ບິ່ງດິງ ໄດ້ລົງນາມໃນສັນຍາຮ່ວມມືກັບ 4 ແຂວງພາກໃຕ້ຂອງລາວ

00:30 | 03/04/2023

ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ແລະ ອຳນາດການປົກຄອງ 4 ແຂວງພາກໃຕ້ຂອງລາວ (ອັດຕະປື, ຈຳປາສັກ, ສາລະວັນ, ເຊກອງ) ໄດ້ລົງນາມໃນສັນຍາຮ່ວມມືໄລຍະ 2021 – 2025. Ngày 30-3, UBND tỉnh Bình Định và Chính quyền 4 tỉnh Nam Lào (Attapu, Champasak, Salavan, Sekong) đã ký kết hợp tác giai đoạn 2021 - 2025.

ໄຟ​ໄໝ້​ປ່າ ແລະ ມົນ​ລະ​ພິດ​ທາງອາ​ກາດທີ່ຮ້າຍ​ແຮງ​ຢູ່ ລາວ ໄຟ​ໄໝ້​ປ່າ ແລະ ມົນ​ລະ​ພິດ​ທາງອາ​ກາດທີ່ຮ້າຍ​ແຮງ​ຢູ່ ລາວ
ຈີນ ສ້າງນິຄົມອຸດສາຫະກຳ Kali ຢູ່ລາວ ຈີນ ສ້າງນິຄົມອຸດສາຫະກຳ Kali ຢູ່ລາວ

ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ດິ້ງ ຝ້າມແອັງຕ້ວນ ​ໄດ້​ແຈ້ງ​ໃຫ້​ຄະນະ​ຜູ້​ແທນ 4 ​ແຂວງ​ພາກ​ໃຕ້​ລາວ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ທ່າ​ແຮງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ​ແລະ ພັດທະນາ​ຮອບດ້ານ​ກັບ​ບັນດາ​ແຂວງ​ຂອງ​ລາວ.

ບິ່ງດິງ ໄດ້ລົງນາມໃນສັນຍາຮ່ວມມືກັບ 4 ແຂວງພາກໃຕ້ຂອງລາວ

ແຂວ​າງ​ບິ່ງ​ດິງ ​ລົງ​ນາມ​ການ​ຮ່ວມ​ມື​ກັບ​ອຳ​ນາດ​ການ​ປົກ​ຄອງ 4 ແຂ​ວງ ພາກ​ໃຕ້​ລາວ. (ພາບ: TTXVN)

ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ເພີ່ມພູນຄູນສ້າງ​ຂອງ​ການ​ນຳ​ລຸ້ນຕ່າງໆ​ຂອງ​ສອງ​ປະ​ເທດ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ແຂວງ ບິ່ງ​ດິ້ງ ​ແລະ ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ສືບ​ຕໍ່​ໄດ້​ຮັບ​ການ​ຮັດ​ແໜ້ນ, ​ເຕີບ​ໂຕ​ຢ່າງ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. ແຂວງ​ບິ່ງ​ດິ້ງ ​ແລະ 4 ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ໄດ້​ລົງ​ນາມ ​ແລະ ສົມທົບ​ກັນ​ປະຕິບັດ​ໂຄງການ​ຮ່ວມ​ມື​ຮອບດ້ານ, ບັນລຸ​ໄດ້​ບັນດາ​ໝາກຜົນ​ດີ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ເສດຖະກິດ​ແຫ່ງ​ຊາດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ບັນດາ​ໝາກຜົນ​ດັ່ງກ່າວ ​ໄດ້​ຢືນຢັນ​ນະ​ໂຍບາຍ ​ແລະ ທິດ​ທາງ​ອັນ​ຖືກຕ້ອງ​ ໃນ​ການ​ຮ່ວມ​ມື​ພັດທະນາ​ຮອບດ້ານ ​ລະຫວ່າງ​ແຂວງ ບິ່ງ​ດິ້ງ ກັບ​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ.

ທີ່​ພິທີ​ລົງ​ນາມ, ບັນດາ​ຜູ້​ແທນ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ທ້ອງ​ຖິ່ນ; ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ໄລຍະ 2016 – 2020; ປຶກສາ​ຫາລື, ​ເຫັນ​ດີ​ເປັນ​ເອກະ​ພາບ ​ແລະ ​ລົງ​ນາມ​ໃນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໄລຍະ 2021 - 2025 ຕາມ​ບັນດາ​ຂໍ້​ກຳນົດ​ດ້ານ​ກົດໝາຍ​ຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ ​ແລະ ສົນທິສັນຍາ​ສາກົນ​ທີ່​ກ່ຽວຂ້ອງ​ຂອງ​ແຕ່ລະ​ປະ​ເທດ.

ຄຳຮຸ່ງ

302 Found

Found

The document has moved here.