ກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນເຂດຊາຍແດນສປປ.ລາວ

11:17 | 27/03/2023

ຍສໝ - ໃນຕອນບ່າຍວັນທີ 24 ມີນາ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້​ປະຊາຊົນກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ

ຮັກສາຊາຍແດນຫວຽດນາມ-ລາວ ເປັນຢ່າງດີ ຮັກສາຊາຍແດນຫວຽດນາມ-ລາວ ເປັນຢ່າງດີ
ລາຍການ “ເດືອນ ມີນາ ເຂດຊາຍແດນ”ສືບ​ຕໍ່​ແຜ່​ຂະ​ຫຍາຍ​ຄວາມ​ຮັກ​ແພງ​ປະ​ເທດ​ຊາດ ຂອງ​ຄົນ​ລຸ້ນ​ໜຸ່ມ ລາຍການ “ເດືອນ ມີນາ ເຂດຊາຍແດນ”ສືບ​ຕໍ່​ແຜ່​ຂະ​ຫຍາຍ​ຄວາມ​ຮັກ​ແພງ​ປະ​ເທດ​ຊາດ ຂອງ​ຄົນ​ລຸ້ນ​ໜຸ່ມ

ເຂົ້າຮ່ວມເຫດການດັ່ງກ່າວ ກໍ່ມີທ່ານພົນໂທ ວົງຄຳ ພົມມະກອນ, ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດລາວ.

ຜາຖີ່ ແມ່ນກຸ່ມບ້ານທີ່ລັດຖະບານຫວຽດນາມ ໜູນຊ່ວຍລົງທຶນກໍ່ສ້າງຫຼາຍກິດຈະການພື້ນຖານໂຄງລ່າງທີ່ຈໍາເປັນ ຄື: ເສັ້ນທາງຄົມມະນາຄົມ, ໂຄງການນໍ້າສະອາດ, ໂຮງຮຽນ, ສຸກສາລາ, ຫໍວັດທະນະທໍາ ແລະຜັນຂະຫຍາຍຫຼາຍລາຍການສົ່ງເສີມການກະເສດ, ເປີດນໍາໃຊ້ໃນປີ 2009.

ກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນເຂດຊາຍແດນສປປ.ລາວ

ພົນໂທ ຮວ່າງຊວນຈຽນ ມອບຂອງຂວັນໃຫ້ນັກຮຽນທີ່ທຸກຍາກ ແລະຄອບຄົວນະໂຍບາຍຢູ່ກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ

ເຖິງຢ່າງໃດກໍ່ຕາມ, ໃນວິວັດການນໍາໃຊ້, ຍ້ອນທ້ອງຖິ່ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ບໍ່ມີງົບປະມານໃນການບົວລະບັດຮັກສາ, ສ້ອມແປງ ແຕ່ບາງໂຄງການໄດ້ຖືກຊຸດໂຊມ, ເປ່ເພ.

ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດລາວ ລາຍງານ ແລະນາຍົກລັດຖະມົນຕີສອງປະເທດໄດ້ຕົກລົງໜູນຊ່ວຍຜັນຂະຫຍາຍໃນການບົວລະບັດຮັກ, ສ້ອມແປງ ແລະຍົກລະດັບໂຄງການພື້ນຖານໂຄງລ່າງທີ່ຈໍາເປັນ, ພິເສດແມ່ນລະບົບສະໜອງນໍ້າສະອາດ ແລະໂຮງຮຽນ

ຢູ່ທີ່ນີ້, ສະຫາຍ ພົນໂທ ຮວ່າງຊວນຈຽນ ໄດ້ມອບຂອງຂວັນ 40 ພູດໃຫ້ນັກຮຽນທີ່ທຸກຍາກ ແລະຄອບຄົວນະໂຍບາຍຂອງທ້ອງຖິ່ນ (ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ).

ເນື່ອງໃນໂອກາດນີ້, ສະຫາຍ ພົນໂທ ຮວ່າງຊວນຈຽນ ໄດ້ໄປຢ້ຽມຢາມບໍລິສັດການຮ່ວມມືສາກົນ 705, ທະຫານເຂດ 2 ເຊິ່ງແມ່ນກົມກອງທີ່ປະຕິບັດໜ້າທີ່ຢູ່ໃນບໍລິເວນ. ສະຫາຍ ພົນໂທ ຮວ່າງຊວນຈຽນ ໄດ້ຍ້ອງຍໍຊົມເຊີຍກົມກອງທີ່ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ເປັນຕົ້ນແມ່ນໃນໄລຍະເກີດພະຍາດ ໂຄວິດ-19 ແລະປະຕິບັດໜ້າທີ່ໃນບໍລິເວນທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກຂອງປະເທດເພື່ອນລາວ ໄດ້ເປັນຢ່າງດີ, ຜ່ານນັ້ນ ປະກອບສ່ວນນໍາການພົວພັນດ້ານປ້ອງກັນຊາດ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ, ມີປະສິດທິຜົນ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະຕີລາຄາສູງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.