ຫ​ວຽດ​ນາມ ແລະ ລາວ​ພ້ອມ​ກັນ​ກໍ່​ສ້າງ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຂອງ

08:19 | 13/04/2023

ຍ​ສ​ໝ - ສຳ​ລັບ ລາວ ​ແລ້ວ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ​ໄດ້​ດຳ​ເນີນ​ໃນ​ຈຸດ​ເວ​ລາທີ່​ປະ​ເທດ​ນີ້​ເກືອບ​ຈະ​ສິ້ນ​ສຸດ​ປີ​ເກົ່າ​ຕາມ ພ.ສ, ຈະຕ້ອນ​ຮັບ​ບຸນ​ປີ​ໃໝ່ ໃນ2 – 3 ວັນ​ຈະ​ມາ​ເຖິງ.

ສະ​ຖານ​ທີ່​ບຳ​ລຸງສ້າງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ສະ​ຖານ​ທີ່​ບຳ​ລຸງສ້າງ​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ
ຂໍ້​ລິ​ເລີ່ມ​ເປັນ​ເຈົ້າ​ຂອງ ຣາ​ດາ ຍາມ​ທະ​ເລ ຂໍ້​ລິ​ເລີ່ມ​ເປັນ​ເຈົ້າ​ຂອງ ຣາ​ດາ ຍາມ​ທະ​ເລ
ຫ​ວຽດ​ນາມ ແລະ ລາວ​ພ້ອມ​ກັນ​ກໍ່​ສ້າງ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ເປັນ​ເຈົ້າ​ຂອງ
ພາບ​ປະ​ກອບ: TTXVN

ຖະ​ໜົນ​ຫົນ​ທາງວຽງ​ຈັນ (ລາວ) ເຕັມ​ໄປ​ດ້ວຍ​ສີ​ສັນ​ດອກ​ໄມ້​ໃນ​ວັນ​ຕ້ອ​ນ​ຮັບ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ​ຂອງ​ຫວຽດ​ນາມ ຕໍ່​ການ​ພົວ​ພັນ​ແບບ​ພິ​ເສດ​ອັນ​ຍິ່ງ​ໃຫຍ່​ລະ​ຫວ່າງ ຫວຽດ​ນາມ - ລາວ.

ສຳ​ລັບ ລາວ​ແລ້ວ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ​ໄດ້​ດຳ​ເນີນ​ໃນ​ຈຸດ​ເວ​ລາທີ່​ປະ​ເທດ​ນີ້​ເກືອບ​ຈະ​ສິ້ນ​ສຸດ​ປີ​ເກົ່າ​ຕາມ ພ.ສ, ຈະຕ້ອນ​ຮັບ​ບຸນ​ປີ​ໃໝ່ ໃນ 2 – 3 ວັນ​ຈະ​ມາ​ເຖິງ.

ເພາະ​ສະ​ນັ້ນ ໃນ​ງາ​ນ​ລ້ຽງ​ຕອນ​ຄ່ຳ​ວັນ​ທີ 10 ເມ​ສາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ໄດ້​ຈັດ​ຕັ້ງ​ພິ​ທີ​ມັດ​ແຂນ​ໃຫ້​ແກ່​ແຂກຜູ້​ປະ​ເສີດ ດ້ວຍ​ຄວາມ​ໝາຍ​ພາ​ວະ​ນາ​ຂໍສິ່ງ​ທີ່​ດີ​ງາມ.

ພາຍຫຼັງ​ການ​ໂອ້ລົມເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ໄດ້​ເປັນ​ສັກ​ຂີ​ພະ​ຍານ​ພິ​ທີ​ລົງ​ນາມ​ເອ​ກະ​ສານ​ຮ່ວມ​ມື​ ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ນະວັດຕະກໍາ​ປ​ະ​ດິດ​ຄິດ​ສ້າງ ລະ​ຫວ່າງ​ສອງ​ປະ​ເທດ.

ຫວຽດນາມ​ໄດ້​ເລືອກ​ລາວ​​ ແມ່ນ​ປະ​ເທ​ດ​ທຳ​ອິດ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ດີ​ຈີ​ຕອນ​ທຳ​ອິດ.

ສົນ​ທິ​ສັນ​ຍາ​ບັນ​ລຸ​ໄດ້​ໃນເດືອນມັງກອນທີ່​ຜ່ານ​ມາເພື່ອແນໃສ່ຊຸກຍູ້ໂຄງການຮ່ວມມືກັບລາວ ກ່ຽວກັບການພັດທະນາອຸດສາຫະກໍາເຕັກໂນໂລຢີດິຈິຕອນ, ການຫັນເປັນດິຈິຕອນ, ພື້ນຖານໂຄງລ່າງທາງດ້ານດິຈິຕອນ, ການຄ້າ ແລະ ການລົງທືນ, ນະວັດຕະກໍາດິຈິຕອນ, ການຄົ້ນຄວ້າ ແລະ ການພັດທະນາທາງດ້ານດິຈິຕອນ, ຄວາມໄວ້ເນື້ອ​ເຊື່ອ​ໃຈທາງດ້ານດິຈິຕອນ ແລະ ຄວາມປອດໄພທາງອິນເຕີເນັດ, ການຮ່ວມມືໃນ​ບັນ​ດາເວທີປາ​ໄສ​ສາ​ກົນ.

ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ວ່າ​ພວມ​ຢູ່​ໃນ​ຂະ​ບວນການ​ພັດທະນາ​ກໍ່ຕາມ, ​ແຕ່​ຫວຽດນາມ ຍັງ​ຕັດສິນ​ໃຈ​ແບ່ງປັນ​ປະສົບ​ການ​ໃນ​ເບື້ອງ​ຕົ້ນ​ເພື່ອ​ພ້ອມ​ກັນ​ກ້າວ​ຈຶ້ນ​ພັດ​ທະ​ນາ​ກັບ​ປະ​ເທດ​ລາວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.