ປະທານ​ກຳ​ມາ​ທິ​ການ​ຍຸຕິທຳ ​ເລ​ທິ​ງາ ​ເຮັດ​ວຽກ​ກັບ​ປະທານກຳ​ມາ​ທິ​ການ​ຍຸຕິທຳ ສະພາ​ແຫ່ງ​ຊາດ​ລາວ ຄຳ​ແພງ ວິລະພັນ.

10:34 | 29/03/2023

ຍ​ສ​ໝ - ທີ່​ການ​ພົບ​ປະ, ທ່ານ​ນາງ ປະທານກຳ​ມາ​ທິ​ການ​ຍຸຕິທຳ ​ເລ​ທິ​ງາ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານກຳ​ມາ​ທິ​ການ​ຍຸຕິທຳ ຄຳ​ແພງ ວິ​ລະພັນ ​ແລະ ຄະນະ ​ແມ່ນ​ການ​ຢັ້ງຢືນ​ເຖິງ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ​ ພົບ​ປະ​ກັບການ​ນຳ IPU ​ແລະ ສະພາ​ແຫ່ງ​ຊາດ ລາວ ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທັງ​ເໝິນ​ ພົບ​ປະ​ກັບການ​ນຳ IPU ​ແລະ ສະພາ​ແຫ່ງ​ຊາດ ລາວ
ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຫວຽດນາມ - ສ.​ເກົາຫຼີ ພັດທະນາ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຫວຽດນາມ - ສ.​ເກົາຫຼີ

ຕອນ​ເຊົ້າ​ວັນ​ທີ 27 ມີນາ​, ຢູ່​ທີ່​ຫໍ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​ທ່ານ​ນາງ ກຳມະການ​ສູນ​ກາງ​ພັກ, ປະທານກຳ​ມາ​ທິ​ການ​ຍຸຕິທຳ ​ເລ​ທິ​ງາ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ປະທານ​​ກຳ​ມາ​ທິ​ກາ​ຍຸຕິທຳ ​ສະພາ​ແຫ່ງ​ຊາດ​ລາວ ຄຳ​ແພງ ວິລະພັນ.

ທີ່​ການ​ພົບ​ປະ, ທ່ານ​ນາງ ປະທານກຳ​ມາ​ທິ​ການ​ຍຸຕິທຳ ​ເລ​ທິ​ງາ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານກຳ​ມາ​ທິ​ການ​ຍຸຕິທຳ ຄຳ​ແພງ ວິ​ລະ​ພັນ ​ແລະ ຄະນະ​ ແມ່ນ​ການ​ຢັ້ງຢືນ​ເຖິງ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ ກໍ່​ຄື ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດເວົ້າ​ລວມ ແລະ ລະຫວ່າງ​ສອງ​ຄະນະ​ກຳມາທິການ​ຍຸຕິທຳຂອງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ; ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ​ກຳມາ​ທິການ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ຄວາມ​ສາມັກຄີມິດຕະພາບ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ໝັ້ນຄົງ​ກ່ວາ.

ປະທານ​ກຳ​ມາ​ທິ​ການ​ຍຸຕິທຳ ​ເລ​ທິ​ງາ ​ເຮັດ​ວຽກ​ກັບ​ປະທານກຳ​ມາ​ທິ​ການ​ຍຸຕິທຳ ສະພາ​ແຫ່ງ​ຊາດ​ລາວ ຄຳ​ແພງ ວິລະພັນ.
ທ່ານ​ນາງ ປະທານກຳ​ມາ​ທິ​ການ​​ຍຸຕິທຳ ​ເລ​ທິ​ງາ (ພາບ: quochoi.vn)

ເມື່ອແນະ​ນຳກ່ຽວ​ກັບ​ກຳ​ມາ​ທິ​ການ​ຍຸຕິທຳ ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ທ່ານປະທານກຳ​ມາ​ທິ​ການ​​ຍຸຕິທຳ ​ຊີ້​ແຈ້ງວ່າ ກຳ​ມາ​ທິ​ການ​ມີ ມີ​ 5 ອະ​ນຸ​ກຳ​ມາ​ທິ​ການ, ເໝາະ​ສົມ​ກັບ 5 ຂົງ​ເຂດ​ຂຶ້ນ​ກັບ​ຂອບ​ເຂດ, ສິດ​ອຳ​ນາດ, ໜ້າ​ທີ່​ລວມ​ມີ: ອະ​ນຸ​ກຳ​ມາ​ທິ​ການ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການກວດ​ກາ, ອະ​ນຸ​ກຳ​ມະ​ການ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ໄອ​ຍະ​ການ​ປະ​ຊ​າ​ຊົນ…

ກ່ຽວ​ກັບ​ໜ້າ​ທີ່, ຂອບເຂດສິດ, ປະທານ​ກຳ​ມາ​ທິ​ການ​ຍຸຕິທຳ ​ໃຫ້​ຮູ້​ວ່າ ກຳ​ມາ​ທິ​ການ​ມີ​ໜ້າ​ທີ່​ສຳຫຼວດກວດ​ກາ​ຮ່າງ​ກົດ​ໝາຍ, ຮ່າງລັດ​ຖະ​ດຳລັດ​ທາງ​ອາ​ຍາ, ການ​ຮ້ອງ​ຟ້ອງ​ທາງ​ອາ​ຍາ, ການ​ຮ້ອງ​ຟ້ອງ​ທາງ​ແພ່ງ, ຮ້ອງ​ຟ້ອງ​ກ່ຽວກັບການ​ບໍ​ລິ​ຫານ, ດຳ​ເນີນ​ຄະ​ດີ ແລະ ໜູນ​ຊ່ວຍ​ທາງ​​ຍຸຕິທຳ, ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດ​ບັງຫຼວງ, ອົງ​ການ​ຈັດ​ຕັ້ງ​ກົງ​ຈັກ​ຂອງ​ອົງ​ການ​ຍຸຕິທຳ ແລະ ບັນ​ດາ​ໂຄງ​ການ​ຕ່າງໆ​ໂດຍ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດມອບ​ໝາຍ​ໃຫ້. ສຳຫຼວດກວດ​ກາ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ລະ​ເມີດ​ກົດ​ໝາຍ ແລະ ອາດ​ຊະ​ຍາ​ກຳ, ການ​ປະ​ຕິ​ບັດ​ການ​ດຳ​ເນີນ​ຄະ​ດີ, ສຳຫຼວດກວດ​ກາ​ບັນ​ດາ​ບົດ​ລາຍ​ງານ​ວຽກງານຂອງປະທານສານ​ປະ​ຊາ​ຊົນ​ສູງ​ສຸດ, ປະທານອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ…

ພ້ອມ​ກັນ​ນັ້ນ, ຄະນະກຳມາທິການກໍ່​ປະຕິບັດ​ໜ້າ​ທີ່ສຳຫຼວດກວດ​ກາການ​ປະຕິບັດ​ກົດໝາຍ ​ແລະ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບັນຍັດ ​ແລະ ມະຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ອາຍາ, ຄະດີ​ແພງ ແລະ ດຳ​ເນີນ​ຄະດີ​ດ້ານການບໍລິຫານ, ປະຕິບັດ​ຄຳ​ຕັດສິນ, ໜູນຊ່ວຍ​ດ້ານ​ຍຸຕິທຳ,ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ກົນ​ໄກການ​ຈັດ​ຕັ້ງ​ຂອງ​ອົງການ​ຍຸຕິທຳ; ຕິດ​ຕາມກວດ​ກາຊີ້​ນຳ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ, ສານ​ປະ​ຊາ​ຊົນ​ສູງ​ສຸດ, ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ.

ທ່ານ​ນາງ​ປະທານ​ຄະນະ​ກຳມະທິການ​ຍຸຕິທຳ ​ເລ​ທິ​ງາ ​ໃຫ້​ຮູ້​ວ່າ: ​ໂດຍ​ທົ່ວ​ໄປ​ແລ້ວ, ວຽກ​ງານ​ສ້າງ​ກົດໝາຍ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ແບບ​ມີ​ແຜນ, ຮອບ​ດ້ານ, ລະອຽດ ​ດ້ວຍ​ບັນ​ດາ​ຂັ້ນ​ຕອນຄົ້ນຄວ້າ​ດ້ານ​ວິ​ຊາ​ສະ​ເພາະ​ຢ່າງ​ເລິກ​ເຊິ່ງ. ບັນດາຮ່າງກົດໝາຍ ແລະ ລັດຖະບັນຍັດໂດຍຄະນະກຳມາທິການເປັນປະທານການສຳຫຼວດກວດກາ ເມື່ອນຳມາລົງປະຊາມະຕິຮັບຮອງເອົາ ລ້ວນ​ແຕ່​ບັນ​ລຸອັດຕາາ່ວນສູງ ແລະ ໄດ້ຮັບການຕີລາຄາສູງດ້ານຄຸນນະພາບ. ນອກຈາກນັ້ນ, ທ່ານປະທານຄະນະກຳມະທິການ​ຍຸຕິທຳ ຍັງໄດ້ແລກປ່ຽນບາງປະສົບການໃນວຽກງານສຳຫຼວດກວດກາ; ການ​ຈັດ​ຕັ້ງ​ວາ​ລະ​ປະ​ຊຸມ​ອະພິປາຍ​ກ່ຽວ​ກັບ​ບັນ​ຫາ​ຮ້ອນເຮັ່ງທີ່​ປະ​ຊາ​ຊົນ ​ແລະ ​ຜູ້​ມີ​ສິດ​ເລືອກ​ຕັ້ງ ມີຄ​ວາມ​​ສົນ​ໃຈ​.

ໂດຍຕີ​ລາຄາ​ສູງ​ບັນດາ​ປະສົບ​ການ ​ແລະ ໝາກຜົນ​ການ​ຕິດຕາມ​ກວດກາ​ຂອງ​ຄະນະ​ກຳມະທິການ​ຍຸຕິທຳສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະທານ​ຄະນະ​ກຳມະການຍຸຕິທຳ ຄຳ​ແພງ ວິລະພັນ ປາດ​ຖະໜາ​ວ່າ ​ຄະນະ​ກຳມະທິການ​ຕຸລາການ​ຂອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ; ພົບ​ປະ​ແລກປ່ຽນ​ບົດຮຽນ​ໃນ​ບັນດາ​ດ້ານ​ຂອງ​ວຽກ​ງານ, ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ ​ເພື່ອ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ບຸນ​ຄົງ

302 Found

Found

The document has moved here.