ຕຳຫຼວດ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຕຳຫຼວດ 4 ​ແຂວງ​ໃນ​ລາວ ເນື່ອງໃນໂອກາດ​ບຸນ​ປີໃໝ່ລາວ

11:11 | 18/04/2023

ຍ​ສ​ໝ - ຢູ່ 4 ​ແຂວງ​ທີ່ໄປ​ຢ້ຽມຢາມ ​ແລະ ອວຍພອນ, ທ່ານ​ພັນ​ເອກ ຫງວຽນ​ແທ່ງ​ຕ໋ວນ, ຫົວໜ້າ​ຕຳຫຼວດ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ຄະນະ​ການ​ນຳ, ຜູ້​ບັນຊາ​ການ, ພະນັກງານ, ນັກຮົບ​ທຸກ​ຖ້ວນ​ໜ້າ ​ແລະ ຄອບຄົວ​ ປີ​ໃໝ່ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ປະ​ສົບ​ຜົນ​ສຳ​ເລັດ, ອວຍ​ພອນຄວາມສາມັກຄີລະຫວ່າງຕຳຫຼວດບັນດາແຂວງຂອງລາວ ແລະ ຕຳຫຼວດເທື່ອ​ທຽວ​ເຫ້ວ ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ ແລະ ພັດ​ທະ​ນາ, ຍືນ​ຍົງ​ຄົງ​ຕົວ​ຊົ່ວ​ກາ​ລະ​ນານ.

ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ). ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ).
VSIP ຮ່ວມມືກັບ 9 ແຂວງ, ນະຄອນ ເພື່ອພັດທະນາສວນອຸດສາຫະກຳສະຫຼາດ VSIP ຮ່ວມມືກັບ 9 ແຂວງ, ນະຄອນ ເພື່ອພັດທະນາສວນອຸດສາຫະກຳສະຫຼາດ
ຕຳຫຼວດ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຕຳຫຼວດ 4 ​ແຂວງ​ໃນ​ລາວ ເນື່ອງໃນໂອກາດ​ບຸນ​ປີໃໝ່ລາວ
ຕຳຫຼວດ​ແຂວງ​ເທື່ອ​ທຽນ​ເຫ້ວ ​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ຕຳຫຼວດ 4 ​ແຂວງ​ໃນ​ລາວ ເນື່ອງໃນໂອກາດປີໃໝ່ລາວ (ພາ​ບ: thuathienhue.gov.vn)

ໃນລະຫວ່າງວັນທີ 10-13 ເມສາ, ຄະນະຜູ້ແທນຕຳຫຼວດ ແຂວງ ເທື່ອທຽນເຫວ້ ໂດຍທ່ານ ພັນເອກ ຫງວຽນແທ່ງຕ໋ວນ, ກຳ​ມະ​ການ​ປະ​ຈຳ​ການຄະນະພັກແຂວງ, ຫົວໜ້າຕຳຫຼວດແຂວງເທື່ອທຽນເຫວ້ ນຳໜ້າຄະ​ນະໄດ້ມີ​ການຢ້ຽມຢາມ ແລະ ອວຍພອນປີ​ໃໝ່ຕຳຫຼວດ 4 ແຂວງຄື: ແຂວງ ສະ​ຫວັນ​ນາ​ເຂດ, ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ລາວ ປີ 2023.

ຢູ່ 4 ​ແຂວງ​ທີ່ໄປ​ຢ້ຽມຢາມ ​ແລະ ອວຍພອນ, ທ່ານ​ພັນ​ເອກ ຫງວຽນ​ແທ່ງ​ຕ໋ວນ, ຫົວໜ້າ​ຕຳຫຼວດ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງ​ຄະນະ​ການ​ນຳ, ຜູ້​ບັນຊາ​ການ, ພະນັກງານ, ນັກຮົບ​ທຸກ​ຖ້ວນ​ໜ້າ ​ແລະ ຄອບຄົວ​ ປີ​ໃໝ່ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ປະ​ສົບ​ຜົນ​ສຳ​ເລັດ, ອວຍ​ພອນຄວາມສາມັກຄີລະຫວ່າງຕຳຫຼວດບັນດາແຂວງຂອງລາວ ແລະ ຕຳຫຼວດເທື່ອ​ທຽວ​ເຫ້ວ ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ ແລະ ພັດ​ທະ​ນາ, ຍືນ​ຍົງ​ຄົງ​ຕົວ​ຊົ່ວ​ກາ​ລະ​ນານ.

ທ່ານ​ຫົວໜ້າ​​ຕຳຫຼວດ​ແຂວງ​ເທື່ອ​ທຽນ​ເຫ້ວ ກໍ່​ສະແດງຄວາມຊົມເຊີຍບັນດາ​ຜົນສຳ​ເລັດ ​ແລະ ໝາກຜົນ​ທີ່​ຕຳຫຼວດ​ບັນດາ​ແຂວງ​ລາວ ​ຍາດມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ບຽກງານການ​ຕ່າງປະ​ເທດ​, ກໍ່​ຄືການ​ແລກ​ປ່ຽນ​, ແບ່ງ​ປັນ​ຂໍ້​ມູນ, ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄວາມ​ໝັ້ນ​ຄົງ, ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່ເຂດ​ຊາຍ​ແດນຢ່າ​ງ​ທັນ​ການ ​ແລະ ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຢ່າງ​ມີ​ປະສິດທິ​ຜົນ.

ທ່າມກາງ​ບັນ​ຍາ​ກາດ​ທີ່​ເຂັ້ມ​ຂຸ້ມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພ​າບ, ຄວາມ​ສາ​ມັກ​ຄີ, ເບີກ​ບານ​ມ່ວນ​ຊື່ນ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ 2023, ຄະ​ນະ​ປະ​ຕິ​ບັດ​ງານ​ຕຳຫຼາດ​ແຂວງ​ເທື່ອ​ທຽນ​ເຫ້ວ ກໍ່ໄດ້​ມາ​ຢ້ຽມ​ຢາມເຂົ້າ​ຢ້ຽມ​ຂ່ຳ​ນັບ​ບັນ​ດາ​ສະ​ຫາຍ​ການ​ນຳ​ແຂວງ ຂອງ 4 ແຂວງດັ່​ງ​ກ່າວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.