຟ້າມງອກ​ເຈິມ ເລ​ຂາ​ທິ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ນະ​ຄອນ​ຮ່າ​ໂນ້ຍ… ພ້ອມ​ກັບ​ຄະ​ນະອຳນວຍການ, ການ​ນຳ​ບັນ​ດາ​ຄະ​ນະ, ບັນ​ດາ​ຄູ​ອາ​ຈານ, ຕາງໜ້າ​ຄະ​ນະ​ນັກ​ສຶກ​ສາ​ກຳ​ປູ​ເຈຍ ແລະ ນັກຮຽນກິນນອນຊົນ​ເຜົ່າ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ມິດ​ຕະ​ພາບ 80.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານຜູ້ອຳນວຍການ ​ນາງ ຈຸ​ກິມ​ເຟືອງ ​ໄດ້​ສົ່ງ​ຄຳ​ອວຍພອນປີ​ໃໝ່​ເຖິງ​ທ່ານ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ, ພະນັກງານ​​ສະຖານທູດ, ນັກ​ສຶກສາ​ລາວ ​ແລະ ຄອບຄົວ​ປີໃໝ່ຈົ່ງມີແຕ່ຄວາມສຸກ, ຄວາມມ່ວນຊື່ນ.

ຕາມ​ທ່ານນາງ ຈູ​ກິມ​ເຟືອງ ​ແລ້ວ, ​ໂຮງຮຽນ​ມິດຕະພາບ 80 ​​ໄດ້​ເຮັດໜ້າທີ່ບຳລຸງສ້າງ​ນັກຮຽນ​ລາວ​ມາ​ເປັນ​ເວລາ 40 ກວ່າ​ປີ. ໂຮງຮຽນມີຖັນແຖວພະນັກງານຄູອາຈານທີ່ຍາມ​ໃດ​ກໍ່ແບ່ງປັນຢ່າງສຸດ​ຈິດ​ສຸດ​ໃຈ, ມີ​ນ້ຳ​ໃຈ​ຄວາມຮັກແພງ, ເຮັດຈົນສຸດຄວາມສາມາດ ແລະ ຄວາມຮັບຜິດຊອບຂອງ​ຕົນ, ບໍ່ພຽງແຕ່ມີຄວາມເອົາໃຈໃສ່ເຖິງການຮ່ຳຮຽນ, ດູແລສຸຂະພາບເທົ່າ​ນັ້ນ, ຫາກ​ຍັງຮັກແພງ, ຊ່ວຍເຫຼືອນັກ​ຮຽນ​ຄືຄົນຄອບຄົວດຽວ​ກັນ​ອີກ​ດ້ວຍ. ທ່ານ​ນາງ​ໃຫ້​ຮູ້​ວ່າ:

“ເນື່ອງ​ໃນ​ໂອ​ກາດ​ບຸນປີ​ໃໝ່​ລາວ ຜ່ານ​ຄະ​ນະ​ຜູ້​ແທນ​ສະ​ຖານ​ທູດ, ໂຮງ​ຮຽນ​ຂໍ​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ມາ​ຍັງ​ຄອບ​ຄົວ​ຂອງ​ທ່ານ​​ອັກ​ຄະ​ລັດ​ຖະ​ທູດ ແລະ ພະ​ນັກ​ງານ​ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ. ຂໍອວຍ​ພອນໃຫ້​ປະ​ຊາ​ຊົນ​ລາວ ອ້າຍ​ນ້ອງ​ພາຍ​ໃຕ້​ກາ​ນ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ສືບ​ຕໍ່​ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ຍິ່ງ​ໃຫຍ່​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ພັດທະນາ​ປະ​ເທ​ດຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.