ຄ​າບ​ເຂົ້າ​ທຳ​ອິດ​ຂອງ​ນັກ​ສຶກ​ສາ​ລາວ ຢູ່​ເຮືອນ​ພໍ່​ແມ່​ຫວຽດ

17:04 | 27/03/2023

ຍ​ສ​ໝ - ຄາບ​ເຂົ້າ​ທຳ​ອິດ​ເມື່ອ​ຮັບ​ລູກ​ລາວ, ພໍ່​ແມ່​ຫວຽດ​ ໄດ້​ເລືອກ​ເອົາ​ອາ​ຫານ​ທີ່​ໃກ້​ຊິດ​ຕິດ​ແທດ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຄື: ໝາກ​ຖົ່ວໂກແວ, ໝາກ​ກ້ວຍ​ດິບ, ຊິ້ນ​ໄກ່, ຊິ້ນ​ໝູ…ແຕ່​ໄດ້​ຮັບ​ການ​ປຸ​ງ​ແຕ່ງ​ຢ່າງ​ຄ່ອງ​ແຄ້ວ, ແຊບ​ດີ​ເພື່ອ​ຕ້ອນ​ຮັບ​. ພິ​ເສດ ໃນ​ຄາບ​ເຂົ້າ​ບໍ່​ສາ​ມາດ​ຂາດ​ໝາກ​ເຜັດ ເຄື່ອງ​ປຸງ​ທີ່​ນິ​ຍົມ​ຂອງ​ຊາວ​ລາວ.

ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ ເຮືອນ​ຢູ່​ອັດ​ສະ​ລິ​ຍະ Lumi ປະ​ກອບ​ສ່ວນ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ຢັ້ງ​ຢືນ​ພູມ​ປັນ​ຍາ ຫວຽດ​ນາມ
ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
ເອື້ອ​ຍຍຽວ​ພ້ອມ​ກັບ​ລູກ​ລາວ
ເອື້ອ​ຍຍ໊ຽວ​ພ້ອມ​ກັບ​ລູກ​ລາວ

ຄາບ​ເຂົ້າ​ທຳ​ອິດ​ເມື່ອ​ຮັບ​ລູກ​ລາວ, ພໍ່​ແມ່​ຫວຽດ​ ໄດ້​ເລືອກ​ເອົາ​ອາ​ຫານ​ທີ່​ໃກ້​ຊິດ​ຕິດ​ແທດ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຄື: ໝາກ​ຖົ່ວໂກແວ, ໝາກ​ກ້ວຍ​ດິບ, ຊິ້ນ​ໄກ່, ຊິ້ນ​ໝູ…ແຕ່​ໄດ້​ຮັບ​ການ​ປຸ​ງ​ແຕ່ງ​ຢ່າງ​ຄ່ອງ​ແຄ້ວ, ແຊບ​ດີ​ເພື່ອ​ຕ້ອນ​ຮັບ​. ພິ​ເສດ ໃນ​ຄາບ​ເຂົ້າ​ບໍ່​ສາ​ມາດ​ຂາດ​ໝາກ​ເຜັດ ເຄື່ອງ​ປຸງ​ທີ່​ນິ​ຍົມ​ຂອງ​ຊາວ​ລາວ.

ເຮືອນ​ນ້ອຍຂອງ​ເອື້ອຍ ເຈືອງ​ທິຍ​໊ຽວ (ບ້ານ​ເບືອມ, ຕາ​ແສງ​ເທາະ​ລົກ, ເມືອງ​ຝຸກ​ເທາະ, ຮ່າ​ໂນ້ຍ) ​ໃນມື້ນີ້ ກໍ່ມີ​ຄວາມ​ຄືກ​ຄື້ນ​ມ່ວນ​ຊື່ນ​ກ່​ວາ​ທຸກວັນ. ໃນ​ຫ້ອງ​ຄົວ​ທີ່ກວ້າງ 20 ຕາ​ແມັດ, ເອື້ອຍ​ຍ໊ຽວ ພ້ອມ​ກັບ​ລູກ​ສາວ​ລາວ 4 ຄົນ​ທີ່​ຫາ​ກໍ່​ຮັບ​ໃນ​ຕອນ​ແລງວັນ​ດຽວ​ກັນ ພວມ​ກະ​ກຽມ​ຄາບ​ເຂົ້າ​ຄ່ຳ. ຕາມ​​ເອື້ອຍ​ຍ໊ຽວ ເລົ່າແລ້ວ, ປົກ​ກະ​ຕິ​ໃນ​ຊົ່ວ​ໂມງ​ນີ້ ເຮືອນ​ເອື້ອຍ​ຈະ​ປິດ​ປະ​ຕູ ຍ້ອນ​ວ່າ​ເອື້ອຍ​ໄປ​ຫຼີ້ນກິລາ​ບານ​ສົ່ງ ສ່ວນ​ລູກ​ຊາຍ​ຈະ​ໄປ​ຮຽນ​ເພີ່ມ. ແຕ່​ມື້​ນີ້​ໄດ້​ຮັບ​ລູກ​ລາວ​ມາ ດັ່ງ​ນັ້ນ ​ຈຶ່ງ​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ​ມ່ວນ​ຊື່ນ​ຄື​ແນວ​ນັ້ນ.

ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ໄວ​ໜຸ່ມ​ມັກ​ກິນ​ອາ​ຫານ​ປິ້ງ ດັ່ງ​ນັ້ນ ​ແຕ່​ຕອນ​ເຊົ້າ​ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຕະຫຼາດ​ເພື່ອ​ເລືອກ​ເອົາ​ຊິ້ນ​ໝູ ແລະ ກະ​ດູກຂ້າງ​ທີ່​ສົດແຊບ​, ຫຼັງ​ຈາກ​ນັ້ນ​ເອົາ​ໄປ​ລ້າງ​ໃຫ້​ສະ​ອາດ, ແລ້ວ​ເອືອບ​ເຄື່ອງ​ປຸງ​ໃຫ້​ເຂົ້າກັນ. ສ່ວນ​ຊິ້ນ​ໄກ່, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ພວກ​ລູກ​ຢາກ​ກິນ​ແນວ​ໃດ ກໍ່​ໄປ​ແຕ່ງ​ເອງ” ເອື້ອຍຍ​໊ຽວ​ເວົ້າ. ລູກ​ສາວ​ລາວ 4 ຄົນ​ຂອງ​ເອື້ອຍ ໄດ້​ທຳ​ຄວາ​ມ​ລຶງ​ເຄີຍ​ກັບ​ຄອບ​ຄົວ​ໂດຍ​ໄວ. “ມາຮອດເຮືອນ, ເຄື່ອງ​ຂອງ​ຕ່າງໆ​ຍັງ​ບໍ່​ທັນ​ເກັບ​ມ້ຽນ, ລູກ​ສາວ 4 ຄົນ ໄດ້​ຖາມ​ວ່າ ແມ່​ຕ້ອງ​ການໃຫ້ພວກ​ລູກ​ຊ່ວຍ​ຫຍັງ​ບໍ່? ເມື່ອ​ຟັງ​ແມ່​ຕອບ​ວ່າ ຊ່ວຍ​ຫຍັງ​ກໍ່​ໄດ້, ທັງ 4 ຄົນ​ໄດ້​ໄປ​ເຮັດ​ວຽກຢ່​າງ​ວ່ອງ​ໄວ, ຜູ້​ລ້າງ​ພັກ, ຜູ້ປອກ​ໝາກ​ນັດ…”.

ທັງ​ປອກ​ໝາກ​ນັດ ນາງ ດວງ​ມາ​ລີ ທິ​ບ​ປັນຍາ ທັງ​ໂອ້​ລົມກັບ​ແມ່​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ​: ແມ່​ເອີຍ, ໝາກ​ນັດ​ແມ່ນ​ເຍື່ອງ​ອາ​ຫານ​ເຊິ່ງ​ລູກ​ມັກ​ທີ່​ສຸດ. ສ່ວນ​ ສອນ​ອານັດ ມະນີ​ວັນ ໄດ້​ເອົາ​ໂທ​ລະ​ສັບ​ຖ່າຍ​ຮູບ​ຄາບ​ເຂົ້າ​ເພື່ອ​ເອົາ​ລົງ ເຟດ​ບຸກ ອວດໃຫ້​ເພື່ອນ​ຢູ່​ບ້ານ​ເບິ່ງ. ໃນ​ຄາບ​ເຂົ້າ, ກິມ​ດາ​ລິມ ດວງ​ຈຳ​ປາ ໄດ້​ເລົ່າ​ວ່າ ນ້ອງ​ກໍ່​ກະ​ກຽມ​ບາງ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອກະລັກ​ຂອງ​ລາວ​ເພື່ອ​ແນະ​ນຳ​ກັບ​ແມ່​ຍ໊ຽວ​ຄື: ລາບ, ຕຳ​ໝາກ​ຮຸ່ງ, ປາໜື້ງ… ສ່ວນຫຼາຍ​ວັດ​ຖະ​ກິບ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ນີ້​ຢູ່ ຫວຽດ​ນາມ ​ກໍ່​ມີ, ມີ​ແຕ່​ປາ​ແດກ ເຄື່ອງ​ປຸງຫຼັກ​ຂອງ​ເຍື່ອງ​ອາ​ຫານ​ຕຳ​ໝາກ​ຮຸ່ງ​ແມ່ນ ຢູ່ ຫວຽດ​ນາມ ບໍ່​ມີ.

ເອື້ອ​ຍ​ຍ໊ຽວ ​ເລົ່າ​​ສູ່​ຟັງ​ວ່າ ຜົວ​ເອື້ອຍ​ໄປ​ເຮັດ​ວຽກ​ຢູ່ກວ໋າງ​ນິງ, ລູກ​ສາວ​ໄປ​ຮຽນ​ຢູ່​ຮ່າ​ໂນ້ຍ, ເຮືອນ​ມີ​ແຕ່​ລາວ​ກັບ​ລູກ​ຊາຍ​ກຳ​ລັງ​ຮຽນ ມໍ3. ເຮືອນ​ບໍ່​ມີ​ຄົນຫຼາຍ​, ໍ​ຄາ​ວຽກ​ນີ້​ວຽກ​ນັ້ນ, ດັ່ງ​ນັ້ນ​ ແມ່​ລູກ​ກໍ່​ບໍ່ມີເວລາ​ກິນ​ເຂົ້າ​ນຳ​ກັນຫຼາຍປານໃດ. ເມື່ອ​ໄດ້​ຮູ້​ວ່າ ໂຮງ​ຮຽນ​ມິດ​ຕະ​ພາບ T78 ຜັນ​ຂະ​ຫຍາຍ​ການ "ພາ​ນັກ​ສຶກ​ສາ​ລາວ​ໄປ​ລົງຕົວຈິງ​ຢູ່​ເຮືອນ​ປະ​ຊາ​ຊົນ" ເອື້ອຍ​ໄດ້​ຈົດ​ທະ​ບຽນເຂົ້າຮ່ວມ. ບັນ​ດ​າ​ຄອບ​ຄົວ​​ໄດ້​ຮັບ​ນັກ​ສຶກ​ສາ 2 ຄົນ, ສ່ວນ​ເອື້ອຍຍ໊ຽວ ​ໄດ້​ຮັບ 4 ຄົນ​ຍ້ອນ​ເອື້ອຍ​ຄິດ​ວ່າ​ ຍິ່ງຫຼາຍ​ກໍ່​ຍິ່ງ​ມ່ວນ.

ບຸນ​ຄົງ

302 Found

Found

The document has moved here.