ການ​ພົວພັນ​ມິດຕະພາບ​ຫວຽດນາມ-​ມາ​ເລ​ເຊຍ ​ພັດທະນາ​ຢ່າງຮອບດ້ານ ​ແລະ ​ເລິກ​ເຊິ່ງ​ໃນ​ທຸກ​ເສົາຄ້ຳ

11:03 | 31/03/2023

ຍສ​ໝ - ທ່ານ​ນາງ​​ອຸປະທູດ​ຫວຽດນາມ ປະຈຳ​ມາ​ເລ​ເຊຍ ຫງວຽນ​ທິຫງອກ​ແອງ ​ໄດ້​ມີ​ການ​ແລກປ່ຽນ​ກັບ​ນັກ​ຂ່າວສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະຈຳ ມາ​ເລ​ເຊຍ ກ່ຽວ​ກັບ​ຄວາມ​ໝາຍ​​ຂອງ​ເຫດການ.

ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້ ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ເສດຖະກິດ​ລະຫວ່າງ​ຫວຽດນາມ ​ແລະ ທ້ອງ​ຖິ່ນ​ຂອງ​ອາ​ຟຼິກາ​ໃຕ້
ສະມາຄົມ​ມິດຕະພາບ​ຫວຽດນາມ - ​ໄທ: ​ເພີ່ມ​ທະວີ​ການເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ສະມາຄົມ​ມິດຕະພາບ​ຫວຽດນາມ - ​ໄທ: ​ເພີ່ມ​ທະວີ​ການເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ

ທ່ານ​ນາງຕີ​ລາ​ຄາ​ແນວໃດກ່ຽວກັບການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ຫວຽດ​ນາມ - ມາ​ເລ​ເຊຍ ໃນໄລ​ຍະ​ຜ່ານ​ມາ​ນີ້, ພິ​ເສດ​ແມ່ນ​ພາຍຫຼັງ​ສອງ​ປະ​ເທດ​ຍົກ​ລະ​ດັບ​ການພົວພັນສອງຝ່າຍຂຶ້ນເປັນການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ນັບ​ແຕ່​ເດືອນ ສິງ​ຫາ ປີ 2015?

ນັບແຕ່ວັນສ້າງຕັ້ງການພົວພັນທາງການທູດໃນວັນທີ 30 ມີນາ 1973, ການພົວພັນລະຫວ່າງ ຫວຽດນາມ ແລະ ມາເລເຊຍ ໄດ້ຜ່ານຜ່າໄລຍະ 50 ປີແຫ່ງການກໍ່ສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ດ້ວຍບັນດາຂີດໝາຍສຳຄັນແມ່ນການລົງນາມໃນຖະແຫຼງການຮ່ວມກ່ຽວກັບກອບຄູ່ຮ່ວມມືຍຸດທະສາດໃນວັນທີ 7 ສິງຫາ 2015, ພິ​ເສດ​ແມ່ນ​ເມື່ອ​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນໜຶ່ງ​ດຽວ​ຂອງ​ມາ​ເລ​ເຊຍ​ ໃນ ອາ​ຊຽນ. ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ຢ່າງຮອບດ້ານ ​ແລະ ​ເລິກ​ເຊິ່ງ​ໃນ​ທຸກ​ເສົາ​ຄ້ຳ​ຂອງ​ການ​ພົວພັນຕ່າງປະເທດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ, ການ​ທູດ​ປະຊາຊົນ. ການ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານ​ໜຶ່ງ​ ໄດ້ສະ​ແດງ​ໃຫ້​ເຫັນ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງກ້​ວາງ​ຂວາງຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ແລະ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ; ຄຽງ​ຄູ່​ກັນ​ນັ້ນ, ກໍ່​ເປີດ​ໜ້າ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຫຼາຍ​ຂົງ​ເຂດ​ຄື: ​ການ​ເມືອງ, ການ​ທູດ, ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ການປ້ອງກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ...

ການ​ພົວພັນ​ມິດຕະພາບ​ຫວຽດນາມ-​ມາ​ເລ​ເຊຍ ​ພັດທະນາ​ຢ່າງຮອບດ້ານ ​ແລະ ​ເລິກ​ເຊິ່ງ​ໃນ​ທຸກ​ເສົາຄ້ຳ

ທ່ານ​ນາງ​​​​ອຸປະທູດ​ຫວຽດນາມ ປະຈຳ ​ມາ​ເລ​ເຊຍ ຫງວຽນ​ທິຫງອກ​ແອງ (ພາບ: TTXVN)

ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ ແລະ ພວມ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອປະ​ຕິ​ບັດການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ໄລຍະ 2021-2025 ຢ່າງ​ມີ​ປະສິດທິ​ຜົນ. ຖື​ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ໃຫ້ຫຼາຍ​ກ່​ວາ​ອີກ. ຂ້າ​ພະ​ເຈົ້າ​ດີ​ໃຈ​ເມື່ອ​ໄດ້ແບ່ງປັນ​ວ່າ ​ໃນ​ຫຼາຍ​ປີ​ມາ​ນີ້, ມາ​ເລ​ເຊຍ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ການ​ຄ້າ ​ແລະ ການ​ລົງທຶນ​ແຖວ​ໜ້າ​ຂອງ ຫວຽດນາມ ໃນ ອາ​ຊຽນ.

ຮຽນ​ທ່ານ​ນາງ, ທ່ານ​ນາງ​ສາ​ມາດ​ເຜີຍ​ໃຫ້​ຮູ້​ກ່ຽວກັບຈຸດສຸມຂອງການຮ່ວມມືລະຫວ່າງສອງປະເທດໃນປີ 2023 ກໍ່​ຄືປີຕໍ່ໄປແມ່​ນ​ຫຍັງ? ສອງ​ປະ​ເທດ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ໃໝ່?

ຂ້າພະ​ເຈົ້າ​ຖືວ່າ ຈຸດ​ສຸມ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ​ສົມທົບ​ກັນ​ຊຸກຍູ້, ຕິດຕາມ​ກວດກາ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ກະທຳຜັນຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ໄລຍະ 2021 – 2025 ຢ່າງ​ມີ​ປະສິດທິ​ຜົນ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ສອງ​ຝ່າຍ​ຕ້ອງ​ຮັກສາ​ ​ແລະ ພ້ອມທັງ​ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງສະໝ່ຳສະເໝີ ແລະ ​ມີ​ປະສິດທິ​ຜົນ​ຄື: ຄະນະ​ກຳມະການ​ປະ​ສົມ​ກ່ຽວ​ກັບ​ການຮ່ວມມື​ດ້ານ​ເສດຖະກິດ, ວິທະຍາສາດ ​ແລະ ​ເຕັກນິກ​ຂັ້ນ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ, ຄະນະ​ກຳມະການປະສົມດ້ານການຄ້າ​ ຂັ້ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ… ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ໃນ​ການ​ສົມ​ທົບກັນປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ແຕ່​ລະ​ຂົງ​ເຂດ​ສະ​ເພາະໃຫ້ປະ​ກົດ​ຜົນ​ເປັນ​ຈິງ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ວາງ​ຄາດໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນລຸ 18 ຕື້ USD ​ໃນ​ປີ 2025. ​ທິດການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ, ​ແຕ່​ເພື່ອ​ບັນລຸ​ໄດ້​ເປົ້າ​ໝາຍ​ດັ່ງກ່າວ, 2 ຝ່າຍ​ຕ້ອງ​ຍູ້​ແຮງ​​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ, ຕັ້ງໜ້າ​ຈັດ​ຕັ້ງ ​ແລະ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າມຫ້ຫຼາຍກວ່າອີກ ​ເພື່ອ​ແນ​ໃສ່ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ຂອງ​ກັນ, ພ້ອມ​ທັງ​ບັນ​ດາ​ວິ​ສາ​ຫະ​ກິດ ກໍ່​ຕ້ອງ​ຊອກ​ຫາ​ທິດ​ຮ່ວມ​ມື​ແລກ​ປ່ຽນ​ການ​ຄ້າ​, ບັນ​ດາ​ຜະ​ລິດ​ຕະ​ພັນ​ເຊິ່ງ​ອາດ​ຈະ​ເປັນ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງຄື: ຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​ໃນ​ນ້ຳ, ຜະລິດ​ຕະພັນ Halal, ອຸດ​ສາ​ຫະ​ກໍາ​ສະ​ບຽງ​ອາ​ຫານ, ເຄື່ອງ​ອາ​ໄຫຼ່ເອ​ເລກ​ໂຕ​ນິກ… ນອກ​ຈາກ​ນັ້ນ​, ໃນ​ສະ​ພາບ​ການ​ຂອງ​ສອງ​ປະ​ເທດ​ໄດ້​ເປີດປະຕູ​ຄືນ​ໃຫມ່ຄື​ໃນ​ປັດ​ຈຸ​ບັນ​ ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​, ການ​ແລກ​ປ່ຽນ​ປະ​ຊາ​ຊົນ​, ການ​ສຶກ​ສາ​ ແລະ ​ແຮງ​ງານ​ແມ່ນ​ຄວາມ​ຕ້ອງ​ການ​ທີ່ຈໍາ​ເປັນ​ ແລະ ກໍ່​ຄວນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໂດຍ​ດ່ວນ. ປະຈຸ​ບັນ, ຕະຫຼາດ​ມາ​ເລ​ເຊຍ​ພວມ​ມີ​ຄວາມ​ຕ້ອງການ​ກຳລັງ​ແຮງ​ງານ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ກໍ່ຄື​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມືດ້ານ​ການທ່ອງທ່ຽວ​ ແລະ ​ການ​ລົງທຶນ, ດັ່ງ​ນັ້ນຂ້າພະ​ເຈົ້າ​ຄິດ​ວ່າ​ ຈະ​ມີ​ໂອກາດ​ການ​ຮ່ວມ​ມື​ຫຼາຍ​ຢ່າງ​​ໃນ​ອະນາຄົດມີ່ຈະມາເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.