ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ

08:21 | 13/04/2023

ຍສໝ - ໃນຕອນບ່າຍວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂອງຄະນະໂຄສະນາສຶກສາ​ສູນ​ກາງພັກກອມມູນ​ຫວຽດນາມ ນໍາໂດຍສະຫາຍ ຫງວຽນເກ໋ເລີມ, ຮອງຫົວໜ້າຄະນະສະເພາະກິດ ຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານການຕ່າງປະເທດ, ຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ ແລະ ການຮ່ວມມືສາກົນ, ຄະນະໂຄສະນາສຶກສາ​ສູນ​ກາງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ພະນັກງານ, ລັດຖະກອນ​ຂອງ​ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະ​ເພນີ​ລາວ.

ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ ນັກສຶກສາລາວ ແລະ ຄວາມຊົງຈຳວັນບຸນປີໃໝ່ທີ່ອົບອຸ່ນໃນບ້ານເກີດເມືອງນອນແຫ່ງທີສອງ
ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ) ແຂວງຮ່າຕິ້ງ ໜູນຊ່ວຍ 8,3 ຕື້ດົ່ງ ກໍ່ສ້າງສຸກສາລາທະຫານ-ປະຊາຊົນ ຢູ່ແຂວງບໍລິຄຳໄຊ (ລາວ)

ການຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສຶກສາ​ສູນ​ກາງ​ພັກກອມມູນິດ​ຫວຽດນາມ, ມີ ສະຫາຍ ຈັນທະພອນ ຄໍາມະນີຈັນ, ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ.

ທີ່​ການ​ພົບ​ປະ, ພາຍ​ໃຕ້​ການ​ມອບ​ສິດ​ຂອງການນຳ​ຄະນະໂຄສະນາສຶກສາ​ສູນ​ກາງ​​ພັກ​ກອມ​ມູນິດ​ຫວຽດນາມ, ສະຫາຍ ຫງວຽນເກ໋ເລີມ ໄດ້​ມອບ​ດອກ​ໄມ້​ສະແດວຄວາມຊົມ​ເຊີຍ ​ແລະ ສົ່ງ​ຄຳ​ອວຍພອນ​ເຖິງ​ຄອບຄົວ​ພະນັກງານ, ລັດຖະກອນ​ທີ່​ເຮັດ​ວຽກ​ຢູ່​ສະຖານທູດ​ລາວ ຂໍ​​ໃຫ້​​ມີ​ສຸ​ຂະ​ພາບ​ແຂງແຮງ, ມີ​ຄວາມສະຫງົບ​ສຸກ​; ພ້ອມ​ກັນ​ນັ້ນ, ກໍ່​ສົ່ງ​ຄຳ​ອວຍພອນ​ອັນ​ດີງາມ​ໄປ​ຍັງ​ບັນດາ​ການ​ນຳ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ.

ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ
ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ສະຫາຍ ຫງວຽນເກ໋ເລີມ ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບົນ​ພື້ນຖານ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ ​ແລະ ລັດ ຫວຽດນາມ - ລາວ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ແລະ ທ້ອງ​ຖິ່ນ​ຂອງ​ລາວ ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາ, ນັບມື້ນັບເຂົ້າສູ່ລວງເລິກ. ໃນປີ 2023 ແມ່ນຄົບຮອບ 61 ປີ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2023) ແລະ ຄົບຮອບ 46 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 –18 ກໍລະກົດ 2023).

​ກໍ່ໃນຈຸດເວລາ​ນີ້, ສະຫາຍ ຫວໍ​ວັນ​ເຖືອງ, ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ​ລັດ ຫວຽດນາມ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ​ເປັນ​ເວລາ 2 ວັນ ​ແຕ່​ວັນ​ທີ 10-11 ​ເມສາ ​ເພື່ອ​ເສີມ​ຂະຫຍາຍ ​ແລະ ພັດທະນາ​ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດຂອງ​ ສະຫາຍ ຫວໍ​ວັນ​ເຖືອງ ພາຍຫຼັງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະທານ​ປະ​ເທດ​ຫວຽດນາມ. ການ​ຢ້ຽມຢາມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ ສປປ.ລາວ.

ຄະນະໂຄສະນາສຶກສາສູນກາງພັກກອມມູນິດ​ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ

ໂດຍສະແດງຄວາມຂອບໃຈ​ຕໍ່ຄວາມ​ເອົາ​ໃຈ​ໃສ່, ປຸກລະດົມ ​ແລະ ການ​ຢ້ຽມຢາມ​ຂອງ​ຄະນະໂຄສະນາສຶກສາ​ສູນ​ກາງ​ພັກກອມມູນິດຫວຽດນາມ, ສະຫາຍ ຈັນທະພອນ ​ຄຳ​ມະນີຈັນ, ​ອັກຄະ​ລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ ​ໄດ້ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ການ​ຢັ້ງຢືນ​ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດໂດຍ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ. ລາວ ແລະ ຫວຽດນາມ ​ເປັນ​ປະເທດບ້ານ​ໃກ້​ເຮືອນ​ຄຽງ, ​ເປັນ​ອ້າຍ​ນ້ອງ​ທີ່​ມີ​ຄວາມ​ສະໜິດ​ຕິດ​ພັນ​ຮ່ວມທຸກຮ່ວມສຸກ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ, ກໍ່ຄືໃນ​​ໄລຍະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ລາວ - ຫວຽດນາມ ​ໄດ້​ກາຍ​ເປັນ​ສາຍ​ພົວພັນ​ແບບ​ພິ​ເສດ, ສະໜິດສະໜົມ, ບໍລິສຸດ ​ແລະ ​ຫາ​ຍາກ, ​ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ, ​ເປັນກົດເກນ​ຄົງຕົວ ​ແລະ ພັດທະນາ​ຂອງ​ສອງ​ປະ​ເທດ, ​ເປັນ​ປັດ​ໄຈ​ຕັດສິນ​ໄຊຊະນະ​ຂອງ​ການ​ປະຕິວັດແຕ່ລະປະເທດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.