ປະທານປະເທດ ຫວໍວັນເຖືອງ ສິ້ນສຸດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ

11:32 | 12/04/2023

ຕອນບ່າຍວັນທີ 11 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສປປ.ລາວໃນລະຫວ່າງວັນທີ 10 – 11 ເມສາ.

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ

ຕອນບ່າຍວັນທີ 11 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສປປ.ລາວໃນລະຫວ່າງວັນທີ 10 – 11 ເມສາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດຢ່າງຈົບງາມ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 10 ເມສາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຈັດງານລ້ຽງຮອງຮັບ ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ມາເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ປະທານປະເທດ ຫວໍວັນເຖືອງ ສິ້ນສຸດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ທອງ​ລຸນ ສີ​ສຸ​ລິດ ທີ່​ພິ​ທີ​ຕ້ອນ​ຮັບ

ຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງດຳລົງຕຳແໜ່ງປະທານປະເທດ ຂອງທ່ານຫວໍວັນເຖືອງ, ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງທີ່ສຸດໃຫ້ແກ່ການພົວພົນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.

ການ​ເລືອກ​ຕັ້ງ​​ປະ​ເທດ​ລາວ ​ແມ່ນ​ຈຸດໝາຍ​ປາຍທາງ​ທຳ​ອິດ​ໃນ​ຖານະ​ຕຳ​ແໜ່​ງໃໝ່ ຂອງທ່ານປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ ແມ່ນ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

​ໃນ​ສະພາບ​ການ​ທີ່​ສັບສົນ​ຢູ່​ໃນ​ໂລກ ​ແລະ ​ໃນ​ພາກ​ພື້ນ, ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນຢ່າງ​ແໜ້ນ​ແຟ້ນ ​ແລະ ຮອບດ້ານ​ຂອງ ຫວຽດນາມ ​ໃຫ້​ແກ່ ລາວ.

ການຢ້ຽມຢາມລວມມີ 18 ການເຄື່ອນໄຫວທີ່ແຕກຕ່າງກັນ, ໃນນັ້ນມີການ ເຈລະຈາ, ພົບປະ ກັບບັນດາການນຳ,ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດລາວ. ການຢ້ຽມຢາມບັນລຸໄດ້ໝາກຜົນລະອຽດ ແລະ ຮອບດ້ານຫຼາຍຢ່າງ. ສອງຝ່າຍສືບຕໍ່ຢັ້ງຢືນຄວາມຕັດສິນໃຈພັດທະນາການພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວເວົ້າລວມ, ກໍ່ຄືການພົວພັນຢ່າງສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຢູ່ໃນລະດັບສູງທີ່ສຸດລະຫວ່າງການນຳຂັ້ນສູງສອງປະເທດເວົ້າສະເພາະຢ່າງບໍຢຸດຢັ້ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.