ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ

08:20 | 13/04/2023

ຍສໝ - ໃນຕອນ​ເຊົ້າ​ວັນ​ທີ 10 ​ເມສາ​ນີ້, ຢູ່​ແຂວງ​ຈຳປາ​ສັກ (ສປປ.ລາວ) ​ໄດ້​ດຳ​ເນີນ​ເວທີ​ປາ​ໄສການ​ເຊື່ອມ​ຈອດຊຸກຍູ້​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ ລາວ-ຫວຽດນາມ-​ໄທ. ນີ້​ແມ່ນ​ເວທີ​ປາ​ໄສ​ໂດຍ​ກົງ​ສູນ​ໃຫຍ່​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ປະຈຳ​ນະຄອນ​ປາກເຊ ສົມທົບກັບ​ສະມາຄົມການຄ້າເອເລັກໂຕນິກ (​ອີ​ຄອມ​ເມີ​ຊ) ຫວຽດນາມ ​ແລະ ​ແຂວງ​ຈຳປາ​ສັກ ຈັດຕັ້ງ.

ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ
ສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ ສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ

ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ຜູ້ຕາງໜ້າ​ການ​ນຳ ​ແລະ ວິ​ສາ​ຫະກິດ 11 ​ແຂວງ​ຂອງ​ຫວຽດນາມ; 4 ແຂວງພາກໃຕ້ຂອງລາວ ແລະ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ.

ສ່ວນແຂວງ ກອນ​ຕູມ, ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ມີ​ສະຫາຍ ເລຫ​ງອກ​ຕ໋ວນ - ຮອງ​ເລຂາ​ຄະນະພັກ​ແຂວງ, ປະທານ​ຄະນະກຳມະການປະຊາຊົນ ພ້ອມ​ດ້ວຍ​ການ​ນຳ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ.

ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ
ເວທີປາໄສການເຊື່ອມຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ

ທີ່ເວທີປາໄສ, ບັນດາແຂວງ, ນະຄອນຂອງ 3 ປະເທດໄດ້ແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ນະໂຍບາຍດຶງດູດການລົງທຶນ ແລະ ສະເໜີເນື້ອໃນຮ່ວມມືລະຫວ່າງບັນດາຝ່າຍໃນຂົງເຂດການລົງທຶນການຄ້າ, ການທ່ອງທ່ຽວ, ເປັນພື້ນຖານໃຫ້ທ້ອງຖິ່ນ, ພະແນກຂະແໜງການທີ່ກ່ຽວຂ້ອງ ແລະ ວິສາຫະກິດ ແຕ່ລະຝ່າຍສ້າງແຜນການ, ຜັນຂະຫຍາຍເນື້ອໃນການຮ່ວມມືລົງທຶນ ປະກອບສ່ວນຊຸກຍູ້ການພັດທະນາແລວເສດຖະກິດຕາເວັນອອກ - ຕາເວັນຕົກ.

ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ
ທ່ານ ເລຫ​ງອກ​ຕ໋ວນ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງກອນ​ຕູມ

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ ເລຫ​ງອກ​ຕ໋ວນ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງກອນຕູມ ​ໃຫ້​ຮູ້​ວ່າ: ກົນ​ໄກ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ແຂວງ ກອນ​ຕູມ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ 3 ປະ​ເທດ ຫວຽດນາມ, ລາວ ​ແລະ ​ໄທ ​ໄດ້​ສ້າງ​ຕັ້ງ​ຂຶ້ນຜ່ານກອງ​ປະ​ຊຸມ “ການ​ຮ່ວມ​ມື​ພັດ​ທະ​ນາ ແລະ ກອງ​ປະ​ຊຸມ​ສົ່ງ​ເສີມ, ການ​ລົງ​ທຶນ, ການ​ຄ້າ ແລະ ການ​ທ່ອງ​ທ່ຽວ​ຢູ່ບັນດາ​ທ້ອງ​ຖິ່ນ 3 ປະ​ເທດ​ຫວຽດ​ນາມ - ລາວ - ໄທ” ໄດ້​ຈັດ​ຂຶ້ນ​ໃນ​ເດືອນເມສາ 2015. ມາ​ຮອດ​ປະຈຸ​ບັນ ກໍ່ສາມາດບັນລຸ​ໄດ້​ບັນດາ​ໝາກຜົນ​ໃນ​ຂົງເຂດການທ່ອງທ່ຽວ, ການ​ລົງທຶນ, ການ​ຄ້າ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ນຳ​ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ແລວ​ເສດຖະກິດ​ຕາເວັນຕົກ - ຕາເວັນອອກ​ ໂດຍ​ໄດ້​ປະກາດໃຊ້​ມະຕິ, ​ເອກະສານ​ຫຼາຍ​ສະບັບ, ​ເຊິ່ງ​ໄດ້​ນຳເຂົ້າໃນ​ແຜນຜັງສັງລວມ​ແຫ່ງ​ຊາດ ​ໄລຍະ 2021, 2030, ວິ​ໄສ​ທັດເຖິງ 2050; ສ້າງ​ເງື່ອນ​ໄຂ​ຫຼາຍ​ຢ່າງ​ກ່ຽວ​ກັບ​ກົນ​ໄກ ​ແລະ ນະ​ໂຍບາຍ​ເພື່ຶຊຸກຍູ້​ການ​ເຊື່ອມ​ໂຍງ​ເຂດ, ປັບປຸງ​ປະສິດທິ​ຜົນ​ການ​ຂຸດ​ຄົ້ນ, ​ໃຊ້​ຊັບພະຍາກອນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ກົມກຽວ ​ແລະ ຍືນ​ຍົງ.

ທີ່​ເວທີ​ປາ​ໄສ, ສະມາຄົມ​ອີ​ຄອມ​ເມີ​ຊ ຫວຽດນາມ ​ແລະ 3 ​ແຂວງ​ສາລະ​ວັນ, ​ເຊ​ກອງ, ​ແຂວງ​ຈຳປາ​ສັກ (ສປປ ລາວ) ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ, ຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕນິກ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ, ພັດທະນາ​ການ​ຄ້າ ​ແລະ ພັດທະນາການທ່ອງທ່ຽວໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.