ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ຫວຽດນາມ

08:20 | 13/04/2023

ຍ​ສ​ໝ - ທ່ານນາງ​ປະທານ​ VUFO ຫງວຽນ​ເຟືອງ​ງາ ​ໄດ້​ມອບ​ດອກ​ໄມ້ ​ແລະ ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ທ່ານອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ຈັນທະພອນ ​ຄຳ​ມະນີ​ຈັນ ພ້ອມ​ດ້ວຍ​ພະນັກງານ​ສະຖານທູດ ​ແລະ ຄອບຄົວ​ ເນື່ອງ​ໃນ​ໂອກາດ​ບຸນປ​ີ​ໃໝ່.

ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ
ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ
ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ຫວຽດນາມ
ທ່ານນາງປະທານ VUFO ຫງວຽນເຟືອງງາ ອວຍພອນ​ປີ​ໃໝ່ສະຖານທູດລາວ ປະຈໍາ ຮ່າໂນ້ຍ

ວັນທີ 10 ເມສາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ໄປຢ້ຽມຢາມ ແລະ ອວຍພອນ​ປີ​ໃໝ່ສະຖານທູດລາວ ປະຈໍາ ຮ່າໂນ້ຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນ​ດາຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ຫວຽດນາມ.

ທ່ານນາງ​ປະທານ​ VUFO ຫງວຽນ​ເຟືອງ​ງາ ​ໄດ້​ມອບ​ດອກ​ໄມ້ ​ແລະ ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ທ່ານ​​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ຈັນທະພອນ ​ຄຳ​ມະນີ​ຈັນ ພ້ອມ​ດ້ວຍ​ພະນັກງານ​ສະຖານທູດ ​ແລະ ຄອບຄົວ ເນື່ອງ​ໃນ​ໂອກາດ​ບຸນປ​ີ​ໃໝ່; ອວຍພອນ​ໃຫ້​ປະ​ຊາ​ຊົນ​ລາວ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ຈົ່ງ​ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ພາລະກິດປຫ່ງການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ໂດຍສະ​ແດງ​ຄວາມ​ຂອບ​ໃຈ​ສະຖານທູດ ທີ່ໄດ້ໜູນຊ່ວຍ VUFO ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ, ທ່ານນາງ​​ປະທານ​ VUFO ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: ປີ 2022 ສອງຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ ຢ່າງ​ສຳ​ເລັດ​ຜົນ. ສະຖານທູດ​ກໍ່​ໄດ້​ປະສານ​ສົມທົບ ​ແລະ ໜູນ​ຊ່ວຍ VUFO ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ​ໃນ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ລາວ, ​ໃນ​ນັ້ນ​ມີ​ການ​ຢ້ຽມຢາມ​ຂອງທ່ານສາດ​ສະ​ດ​າ​ຈານ, ປ.ອ ບໍ​່ວຽງ​ຄຳ ວົງ​ດາ​ລາ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ໂນ​ໂລ​ຢີ ແລະ ການ​ສື່​ສານ, ປະ​ທານ​ສູນກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ.

ສ່ວນທ່ານ​​ອັກຄະ​ລັດຖະທູດ ຈັນທະ​ພອນ ​ຄຳ​ມະນີ​ຈັນ ​ໄດ້​ຂອບ​ໃຈ​ບັນດາ​ຄວາມເອົາ​ໃຈໃສ່​ຂອງ VUFO ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ; ​ທ່ານຢືນຢັນ​ວ່າ ນ້ຳ​ໃຈຄວາມຮັກແພງຂອງ VUFO ແລະ ສະມາຄົມ ໄດ້ເຮັດໃຫ້ທ່ານ ແລະ ພະນັກງານສະຖານທູດມີຄວາມຮູ້ສຶກຢູ່ເຮືອນຂອງ​ຕົນ.

ທ່ານ​ອັກ​ຄະ​ລັດ​ຖະ​ທູດ ຈັນ​ທະ​ພອນ ຄຳ​ມະ​ນິ​ຈັນ ໃຫ້​ຮູ້​ວ່າ: ສະ​ຖານ​ທູດ​ລາວ ຍາມ​ໃດ​ກໍ​ຕິດ​ຕາມ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ຂອງ VUFO ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ. ທ່ານ​ສະ​ເໜີ VUFO ສືບ​ຕໍ່​ສົມທົບ​ກັບ​ສະຖານທູດ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຊອກ​ຮູ້​ທ່າແຮງ​ຂອງ​ບັນດາ​ທ້ອງ​ຖິ່ນ​​ຫວຽດນາມ, ຜ່ານ​ນັ້ນ ກໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.