50 ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ແລະ 12 ທ້ອງ​ຖິ່ນ ຝ​ລັ່ງ ຄົ້ນຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື

09:26 | 14/04/2023

ຍ​ສ​ໝ - ກອງ​ປະ​ຊຸມ​ຮ່ວມ​ມືລະຫວ່າງ ​ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 12 ໄດ້​ສຸມ​ໃສ່​ແລກ​ປ່ຽນ ແລະ ປຶກ​ສາ​ຫາ​ລື​ປິ່ນອ້ອມ 4 ກອງ​ປະ​ຊຸມ​ທີ່​ມີ​ຫົວ​ເລື່ອງ​ສະ​ເພາະ​ຄື: ນະ​ຄອນ​ຍືນ​ຍົງ; ສະພາບແວດລ້ອມ, ນ້ໍາ ແລະ ການບໍາບັດນ້ໍາ; ວັດທະນະທຳ, ມໍລະດົກ ແລະ ການທ່ອງທ່ຽວ; ເມືອງອັດສະລິຍະ ແລະ ການຫັນເປັນດິຈິຕອນ.

ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ຫວຽດນາມ
ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ເພີ່ມທະວີການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ
50 ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ແລະ 12 ທ້ອງ​ຖິ່ນ ຝ​ລັ່ງ ຄົ້ນຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື
ການ​ຖະ​ແຫຼງ​ຂ່າວ (ພາບ: Hanoi.gov.vn)

ກອງ​ປະ​ຊຸມ​ຮ່ວມ​ມື​ລະຫວ່າງ ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 12 ຈະ​ດຳ​ເນີນ​ແຕ່​ວັນ​ທີ 13 - 16 ເມສາ. ເຫດການ​ດັ່ງກ່າວ​ດຳ​ເນີນ​​ໃນ​ສະພາບ​ການ​ປີ 2023 ເຊິ່ງສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ຄົບຮອບ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ປີ 2023, ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ: ກຳ​ລັງ​ໜູນຊຸກ​ຍູ້​ການ​ຟື້ນ​ຟູ ​ແລະ ພັດທະນາ​ແບບ​ຍືນ​ຍົງ ​ແລະ ຮອບດ້ານ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19”, ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ສະຫຼຸບ, ຕີ​ລາຄາ​ບັນດາ​ໝາກຜົນຂອງບັນດາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາທ້ອງຖິ່ນຫວຽດນາມ ແລະ ຝຣັ່ງ; ​ແລກປ່ຽນ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ​ແລະ ວາງ​ອອກ​ວິທີ​ແກ້​ໄຂ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຊຸກຍູ້, ຜັນ​ຂະ​ຫຍາຍປະ​ຕິ​ບັດ​ນະ​ໂຍບາຍ​ການ​ພົວພັນ​ຮ່ວມ​ມື, ​ເຊື່ອມ​ໂຍງ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຝລັ່ງ.

ກອງ​ປະ​ຊຸມ​ຮ່ວມ​ມືລະຫວ່າງ ​ຫວຽດ​ນາມ - ຝ​ລັ່ງ ຄັ້ງ​ທີ 12 ໄດ້​ສຸມ​ໃສ່​ແລກ​ປ່ຽນ ແລະ ປຶກ​ສາ​ຫາ​ລື​ປິ່ນອ້ອມ 4 ກອງ​ປະ​ຊຸມ​ທີ່​ມີ​ຫົວ​ເລື່ອງ​ສະ​ເພາະ​ຄື: ນະ​ຄອນ​ຍືນ​ຍົງ; ສະພາບແວດລ້ອມ, ນ້ໍາ ແລະ ການບໍາບັດນ້ໍາ; ວັດທະນະທຳ, ມໍລະດົກ ແລະ ການທ່ອງທ່ຽວ; ເມືອງອັດສະລິຍະ ແລະ ການຫັນເປັນດິຈິຕອນ.

ກອງ​ປະຊຸມ​ຄັ້ງ​ທີ 12 ຄາດ​ວ່າ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ 50 ທ້ອງ​ຖິ່ນ​ຂອງ​ຫວຽດນາມ, 12 ທ້ອງ​ຖິ່ນ​ຝລັ່ງ ພ້ອມ​ດ້ວຍ​ຜູ້​ແທນ 800 ກວ່າ​ຄົນ​ທີ່​ມາ​ຈາກ​ທັງ​ສອງ​ຝ່າຍ ​ຫວຽດນາມ ​ແລະ ຝລັ່ງ, ​ໃນ​ນັ້ນ​ມີ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ການ​ນຳ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຜູ້ຕາງໜ້າ​ບັນດາ​ສະມາຄົມ​ມິດຕະພາບ, ປະຊາ​ຄົມ​ຊາວຫວຽດນາມ ຢູ່ ຝະລັ່ງ, ບັນດານັກປັນຍາຊົນຊາວຫວຽດນາມຮັກ​ຊາດ ອາໄສຢູ່ ຝະລັ່ງ, ຜູ້ຕາງໜ້າບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ຝະລັ່ງ, ບັນດາອົງການບໍ່ຂຶ້ນກັບລັດຖະບານ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ປະຊາຄົມວິສາຫະກິດ ຫວຽດນາມ ແລະ ຝລັ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.