ປະທານປະເທດຫວຽດນາມ ເລືອງເກື່ອງ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ | |
ສານອວຍພອນປີໃໝ່ ປີມະເສັງ 2025 ຂອງທ່ານປະທານປະເທດ ເລືອງເກື່ອງ |
ທີ່ການພົບປະ, ທ່ານ ເລືອງເກື່ອງ ປະທານປະເທດ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຄືນໃໝ່ໃນເວລາສັ້ນ ພາຍຫຼັງການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານປະເທດປະເທດຫວຽດນາມ; ທ່ານ ສະແດງຄວາມຂອບໃຈມາຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ມາເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ ແລະພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ, ສະແດງການພົວພັນສະໜິດຕິດພັນ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ. ທ່ານ ເລືອງເກື່ອງ ຢືນຢັນວ່າ ໄຊຊະນະວັນທີ 30 ເມສາ 1975 ແມ່ນເຫດການປະຫວັດສາດອັນສະຫງ່າລາສີທີ່ໜ້າເອກອ້າງທະນົງໃຈຂອງຊາວຫວຽດນາມ; ທ່ານເນັ້ນໜັກວ່ານີ້ແມ່ນໄຊຊະນະຂອງນໍ້າໃຈຮັກຊາດ, ຈິດໃຈການປະຕິວັດ, ອົງອາດກ້າແກ່ນ ແລະຄວາມຄາດຫວັງຢາກມີອິດສະຫຼະພາບ, ເອກະລາດ.
ກ່ຽວກັບເລື່ອງເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ, ທ່ານ ເລືອງເກືອງ ຢືນຢັນວ່າ ນີ້ແມ່ນເຫດການການເມືອງ-ການທູດສໍາຄັນ, ແມ່ນສັນຍາລັກທີ່ມີຊີວິດຊີວາໃຫ້ການພົວພັນສັດຊື່ບໍລິສຸດ, ການພົວພັນທີຫາຍາກ, ສະແດງການຕັດສິນໃຈຂອງສອງຝ່າຍໃນການຊຸກຍູ້ການຮ່ວມມືພັດທະນາລະຫວ່າງສອງປະເທດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ ຈະຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້ານັບມື້ນັບເພີ່ມຂຶ້ນຂອງສອງປະເທດ, ຮັບໃຊ້ການຂົນສົ່ງສິນຄ້າຜ່ານດ່ານ ແລະພົວພັນການຄ້າຮ່ວມມືກັບປະເທດເພື່ອນລາວ, ແຕ່ຈາກນັ້ນປະກອບສ່ວນເຂົ້າໃນການພັດທະນາ ແລະເຊື່ອມໂຍງເຂົ້າກັບເສດຖະກິດຂອງແຕ່ລະປະເທດ.
![]() |
ບັນຍາກາດທີ່ການພົບປະ. ພາບ: ທູຮ່າ |
ສ່ວນທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຊົມເຊີຍ ແລະຢືນຢັນວ່າ ເຫດການ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບມີທີ່ຕ້ັງ ແລະຄວາມໝາຍສໍາຄັນຕໍ່ກັບພັກ, ລັດ ແລະປະຊາຊົນຫວຽດນາມ. ນີ້ແມ່ນໄຊຊະນະອັນສະຫງ່າລາສີຂອງຊາດຫວຽດນາມ ແລະຂອງທັງສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ເຊິ່ງໄດ້ທົ່ວໂລກ ແລະເພື່ອນມິດຮັກສັນຕິພາບນິຍົມນັບຖື;...
ທ່ານ ທອງລຸນ ສີສຸລິດ ຢັ້ງຢືນວ່າ ໂຄງການທ່າເຮືອເລກ 3 - ທ່າກໍາປັ່ນຫວູງອ໊າງ ແມ່ນສັນຍາລັກຂອງນໍ້າໃຈມິດຕະພາບຫວຽດນາມ-ລາວ ໃນໄລຍະໃໝ່; ແມ່ນກິດຈະການປະກອບສ່ວນຜັນຂະຫຍາຍຍຸດທະສາດ “ຊ່ວຍປະເທດລາວ ເປັນປະເທດທີ່ບໍ່ໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຕໍ່ກັບທະເລ”; ແມ່ນຮູບແບບການຮ່ວມມືຍຸດທະສາດ, ມີຄວາມໝາຍພິເສດດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ເລື່ອງປະຕິບັດສໍາເລັດໂຄງການຮ່ວມມືສໍາຄັນນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມ, ການຕັດສິນໃຈ ແລະຮ່ວມມືຢ່າງແໜ້ນແຟ້ນຂອງທັງສອງຝ່າຍ.
![]() |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ທູຮ່າ |
ເນື່ອງໃນໂອກາດນີ້, ການນໍາສອງທ່ານໄດ້ສະແດງຄວາມຕັດສິນໃຈໃນການປະຕິບັດຂໍ້ຕົກລົງຂັ້ນສູງສະບັບຕ່າງໆຫວຽດນາມ-ລາວ, ໃນນັ້ນມີໝາກຜົນຂອງການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຫວ່າງແລ້ວນີ້ເພື່ອແນໃສ່ນໍາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນແກ່ນໃນສະພາບການໃໝ່.
![]() | ສານຈາກທ່ານເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບປີໃໝ່ 2025 ຍສໝ - ເມື່ອຄືນທີ່ຜ່ານມາ (31 ທັນວາ) ທີ່ນະຄອນຫລວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວຄຳປາໄສຕ້ອນຮັບປີໃໝ່ 2025 ຕໍ່ສື່ມວນຊົນ ໂດຍຍົກໃຫ້ເຫັນໂອກາດ ແລະສິ່ງທ້າທາຍສຳລັບລາວໃນປີ 2025. |
![]() | ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຕອບສໍາພາດກ່ຽວກັບການປະຕິບັດງານ ຈີເລ ແລະເປຣູ ຂອງປະທານປະເທດ ເລືອງເກື່ອງ ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ (ຕອນເຊົ້າວັນທີ 17 ພະຈິກ ຕາມເວລາຫວຽດນາມ), ທ່ານ ເລືອງເກື່ອງ ປະທານປະເທດພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກ Lima, ສິ້ນສຸດການຢ້ຽມຢາມ ສ. ຈີເລ ແລະ ສ. ເປຣູ ຢ່າງເປັນທາງການ ກໍ່ຄືເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ... |