ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ອາກຊັງຕິນ

16:42 | 25/04/2023

ຍສໝ - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບ ອາກຊັງຕິນ; ທ່ານປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ໃຫ້ພັດທະນາຢ່າງແທດຈິງ ແລະ ເຂົ້າສູ່ລວງເລິກ.

ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ ຕ້ອງສ້າງຕັ້ງອົງການມິດຕະພາບຫວຽດນາມ - ອາກຊັງຕິນ
ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ

ໂດຍຮັບຄຳເຊີນຈາກທ່ານນາງປະທານສະພາຕ່ຳ ສ.ອາກຊັງຕິນ Cecilia Moreau, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມ ອາກຊັງຕິນ ຢ່າງເປັນທາງການ ເລີ່ມແຕ່ວັນທີ 23 ເມສາ.

ວັນທີ 24 ເມສາ, ຢູ່ສຳນັກງານສະພາແຫ່ງຊາດ ອາກຊັງຕິນ ຢູ່ນະຄອນຫຼວງ Buenos Aires, ກ່າວຄຳເຫັນທີ່ການພົບປະເຈລະຈາກັບທ່ານນາງປະທານສະພາຕ່ຳ ສ.ອາກຊັງຕິນ Cecilia Moreau, ພາຍຫຼັງການຕ້ອນຮັບຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບ ອາກຊັງຕິນ; ທ່ານປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ໃຫ້ພັດທະນາຢ່າງແທດຈິງ ແລະ ເຂົ້າສູ່ລວງເລິກ.

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ອາກຊັງຕິນ

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ອາກຊັງຕິນ.

ທີ່ການພົບປະເຈລະຈາ, 2 ຝ່າຍເຫັນດີຊຸກຍູ້ບັນດາການຢ້ຽມຢາມໃນທຸກຊ່ອງທາງພັກ, ລັດ, ລັດຖະສະພາ ແລະ ການພົບປະແລກປ່ຽນປະຊາຊົນ; ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື, ຊຸກຍູ້ການຮ່ວມມືດ້ານກະສິກຳ, ເສດຖະກິດ - ການຄ້າ, ວິທະຍາສາດ, ການສຶກສາ, ທ່ອງທ່ຽວ… ພ້ອມທັງ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ຄື: ເຕັກໂນໂລຊີສູງ, ການຫັນເປັນດີຈີຕອນ, ນະວັດຕະກຳ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ກ້າວໄປເຖິງການພິຈາລະນາສ້າງຕັ້ງຂອບເຂດຄູ່ຮ່ວມມືຍຸດທະສາດຕາມທິດອຸດສາຫະກຳ - ກະສິກຳ ແລະ ພະລັງງານ.

2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໃນຂົງເຂດສ້າງກົດໝາຍ, ຕິດຕາມກວດກາ ແລະ ຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ; ຍູ້ແຮງການຮ່ວມມືລະຫວ່າງອົງການວິຊາສະເພາະຂອງສະພາແຫ່ງຊາດ 2 ປະເທດ; ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ.ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.