ສື່​ມວນ​ຊົນ​ລາວ ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ຫວູວັນເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ຫວຽດນາມ

08:18 | 13/04/2023

ຍ​ສ​ໝ - ໂດຍເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ສະຫາຍ ຫວໍ​ວັນ​ເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ, ບົດ​ຂຽນ​ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ລາວ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ
ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ). ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ).
ສື່​ມວນ​ຊົນ​ລາວ ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ຫວູວັນເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ຫວຽດນາມ
ສື່​ມວນ​ຊົນ​ລາວ ​​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ຫວູວັນເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ຫວຽດນາມ (ພາບ: baolangson.vn)

ວັນ​ທີ 11 ​ເມສາ​ນີ້, ໜັງສືພິມ​ໃຫຍ່​ຂອງ​ລາວ ​ໄດ້​ພ້ອມ​ກັນ​ລົງ​ພິມ​ບົດບົດ​ຂຽນ​ໂດຍ​ຢືນຢັນ​ວ່າ ການ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ຂອງ​ສະຫາຍ ຫວໍ​ວັນ​ເຖືອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ໄດ້ປະກອບສ່ວນ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ, ເຂົ້າ​ສູ່​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ໜັງສືພິມ Pasaxon, ອົງ​ການ​ກະ​ບອກ​ສຽງຂອງສູນກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້ລົງພິມບົດຂຽນ ຊ​ີ້​ແຈ້ງວ່າ ໂດຍ​ໄດ້ຮັບຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງ​ລຸນ ສີສຸລິດ, ສະ​ຫາຍ ຫວໍວັນເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-11 ເມສາ ເພື່ອແນໃສ່ຮັດແໜ້ນ ແລະ ເສີມ​ຂະ​ຫຍາຍສາຍພົວພັນມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ໂດຍເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ສະຫາຍ ຫວໍ​ວັນ​ເຖືອງ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ, ບົດ​ຂຽນ​ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.