ສະຖານທູດລາວ ໄດ້ຈັດຕັ້ງພິທີສະເຫລີມສະຫລອງບຸນປີໃຫມ່ ຢູ່ຮ່າໂນ້ຍ

08:19 | 13/04/2023

ຍສໝ - ໃນວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີ​ໃຫມ່ 2566 (ຕາມພຸດທະສັກກະຫຼາດ) ຂອງປະຊາຊົນບັນດາເຜົ່າລາວ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ
ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ

ເຂົ້າຮ່ວມພິທີດັ່ງກ່າວ ມີ ທ່ານ ນາງ ເຈືອງທິມາຍ, ກຳມະການກົມການເມືອງ, ຜູ້ປະຈຳການເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ເຈີ່ນແທງເມີນ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ; ທ່ານນາງ ຫວໍຖິແອັງຊວນ, ກໍາມະການສູນກາງພັກ, ຮອງປະທານປະເທດ; ​ແລະ ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ​ຫວຽດນາມ; ຜູ້ຕາງໜ້າ​ຄະນະປະສານງານ​ທະຫານອາສາສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ​ຫວຽດນາມ ປະຈຳ​ລາວ.

ສ່ວນຝ່າຍລາວ, ມີ ທ່ານ ແສງເພັດ ຮຸ່ງບຸນຍວງ - ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ພະນັກງານ, ລັດຖະກອນຂອງສະຖານທູດ ແລະ ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.

ສະຖານທູດລາວ ໄດ້ຈັດຕັ້ງພິທີສະເຫລີມສະຫລອງບຸນປີໃຫມ່ ຢູ່ຮ່າໂນ້ຍ
ທ່ານ ແສງເພັດ ຮຸ່ງບຸນຍວງ - ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ແສງ​ເພັດ ຮຸ່ງບຸນຍວງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ, ບັນດາ​ກະຊວງ, ອົງການ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ທີ່​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ບຸນປີ​ໃຫມ່​ປະ​ເພນີ​ຂອງ​ລາວ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ສະໜິດສະໜົມ, ມິດສະຫາຍອ້າຍນ້ອງທີ່ຕິດພັນກັນ​ ແລະ ​ຟົດຟື້ນ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ລາວ-ຫວຽດນາມ.

ຫວນຄືນ 2-3 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ເຖິງວ່າສະພາບການພາກພື້ນ ແລະ ສາກົນ ພວມປະສົບກັບການຜັນແປຢ່າງວ່ອງໄວ, ສັບສົນ ແລະ ຄາດເດົາໄດ້ຍາກນັ້ນ, ສະພາບການລາວ ແລະ ຫວຽດນາມ ກໍ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນສະພາບການລະບາດຂອງພະຍາດໂຄວິດ-19, ແຕ່ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ ຍັງໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ທັງ​ລວງ​ກວ້າງ ​ແລະ ລວງເລິກ​, ​ແທດ​ຈິງ ​ແລະ ມີ​ປະສິດທິຜົນ​.

ສະຖານທູດລາວ ໄດ້ຈັດຕັ້ງພິທີສະເຫລີມສະຫລອງບຸນປີໃຫມ່ ຢູ່ຮ່າໂນ້ຍ
ທ່ານ ເຈີ່ນແທງເມີນ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ

ໃນປີ 2022, 2 ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ 2 ວັນ​ປະຫວັດສາດ​ສຳຄັນ ​ຄື: 60 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ໃນນັ້ນ, ການນຳຂັ້ນສູງຂອງ 2 ພັກ ແລະ ລັດຖະບານ, ການນຳຂອງກະຊວງ, ກົມກອງ ແລະ ທ້ອງຖິ່ນຕ່າງໆ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.

ສະຖານທູດລາວ ໄດ້ຈັດຕັ້ງພິທີສະເຫລີມສະຫລອງບຸນປີໃຫມ່ ຢູ່ຮ່າໂນ້ຍ

ບັນດາແຂກຖືກເຊີນໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ

ໂດຍຕາງໜ້າການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທງເມີນ ໄດ້ສົ່ງຄຳອວຍພອນໄຊປີໃໝ່ມີສຸຂະພາບເຂັ້ມແຂງ, ສົມບູນພູນສຸກ ແລະ ບັນລຸຜົນສຳເລັດ ໄປຍັງການນໍາພັກ, ລັດ ແລະ ປະຊາຊົນ ລາວ.

ທ່ານ ເຈີ່ນແທງເມີນ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ ຫວຽດນາມ - ລາວ ໂດຍປະທານ ​ໂຮ່ຈີ​ມິນ ​ແລະ ປະທານ ​ໄກສອນ ພົມວິຫານ ສ້າງພື້ນຖານ, ​ໄດ້​ຮັບ​ການ​ຮັກສາ ແລະ ເພີ່ມພູນຄູນສ້າງ​​ ​ໂດຍ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດ​ລຸ້ນຫຼັງ​, ກາຍ​ເປັນ​ສາຍສຳພັນແບບຢ່າງ; ການ​ພົວ​ພັນ​ທີ່​ຊື່​ສັດ, ໂປ່ງ​ໃສ, ຫາ​ຍາກ​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ສາ​ກົນ, ເປັນ​ຊັບ​ສິນ​ລວມ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ. ​ເຖິງ​ວ່າ​ສະພາບ​ການ​ໃນ​ໂລກ ​ແລະ ພາກ​ພື້ນ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ ​ແລະ ສັບສົນ​ກໍ່ຕາມ, ​ແຕ່​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ແບບ​ພິ​ເສດ​ຫວຽດນາມ - ລາວ ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່ແທດ​ຈິງ​ຫຼາຍ​ຢ່າງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.