ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ).

14:31 | 29/03/2023

ຍ​ສ​ໝ - ທີ່​ການຕ້ອນຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ອັດ​ຕະ​ປື, ທ່ານກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ແຂວງ, ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ເລເຈື່ອງ​ລຶວ ໄດ້ຮັ​ບ​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ​ ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ ແລ​ະ ພັດ​ທະ​ນາ​ອັນ​ດີ​ງາມ, ນັບ​ມື້​ນັບ​ມີ​ຄວາມ​ສະ​ໜິດ​ຕິດ​ພັ​ນ, ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ປະສິດທິ​ຜົນ​ ແລະ ແທດ​ຈິງໃນ​ທຸກ​ຂົງ​ເຂດ​.

​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ພາ​ສີ ຫວຽດ​ນາມ - ລາວ ​ນັບມື້​ນັບ​ແໜ້ນ​ແຟ້ນ ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອົງ​ການ​ພາ​ສີ ຫວຽດ​ນາມ - ລາວ ​ນັບມື້​ນັບ​ແໜ້ນ​ແຟ້ນ
ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023: ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ຮ່​ວມສາຍ​​ແມ່​ນ້ຳ​ຂອງ 2023: ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ
ຮັດ​ແໜ້ນ​, ປັບ​ປຸງສາຍ​ພົວ​ພັນ​ມິດ​ຕະ​ພາບ, ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ສອງ​ແຂວງ​ອັດ​ຕະ​ປື (ລາວ) ແລະ ແຂວງ ເທື່ອທຽນເຫ້ວ (ຫວຽດນາມ).
ການ​ເຮັດ​ວຽກ​ລະ​ຫວ່າງ​ສອ​ງ​ຝ່າຍ (ພາບ: nhandan.vn)

ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເລ​ຂາ​ຄະນະພັກ, ເຈົ້າ​ແຂວງແຂວງ​ອັດ​ຕະ​ປື - ​ເລັດ ໄຊ​ຍະ​ພອນ ເນື່ອງ​​ໃນ​ໂອກາດ​​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ອັດ​ຕະ​ປື, ສປປ ລາວ ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​​ແຂວງ ເທື່ອ​ທຽນ​ເຫ້ວ ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມີ​ນາ.

ທີ່​ການ​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ອັດ​ຕະ​ປື, ທ່ານກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ແຂວງ, ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ ເລເຈື່ອງ​ລຶວ ຮັ​ບ​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ​ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ ແລ​ະ ພັດ​ທະ​ນາ​ອັນ​ດີ​ງາມ, ນັບ​ມື້​ນັບ​ມີ​ຄວາມ​ສະ​ໜິດ​ຕິດ​ພັ​ນ, ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ປະສິດທິ​ຜົນ​ ແລະ ແທດ​ຈິງໃນ​ທຸກ​ຂົງ​ເຂດ​ນັບ​ແຕ່​ດ້ານ​ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການສຶກສາ, ສາທາລະນະ​ສຸກ...

ທ່ານ​ເລຂາ​ຄະນະ​​ພັກ​ແຂວງ​ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ສົມທົບ​ກັນ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2023-2027 ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາເສັ້ນ​ຊາຍ​ແດນຢ່າງ​ໝັ້ນ​ແກ່ນ, ສະກັດ​ກັ້ນ ​ແລະ ຕ້ານ​ອາດຊະຍາ​ກຳຂ້າມ​ຊາດ, ຮ່ວມ​ມື​ກັນ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ຂອງ​ແຕ່ລະ​ຝ່າຍ.

ໃນກອງປະຊຸມຄັ້ງນີ້, ທ່ານ ເລຂາຄະນະພັກ, ເຈົ້າແຂວງແຂວງອັດຕະປື ເລັດ ໄຊຍະພອນ ໄດ້ຂອບໃຈແຂວງ​ເທື່ອ​ທຽນ​ເຫ້ວ ທີ່ໄດ້ໃຫ້ການໜູນຊ່ວຍ ແລະ ຊ່ວຍເຫຼືອ ແຂວງອັດຕະປື ຕະຫຼອດໄລຍະຜ່ານມາ. ພ້ອມ​ກັນ​ນັ້ນ, ກໍ່ຢືນຢັນ​ຄວາມ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ລາວ - ຫວຽດນາມ ​ເວົ້າ​ລວມ ​ແລະ ອັດຕະປື - ເທື່ອທຽນ​ເຫ້ວ ເວົ້​າ​ສະ​ເພາະ ໃຫ້ນັບ​ມື້​ນັບ​ພັດທະນາ ​ແລະ ​ເລິກ​ເຊິ່ງກ່ວາ​ອີກ.

ທ່ານ​ເລ​ຂາຄະນະພັກ, ເຈົ້າແຂວງ​ແຂວງ​ອັດ​ຕະ​ປື ກ່າວ​ວ່າ ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ແຂວງ ເທື່ອ​ທຽນ​ເຫ້ວ ຂອງ​ຄະ​ນະ​ຜູ້​ແທນ​ແຂວງ​ອັດ​ຕະ​ປື ໃນ​ຄັ້ງ​ນີ້ ໄດ້​ຮັດ​ແໜ້ນ, ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ 2 ແຂວງ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ສຶກ​ສາ, ກະ​ສິ​ກຳ, ການ​ຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.