ຫວຽດນາມ ຊ່ວຍລາວພັດທະນາກະສິກຳແບບຍືນຍົງ

23:23 | 28/03/2023

ຍ​ສ​ໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າບໍລິສັດຮ່ວມມືສາກົນ 705 ຂຶ້ນກັບກອງບັນຊາການທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ; ຕາງໜ້າການນຳອຳນາດການປົກຄອງ ພ້ອມກັບບັນດາພະແນກທີ່ກ່ຽວຂ້ອງ ແຂວງອຸດົມໄຊ

ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ
ກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນເຂດຊາຍແດນສປປ.ລາວ ກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນໃຫ້ປະຊາຊົນເຂດຊາຍແດນສປປ.ລາວ
ພິ​ທີ​ມອບ​ຮັບ
ພິ​ທີ​ມອບ​ຮັບ (ພາບ: VOV)

ຫວຽດນາມ ຊ່ວຍລາວພັດທະນາກະສິກຳແບບຍືນຍົງ

ວັນທີ 24 ມີນາ ຢູ່ແຂວງອຸດົມໄຊ, ພາກເໜືອຂອງລາວ, ບໍລິສັດຮ່ວມມືສາກົນ 705 ຂຶ້ນກັບທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບແນວພັນເຂົ້າໃຫ້ແຂວງອຸດົມໄຊ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງ​ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ລາວ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຍົກ​ລະ​ດັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ເຂົ້າຮ່ວມພິທີມີຜູ້ຕາງໜ້າບໍລິສັດຮ່ວມມືສາກົນ 705 ຂຶ້ນກັບກອງບັນຊາການທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ; ຕາງໜ້າການນຳອຳນາດການປົກຄອງ ພ້ອມກັບບັນດາພະແນກການທີ່ກ່ຽວຂ້ອງ ແຂວງອຸດົມໄຊ.

ໃນ​ພິທີ, ຜູ້ຕາງໜ້າ​ບໍລິສັດ​ຮ່ວມ​ມື​ສາກົນ 705 ​ໄດ້ຕາງໜ້າໃຫ້​ທະຫານ​ເຂດ 2 ​ໄດ້​ມອບ​ແນວພັນ​ເຂົ້າ 10 ​ໂຕນ ​ເຊິ່ງມີ​ມູນ​ຄ່າ​ປະມານ 430 ລ້ານ​ດົ່ງ​ໃຫ້​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ ອຸດົມ​ໄຊ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ຄອບຄົວ​ໃນ​ແຂວງເພື່ອເຮັດແນວພັນ​ປູກ, ບົວລະບັດ ແລະ ທະ​ວີ​ຄຸນແຫຼ່ງແນວພັນໃຫ້ບັນດາທ້ອງຖິ່ນໃນແຂວງ. ນີ້ລ້ວນແຕ່​ແມ່ນ​ບັນດາ​ແນວ​ພັນ​ເຂົ້າ​ທີ່ປະສົບຜົນສຳເລັດທີ່ສຸດ​ໃນ​ການ​ປູກ​ເຂົ້າ​ຢູ່​ຫວຽດນາມ ດ້ວຍ​ສະມັດ​ຕະພາບ 7 ​ໂຕນ/ເຮັກຕາ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຄຳ​ພອນ ລຳໄມ, ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ​ແຂວງ ອຸດົມ​ໄຊ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ໜູນ​ຊ່ວຍ​ຂະ​ແໜງ​ກະສິກຳ - ປ່າ​ໄມ້ ​ໃນ​ການ​ຮ່ວມ​ມື​ດ້ານ​ວິຊາ​ຊີບ ​ແລະ ງົບປະມານ. ໃນຈຳນວນແນວພັນເຂົ້າ 10 ໂຕນ, ລວມມີ ເຂົ້າໜຽວ 8 ໂຕນ ແລະ ເຂົ້າຈ້າວ 2 ໂຕນ ທີ່ໄດ້ຮັບການໜູນຊ່ວຍຈາກທະຫານເຂດ 2 ຂອງ ສສ ຫວຽດນາມ ໃນຄັ້ງນີ້, ແຂວງຈະມອບໃຫ້ຊາວກະສິກອນພາຍໃນແຂວງ ເພື່ອນຳໃຊ້ເຂົ້າໃນລະ​ດູການປູກພືດປີ 2023 ເພື່ອປັບປຸງຍົກ​ສູງຄຸນ​ນະ​ພາບຜະ​ລິດ​ຕະ​ພັນ​ເຂົ້າ​ຂອງ​ທ້ອງ​ຖິ່ນໃຫ້​ແກ່​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ແຂວງ, ທ່ານ ຄຳພອນ ແບ່ງປັນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.