ຫວຽດນາມ - ອົດສະຕາລີ: ຮ່ວມມືດ້ານເສດຖະກິດຢ່າງເຂັ້ມແຂງ

16:17 | 19/04/2023

ຍສໝ - ດ້ວຍ​ການ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ເດືອນ ມີນາ 2018, ປະຈຸ​ບັນ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ໃນ​ຫຼາຍ​ຂົງ​ເຂດ, ຄື: ການ​ຄ້າ, ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ​, ກະສິກຳ, ການ​ສຶກສາ ​ແລະ ບຳລຸງ​ສ້າງ…

ປະກາດຍຸດທະສາດເປີດໜ້າໃໝ່ ໃນການຮ່ວມມືດ້ານເສດຖະກິດຫວຽດນາມ - ອົດສະຕາລີ ປະກາດຍຸດທະສາດເປີດໜ້າໃໝ່ ໃນການຮ່ວມມືດ້ານເສດຖະກິດຫວຽດນາມ - ອົດສະຕາລີ
ເຄືອຂ່າຍການຮ່ວມມືດ້ານປັນຍາປະດິດ ຫວຽດນາມ - ອົດສະຕາລີ: ປະກອບສ່ວນເພີ່ມທະວີ ໃຫ້ລະບົບນະວັດຕະກໍາປະດິດສ້າງຫວຽດນາມ ເຄືອຂ່າຍການຮ່ວມມືດ້ານປັນຍາປະດິດ ຫວຽດນາມ - ອົດສະຕາລີ: ປະກອບສ່ວນເພີ່ມທະວີ ໃຫ້ລະບົບນະວັດຕະກໍາປະດິດສ້າງຫວຽດນາມ

ຕອນເຊົ້າວັນທີ 17 ເມສາ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຄັ້ງທີ 3. ກອງປະຊຸມໂດຍທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ແລະ ທ່ານລັດຖະມົນຕີກະຊວງການຄ້າ ແລະ ທ່ອງທ່ຽວ ອົດສະຕາລີ Don Farrell ເປັນປະທານຮ່ວມ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານລັດຖະມົນຕີ ຫງວຽນຈີຢຸງ ຖື​ວ່າ: ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ, ​ໄດ້​ດຳ​ເນີນ​ໃນ​ສະພາບ​ການ​ທີ່ 2 ປະ​ເທດ​ ພວມ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ (1973 - 2023).

ຫວຽດນາມ - ອົດສະຕາລີ: ຮ່ວມມືດ້ານເສດຖະກິດຢ່າງເຂັ້ມແຂງ

ຫວຽດນາມ - ອົດສະຕາລີ: ຮ່ວມມືດ້ານເສດຖະກິດຢ່າງເຂັ້ມແຂງ

“ພາຍຫຼັງໄລຍະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ພວມຢູ່ໃນທ່າພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ. ກອງປະຊຸມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນປຶກສາຫາລື, ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການຕ້ອງໄດ້ຮັບການຍູ້ແຮງ ແລະ ປະຕິບັດໃນໄລຍະຈະມາເຖິງ, ເພື່ອບັນລຸບັນດາເປົ້າໝາຍທີ່ໄດ້ຍົກອອກມາໃນຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາແບບຍືນຍົງ”.

ກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຄັ້ງທີ 4 ຈະ​ຈັດ​ຂຶ້ນ​ຢູ່ ອົດ​ສະ​ຕາ​ລີ ​ໃນ​ເວລາ​ທີ່​ເໝາະ​ສົມ​ເພື່ອ​ໃຫ້ 2 ຝ່າຍ​ກວດກາ​ຄືນ​ຄວາມ​ຄືບ​ໜ້າ​ ຂອງ​ການ​ປະຕິບັດ​ຍຸດ​ທະ​ສາດ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເສດຖະກິດ ຫວຽດນາມ - ອົດ​ສະ​ຕາ​ລີ, ໝາກຜົນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທີ 3; ພ້ອມ​ກັນ​ນັ້ນ ກໍ​ສະ​ເໜີ​ຂໍ້​ລິ​ເລີ່ມ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ໃໝ່./.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.