| ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ ປີ 2023 ຈະດຳເນີນແຕ່ວັນທີ 4 – 13 ກຸມພາ ປີ 2023 | |
| ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023) |
![]() |
| ເອກອັກຄະລັດຖະທູດ ຫວຽດນາມ ອວຍພອນບຸນປີໃໝ່ລາວ ປີ 2023 (ພາບ: TTXVN) |
ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວແລ້ວ, ຕອນເຊົ້າວັນທີ 4 ເມສາ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ຫງວຽນບ໊າຮຸ່ງ ໄດ້ນຳໜ້າຄະນະພະນັກງານຫຼັກແຫຼ່ງສະຖານທູດ ແລະ ບັນດາອົງການອ້ອມຂ້າງສະຖານທູດ ໄປຍັງສຳນັກງານກະຊວງການຕ່າງປະເທດລາວ ຢູ່ນະຄອນຫຼວງ ວຽງຈັນ ເພື່ອວຍພອນບຸນປີໃໝ່ລາວ 2023.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດລາວ ໄດ້ເປັນກຽດຕ້ອນຮັບຄະນະ.
ໂດຍຕາງໜ້າສະຖານທູດ ຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳ ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ສົ່ງຄຳອວຍພອນອັນປະເສີດໄປຍັງພັກ, ລັດ ແລະ ປະຊາຊົນລາວ ເນື່ອງໃນໂອກາດບຸນປີໃໝ່ລາວ 2023, ພ້ອມກັບຄຳອວຍພອນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ໝູ່ຄະນະພະນັກງານຂອງກະຊວງການຕ່າງປະເທດລາວ ຈົ່ງມີສຸຂະພາບ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ.
ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງໄປຍັງບັນດາສະຫາຍການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເຊິ່ງຍາມໃດກໍ່ຖືເປັນສຳຄັນ, ຊ່ວຍເຫຼືອພັກ, ລັດ ແລະ ປະຊາຊົນລາວ ໃນທຸກດ້ານ, ເປັນຕົ້ນແມ່ນໃນໄລຍະລາວປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ, ຢັ້ງຢືນວ່າ ສິ່ງນີ້ອີກຄັ້ງໜຶ່ງສະແດງໃຫ້ເຫັນການພົວພັນແບບພິເສດ ລະຫວ່າງຫວຽດນາມ - ລາວ, ລາວ ຫວຽດນາມ ແມ່ນການພົວພັນມີໜຶ່ງບໍ່ມີສອງໃນໂລກ.
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ
10 ປີແຫ່ງການເຜີຍແຜ່ມິດຕະພາບລະຫວ່າງ ຫວຽດນາມ - ລາວ ຈາກ ໂຮງຮຽນມິດຕະພາບ 80
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມສຸສານປະທານໂຮ່ຈີມິນ
ການພັດທະນາສາທາລະນະສຸກ ແລະ ການສຶກສາຈະປະກອບສ່ວນຍົກສູງທີ່ຕັ້ງສາກົນຂອງຫວຽດນາມ
ທ່ານອາດຈະມັກ
ບັນດາຄູ່ຮ່ວມງານສາກົນມີຄວາມຄາດຫວັງສູງຕໍ່ການຕັດສິນໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIV
ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ
ນັກວິຊາການໄທ: ການພັດທະນາທີ່ປະສົບຜົນສຳເລັດຂອງຫວຽດນາມແມ່ນແບບຢ່າງທີ່ຄວນຮຽນຮູ້
ສິງກະໂປພ້ອມແລ້ວທີ່ຈະສະໜັບສະໜູນ ແລະ ແບ່ງປັນປະສົບການໃນການດຳເນີນງານສູນການເງິນສາກົນກັບຫວຽດນາມ
ເສີມຂະຫຍາຍບົດບາດຂອງຕົນເປັນຂົວຕໍ່ມິດຕະພາບເພື່ອຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ-ສິງກະໂປ
