PV GAS ເຮັດວຽກຢູ່ລາວ ແລະ ພົບປະກັບບັນດາບໍລິສັດດຳ​ເນີນ​ທຸ​ລະ​ກິດ LPG ໃນຕະຫຼາດລາວ

14:31 | 29/03/2023

ຍ​ສ​ໝ - ໃນການ​ເຮັດ​ວຽກ​ກັບ​ສະມາຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ ​ອາຍ​ແກັສລາວ (LFGA) ນຳ​ໂດຍ​ທ່ານ ທອງ​ທຳ​ມະ​ລາດ, ​ເລຂາ​ສະມາຄົມ PV GAS ​ໄດ້​ແນະນຳວິສັດການ​ກໍ່ສ້າງ ​ແລະ ພັດທະນາ, ການວາງແຜນ​ກຳ​ນົດ​ທິດ​ທາງ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ LPG ຂອງ PV GAS. ​

ຍົກ​ສູງ​ຄວາມ​ຮັບ​ຮູ້ໃຫ້ໄວໜຸ່ມລາວກາຍ ກ່ຽວກັບພົນລະເມືອງທົ່ວໂລກ ແລະ ການຫັນເປັນດີຈີຕອນ ຍົກ​ສູງ​ຄວາມ​ຮັບ​ຮູ້ໃຫ້ໄວໜຸ່ມລາວກາຍ ກ່ຽວກັບພົນລະເມືອງທົ່ວໂລກ ແລະ ການຫັນເປັນດີຈີຕອນ
ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ
PV GAS ເຮັດວຽກຢູ່ລາວ ແລະ ພົບປະກັບບັນດາບໍລິສັດດຳ​ເນີນ​ທຸ​ລະ​ກິດ LPG ໃນຕະຫຼາດລາວ

ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ PV GAS ເຮັດ​ວຽກ​ກັບ​ສະ​ມາ​ຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ ​ອາຍ​ແກັສ ລາວ

(ພາບ: thoibaotaichinhvietnam)

ໂດຍປະຕິບັດແຜນການຄົ້ນຄວ້າ, ເປີດກວ້າງທຸລະກິດຢູ່ຕະຫຼາດຕ່າງປະເທດຂອງບໍລິສັດໃຫຍ່ອາຍແກັສຫວຽດນາມ (PV GAS), ແຕ່ວັນທີ 28 ກຸມພາ 2023 ຫາວັນທີ 5 ມີນາ 2023, ຄະນະ​ປະ​ຕິ​ວັດ​ວຽກງານ​ສຳຫຼວດຕະຫຼາດຂອງບໍລິສັດ PV GAS GAS, ລວມມີຜູ້ຕາງໜ້າຄະນະແຫຼ່ງ​ ແລະ ພັດ​ທະ​ນາການຕະຫຼາດຂອງບໍ​ລິ​ສັດ​ໃຫຍ່, ບໍ​ລິ​ສັດ​ດຳ​ເນີນ​ທຸ​ລະ​ກິດ​ຜະ​ລິດ​ຕະ​ພັນອາຍ​ແກັດ (PV GAS Trading) ແລະ ບໍລິສັດຫຸ້ນສ່ວນ​ດຳ​ເນີນ​ທຸ​ລະ​ກິດ LPG ຫວຽດນາມ (PV GAS LPG) ໄດ້ດໍາເນີນການສໍາຫຼວດ, ຄົ້ນຄວ້າ ແລະ ພັດທະນາຕະຫຼາດທຸລະກິດ LPG ໃນລາວ.

ໃນການ​ເຮັດ​ວຽກ​ກັບ​ສະມາຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ​ ອາຍ​ແກັສລາວ (LFGA) ນຳ​ໂດຍ​ທ່ານ ທອງ​ທຳ​ມະ​ລາດ, ເລຂາ​ສະມາຄົມ, ຄະ​ນະ​ປະ​ຕິ​ບັດ​ງານ PV GAS ​ໄດ້​ແນະນຳ​ວິວັດການ​ກໍ່ສ້າງ ​ແລະ ພັດທະນາ, ການວາງແຜນ​ກຳ​ນົດ​ທິດ​ທາງ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ LPG ຂອງ PV GAS.

LFGA ໄດ້​ສະ​ແດງ​ຄວາມຊົມເຊີຍບັນ​ດາໂຄງການຄົ້ນ​ຄ້​ວາ, ລົງທຶນຂອງ PV GAS ແລະ ສະ​ແດງ​ຄວາມ​ຊົມ​ເຊີຍການແບ່ງປັນບັນ​ດາຂໍ້ມູນທີ່​ກ່ຽວ​ຂ້ອງເຖິງຕະຫຼາດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ການ​ກຳ​ນົດທິດການພັດທະນາຂອງຕະຫຼາດ LPG ໃນລາວ.

ຜ່ານ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ເຖິງ​ຕະຫຼາດ​ຂອງ​ແຕ່ລະ​ຝ່າຍ, ​ໃນ​ນັ້ນ​ມີ​ບັນດາ​ຄວາມ​ສະ​ດວກ ແລະ ຂໍ້​ຫຍຸ້ງ​ຍາກ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເມື່ອ​​ມາລົງທຶນ​ດຳ​ເນີນ​ທຸລະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ລາວ, ແລວ​ທາງ​ດ້ານນິຕິກຳ, ພື້ນຖານ​​ເຕັກນິກ​ຜະລິດ​ຕະພັນ​ອາຍ​ແກັສ, ຄວາມຊິນເຄີຍໃນການ​ຊົມ​ໃຊ້​ຂອງ​ລູກ​ຄ້າ... ແລະ ວິທີການແກ້ໄຂທີ່ມີຄວາມເປັນໄປໄດ້, ເໝາະສົມກັບເງື່ອນໄຂຂອງແຕ່ລະຝ່າຍ ເພື່ອພັດທະນາຕະຫຼາດຕາມທິດໂປ່ງໃສ ແລະ ອຳນວຍຄວາມສະດວກໃຫ້ແກ່ທຸລະກິດ ພ້ອມທັງປົກປ້ອງຜົນປະໂຫຍດອັນຊອບທຳຂອງຜູ້ບໍລິໂພກ.

​ໃນ​ການ​ເຮັດ​ວຽກ​ຖັດມາກັບຄະນະ​ຜູ້​ແທນ​ບໍລິສັດ Lao State Fuel (LSFC), ​ທ່ານ ສີ​ສັງ​ຄົມ ​ໂຄດໂຍ​ທາ, ຜູ້ອຳນວຍການ​ໃຫຍ່ ​ແລະ ຄະນະ​ການນຳ​ຂອງ​ບໍລິສັດ ​ໄດ້​ແລກປ່ຽນ​ຂໍ້​ມູນ​ສຳຄັນ​ກ່ຽວ​ກັບ​ຕະຫຼາດ​ທຸລະກິດ LPG ​ໃນ​ລາວ ກັບຄະ​ນະ​ປະ​ຕິ​ບັດ​ງານ PV GAS, ກໍ່ຄືບັນ​ດາ​ວິ​ທີ​ການ​ຈຳໜ່າຍ LPG ຢ່າງ​ມີ​ປະສິດທິ​ຜົນ, ເໝາະສົມກັບວັດທະນະທຳການດຳລົງຊີວິດ ແລະ ຄວາມຊິນເຄີຍໃນການບໍລິໂພກຂອງຄົນລາວ.

ເຖິງ​ວ່າ​ປະລິມານ​ການ​ບໍລິ​ໂພ​ກ LPG ​ໃນ​ປະຈຸ​ບັນ​ບໍ່​ສູງ, ​ແຕ່​ນີ້​ແມ່ນ​ຕະຫຼາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃນ​ການ​ພັດທະນາ. ຜູ້ອໍານວຍການໃຫຍ່ຂອງ LSFC ຍັງສະເຫນີຮູບແບບການຮ່ວມມືທາງທຸລະກິດລະຫວ່າງ LFSC ແລະ PV GAS ໂດຍອີງໃສ່ຄວາມສາມາດ, ປະສົບການ ແລະ ທ່າແຮງຂອງແຕ່ລະຫນ່ວຍງານ.

ຄະ​ນະ​ປະ​ຕິ​ບັດ​ງານຂອງ PV GAS ໄດ້ຮັບຂໍ້ສະເຫນີຂອງ LSFC ເພື່ອຄົ້ນຄວ້າ ແລະ ແຈ້ງໃຫ້ຝ່າຍ​ເພື່ອນຮັບຮູ້ໂດຍໄວ.

ໂດຍສືບຕໍ່ລາຍການປະ​ຕິ​ບັດ​ງານ, ຄະນະຜູ້ແທນ PV GAS ໄດ້ເຂົ້າ​ຮ່ວມສະຖານີເຕີມນ້ຳມັນ LPG ຂອງບໍລິສັດ Sunbin Gas ໂດຍ ທ່ານ ສຸບິນ ສຸກສະຫວັດ - ຜູ້ອຳນວຍການບໍລິສັດ ແນະ​ນຳກ່ຽວກັບສະພາບການດຳເນີນທຸລະກິດຂອງບໍລິສັດ ແລະ ທິດທາງການພັດທະນາໃນຕໍ່ໜ້າຂອງຂະແໜງຂາຍຍ່ອຍ LPG.

ປະຈຸ​ບັນ, ບໍລິສັດ Subin Gas ສ່ວນຫຼາຍ​ແມ່ນ​ນຳ​ເຂົ້າ LPG ຈາກ​ຜູ້​ສະໜອງ​ຂອງ​ໄທ, ທາງບໍລິສັດ​ປາດ​ຖະໜາ​ຢາກ​ມີບັນດາ​ຜູ້​ສະໜອງ LPG ຈາກ ຫວຽດນາມ ​ຕື່ມ​ອີກ ​ເພື່ອ​ມີ​ທາງ​ເລືອ​ກ​ໃນ​ການ​ສະໜອງຫຼາຍ​ກ່ວາ​ອີກ ດ້ວຍ​ລາຄາ​ທີ່​ແກ່ງ​ແຍ້​ງ ​ເພື່ອ​ເພີ່ມອັດຕາສ່ວນກວມ​​ຕະຫຼາດ​ພາຍ​ໃນ​ປະ​ເທດ.

ຖັດຈາກນັ້ນແມ່ນການເຮັດ​ວຽກກັບບໍລິສັດ Gas One Lao (GOL), ຜູ້ຈໍາໜ່າຍ LPG ໃໝ່ທີ່ສ້າງຕັ້ງຂຶ້ນໃນເດືອນມັງກອນ 2019 ໂດຍກຸ່ມບໍລິສັດ SAISAN ຂອງຍີ່ປຸ່ນ ແລະ ກຸ່ມບໍລິສັດ AMZ ຂອງລາວ ແລະ ໄດ້ເລີ່ມດໍາເນີນງານຢ່າງເປັນທາງການຕັ້ງແຕ່ເດືອນສິງຫາ 2022 ເປັນຕົ້ນມາ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.