ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ພົບປະກັບການນຳ IPU ແລະ ສະພາແຫ່ງຊາດ ລາວ | |
ປະກອບສ່ວນນຳຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ |
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: TTXVN) |
ກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດ ສປຊ ໄດ້ດຳເນີນແຕ່ວັນທີ 27 ກຸມພາ – 4 ເມສາ, ແມ່ນກອງປະຊຸມຄັ້ງທຳອິດຂອງຫວຽດນາມ ໃນຖານະເປັນສະມາຊິກ ສະພາສິດທິມະນຸດ ສປຊ ອາຍຸການ 2023-2025.
ຕໍ່ໄປແມ່ນເນື້ອໃນການສໍາພາດ:
ຂໍຮຽນທ່ານນາງ, ທ່ານນາງອາດຈະໃຫ້ຮູ້ກ່ຽວກັບການປະກອບສ່ວນຕົ້ນຕໍຂອງຫວຽດນາມໃນກອງປະຊຸມຄັ້ງທີ 52 ຂອງ ສະພາສິດທິມະນຸດ ສປຊ ນີ້?
ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດ ສປຊ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈີ່ນລຶວກວາງ ນຳໜ້າ ເຊິ່ງໄດ້ເຂົ້າຮ່ວມຢ່າງຕັ້ງໜ້ານັບແຕ່ຕົ້ນກອງປະຊຸມ. ວັນທີ 27 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງພາຍຫຼັງພິທີໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລຶວກວາງ ໄດ້ຍົກໃຫ້ເຫັນຫຼາຍສານກ່ຽວກັບຄຳໝັ້ນສັນຍາ, ຄວາມມານະພະຍາຍາມຢ່າງແຮງ ແລະ ຜົນງານຂອງຫວຽດນາມ ໃນການພັດທະນາປະເທດຊາດ, ຮັບປະກັນສິດທິມະນຸດ; ຮຽກຮ້ອງໃຫ້ບັນດາປະເທດ ເຂົ້າໃຈ ແລະ ເຄົາລົບບັນດາລັກສະນະປະຫວັດສາດ, ລະບົບການເມືອງ, ວັດທະນະທຳ ແລະ ສັງຄົມຂອງກັນ, ຊຸກຍູ້ການຮ່ວມມື ແລະ ປຶກສາຫາລືກ່ຽວກັບສິດທິມະນຸດຢ່າງຄົບຖ້ວນ.
ຂໍຮຽນທ່ານນາງແບ່ງປັນກ່ຽວກັບຂໍ້ລິເລີ່ມຂອງຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງຖະແຫຼງການສິດທິມະນຸດສາກົນ (UDHR) ແລະ 30 ປີແຫ່ງຖະແຫຼງການ ແລະ ໂຄງການເຄື່ອນໄຫວ Vienna (VDPA), ກໍ່ຄືຄວາມໝາຍສຳຄັນຂອງຂໍ້ລິເລີ່ມນີ້ສຳລັບບັນດາປະເທດເວົ້າລວມ ແລະ ຫວຽດນາມໂດຍສະເພາະ?
ມະຕິສະບັບນີ້ໄດ້ສຸມໃສ່ລະດັບຄວາມສຳຄັນຂອງເອກະສານສອງສະບັບ ແລະ ຫຼາຍເນື້ອໃນທີ່ຕັ້ງໜ້າຂອງຖະແຫຼງການ ແລະ ການຖະແຫຼງການທີ່ກ່າວມາຂ້າງເທິງນີ້ ຄືໄດ້ຢ້ຳຄືນຫຼັກການຕົ້ນຕໍວ່າດ້ວຍສິດທິມະນຸດຂອງເອກະສານສອງສະບັບນັ້ນ; ສ່ອງແສງໃຫ້ເຫັນຄວາມສົນໃຈຢ່າງກວ້າງຂວາງຂອງປະເທດໃນການສະເຫຼີມສະຫຼອງເອກະສານສອງສະບັບ, ຍົກສູງທີ່ຕັ້ງບົດບາດ ແລະ ປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ ແລະ ກົນໄກສິດທິມະນຸດຂອງ ສປຊ; ເນັ້ນໜັກເຖິງບົດບາດນຳພາຂອງລັດໃນການຮັບປະກັນສິດທິມະນຸດ; ຮັບຮູ້ການເຂົ້າຮ່ວມຂອງແມ່ຍິງ, ບົດບາດຂອງການຮ່ວມມື ແລະ ຄວາມສາມັກຄີສາກົນ, ເຄົາລົບຄວາມຫຼາກຫຼາຍ, ກວມລວມ... ໃນນັ້ນຊຸກຍູ້ ແລະ ປົກປັກຮັກສາສິດທິມະນຸດ ເວົ້າລວມ ແລະ ວຽກງານຂອງ ສະພາສິດທິມະນຸດ ເວົ້າສະເພາະ.
ທ່ານນາງເອກອັກຄະລັດຖະທູດສາມາດແບ່ງປັນບາງວຽກງານເຊິ່ງບັນດາປະເທດທີ່ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກ ສະພາສິດທິມະນຸດ ຕ້ອງເຮັດໃນກອງປະຊຸມຄັ້ງຕ່າງໆທີ່ໄດ້ດຳເນີນຢູ່ສຳນັກງານໃຫຍ່ ສປຊ ຢູ່ເຊີແນວ ໄດ້ບໍ່?
ສະພາສິດທິມະນຸດໄດ້ ສ້າງຕັ້ງຂຶ້ນໃນປີ 2006, ແມ່ນກົນໄກສິດທິມະນຸດທີ່ສໍາຄັນທີ່ສຸດໃນລະບົບຂອງສະຫະປະຊາຊາດ. ສະພາສິດທິມະນຸດ ແມ່ນອົງການລະຫວ່າງລັດຖະບານຂອງອົງການສະຫະປະຊາຊາດ, ລວມມີ 47 ປະເທດສະມາຊິກ, ເປັນຜູ້ຕາງໜ້າໃຫ້ແກ່ 5 ເຂດພູມີສາດຂອງໂລກ.
ເພາະສະນັ້ນ, ໃນໄລຍະດຳເນີນກອງປະຊຸມຢູ່ສຳນັກງານໃຫຍ່ ສປຊ ຢູ່ເຊີແນວ, ບັນດາປະເທດທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກ UNSC ຕ້ອງເຂົ້າຮ່ວມສ້າງວາລະຂອງກອງປະຊຸມ, ປຶກສາຫາລື ແລະ ກ່າວຄຳເຫັນທີ່ກອງປະຊຸມໃນຫຼາຍບັນຫາທີ່ແຕກຕາງກັນ, ຊຸກຍູ້ບັນດາຂໍ້ລິເລີ່ມ, ສ້າງຮ່າງເອກະສານ ເຊັ່ນ: ຖະແຫຼງການຮ່ວມ, ມະຕິ ແລະ ຂໍ້ຕົກລົງຂອງສະພາສິດທິມະນຸດ; ປະຕິບັດສິດທີ່ໄດ້ມອບໃຫ້ບັນດາສະມາຊິກຂອງສະພາສິດທິມະນຸດ ໃນການກຳນົດກ່ຽວກັບບັນຫາສຳຄັນຂອງອົງການນີ້ເຊັ່ນ: ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບຸກຄະລາກອນໃຫ້ບັນດາຂະບວນການພິເສດ, ກວດກາ ແລະ ຮັບຮອງເອົາບົດລາຍງານທົ່ວປະເທດຂອງບັນດາປະເທດ, ດຳເນີນການສອບຖາມ, ປຶກສາຫາລື ແລະ ລົງຄະແນນສຽງກ່ຽວກັບການຮັບຮອງເອົາຮ່າງມະຕິ ແລະ ມະຕິຂອງ ສະພາສິດທິມະນຸດ.
ຂໍ້ຂອບໃຈທ່ານນາງເອກອັກຄະລັດຖະທູດ.
ບຸນຄົງ