ຈີນ ສ້າງນິຄົມອຸດສາຫະກຳ Kali ຢູ່ລາວ

14:32 | 29/03/2023

ຍ​ສ​ໝ - ບົດ​ບັນທຶກຊ່ວຍ​ຄວາມ​ເຂົ້າ​ໃຈ​ດັ່ງກ່າວ ​ໄດ້​ລົງ​ນາມ​ລະຫວ່າງ​ລັດຖະບານ​ລາວ ​ກັບ​ບໍລິສັດ SINO-AGRI International Potash ຂອງ​ຈີນ (SINO-AGRI International Potash Co). ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ສ້າງ​ນິຄົມອຸດສາຫະ​ກຳ​ສາ​ກົນໝູນວຽນອັດສະລິຍະ kali ສາກົນ.

ຍົກ​ສູງ​ຄວາມ​ຮັບ​ຮູ້ໃຫ້ໄວໜຸ່ມລາວກາຍ ກ່ຽວກັບພົນລະເມືອງທົ່ວໂລກ ແລະ ການຫັນເປັນດີຈີຕອນ ຍົກ​ສູງ​ຄວາມ​ຮັບ​ຮູ້ໃຫ້ໄວໜຸ່ມລາວກາຍ ກ່ຽວກັບພົນລະເມືອງທົ່ວໂລກ ແລະ ການຫັນເປັນດີຈີຕອນ
ເປີດສູນການຮຽນຮູ້ ວິທະຍາສາດ-ເຕັກໂນໂລຊີ ແຫ່ງທຳອິດ ໃນລາວ ເປີດສູນການຮຽນຮູ້ ວິທະຍາສາດ-ເຕັກໂນໂລຊີ ແຫ່ງທຳອິດ ໃນລາວ
ຈີນ ສ້າງນິຄົມອຸດສາຫະກຳ Kali ຢູ່ລາວ
ພິ​ທີ​ເຊັນ​ບົດ​ບັນ​ທຶກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: zgmh.net)

ຫວ່າງ​ມໍ່ໆ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ​ວິ​ສາ​ຫະກິດ ຈີນ ​ກ່ຽວ​ກັບ​ການ​ກໍ່ສ້າງ​ນິຄົມອຸດສາ​ຫະກຳ​ Kali ອັດສະລິຍະ​ ຢູ່​ລາວ.

ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດັ່ງກ່າວ​ໄດ້​ລົງ​ນາມ​ລະຫວ່າງ​ລັດຖະບານ​ລາວ​ກັບ​ບໍລິສັດ SINO-AGRI International Potash ຂອງ​ຈີນ (SINO-AGRI International Potash Co). ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ສ້າງ​ນິຄົມອຸດສາຫະ​ກຳ​ສາ​ກົນໝູນວຽນອັດສະລິຍະ kali ສາກົນ.

ຕາມສຳນັກ​ຂ່າວສານຂອງ ຊິນ​ຮວາ ແລ້ວ, ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ໂຄງການ​ແມ່ນ 4,31 ຕື້ USD. ເຂດອຸດສາຫະກຳດັ່ງກ່າວ ຈະແບ່ງອອກເປັນ 3 ເຂດຕົ້ນຕໍຄື ເຂດ ປຸ໋ຍ kali, ເຂດບໍ່ມີ kali ແລະ ເຂດໝູ່​ບ້ານ Asia-Potash. ສເຂດປຸ໋ຍ kali ຈະໄດ້ນໍາໃຊ້ເພື່ອພັດທະນາອຸດສາຫະກໍານີ້ໂດຍອີງໃສ່ຊັບພະຍາກອນແຮ່ທາດເກືອ kali ໃນທ້ອງຖິ່ນທີ່ອຸດົມສົມບູນ. ເຂດທີ່ບໍ່ມີທາດ kali ຈະນຳໃຊ້ແຫຼ່ງຊັບພະຍາກອນທີ່ກ່ຽວຂ້ອງຂອງບໍ່ kali, ກໍ່ຄືບໍ່ຖ່ານຫີນ ແລະ bauxite ຂອງປະເທດລາວ, ຂະຫຍາຍຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຊັບພະຍາກອນ ໂດຍຜ່ານການສົ່ງເສີມການລົງທຶນ. ພ້ອມ​ກັນ​ນັ້ນ, ໝູ່​ບ້ານ Asia-Potash ກໍ່​ໄດ້​ຮັບ​ການກໍ່​ສ້າງ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ ​ແລະ ຜູ້ທີ່​ມີ​ຄວາມ​​ສາ​ມາດເພື່ອຍູ້​ໄວ​ການ​ຫັນ​ເປັນ​ຕົວ​ເມືອງ​ຂອງ​ລາວ.

ຜູ້ອໍານວຍການໃຫຍ່ SINO-AGRI Tong Yongheng ໃຫ້ຮູ້ວ່າ: ໂຄງການນີ້ ຄາດວ່າ ຈະນໍາລາຍຮັບມາໃຫ້ ສປປ ລາວ ປະມານ 320 ລ້ານ USD/ປີ, ສ້າງວຽກເຮັດງານທຳໃຫ້​ແກ່ 30.000-50.000 ຄົນ.

ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ດັ່ງກ່າວ, ບໍລິສັດ SINO-AGRI ​ໄດ້​ຮັບ​ສິດ​ຂຸດ​ຄົ້ນ​ບໍ່​​ເກືອ kali 35 ກມ2 ຢູ່​ແຂວງ​ຄຳ​ມ່ວນ​ຂອງ​ລາວ. ເວັບໄຊທ໌ທາງການຂອງບໍລິສັດໃຫ້​ຮູ້ວ່າ ພື້ນທີ່ນີ້ມີເກືອ​ kali ຫຼາຍກ່ວາ 1 ຕື້ໂຕນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.