ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ, ດ່າ​ນັ້ງ ອວຍ​ພອນ​ບຸນ​ປີ​ໃໝ່​​ລາວ

08:21 | 13/04/2023

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ, ການ​ນຳ​ບັນ​ດາ​ແຂວງ​ນະ​ຄອນ​ຄື: ນະ​ຄອນ​ໂຮ່​ຈີ​ມິນ, ດ່າ​ນັ້ງ ໄດ້​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ມາ​ຢ້ຽມ​ຢາມ, ອ​ວຍ​ພອນ​ປີ​ໃໝ່.

ດ່າ​ນັ້ງ ນອນ​ໃນ Top 7 ຫາດ​ຊາຍ​ທະ​ເລ​ແຖວ​ໜ້າ​ໂລກ ດ່າ​ນັ້ງ ນອນ​ໃນ Top 7 ຫາດ​ຊາຍ​ທະ​ເລ​ແຖວ​ໜ້າ​ໂລກ
ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ) ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ)
ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ, ດ່າ​ນັ້ງ ອວຍ​ພອນ​ບຸນ​ປີ​ໃໝ່​​ລາວ
ສະຫາຍ ຫງວຽນ​ວັ​ນຫຽວ ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ອວຍ​ພອນ​ບຸນ​ປີ​ໃໝ່​ສະ​ຖານ​ກົງ​ສູນ​ໃຫຍ່​ລາວ ປະ​ຈຳ ໂຮ່​ຈີ​ມິນ (ພາບ: TTXVN)

ຕອນ​ເຊົ້າ​ວັນ​ທີ 11 ເມ​ສາ, ຄະ​ນະ​ຜູ້​ແທນ​ຄະ​ນະ​ພັກ​ນະ​ຄອນ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການປະຊາຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ ໂດຍສະຫາຍ ຫງວຽນ​ວັນ​ຫຽວ ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໄດ້​ນຳ​ໜ້າ​ຄະ​ນະ​ມາ​ອວຍ​ພອນ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ກົງ​ສູນ​ໃຫຍ່ລາວ ​ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ລາວ.

ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ ​ແລະ ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ. ນະຄອນ ໂຮ່ຈີມິນ ຍາມໃດກໍ່ກຽມພ້ອມ ແລະ ມານະພະຍາຍາມສູງ​ທີ່ສຸດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານ, ພິເສດແມ່ນດ້ານເສດຖະກິດ, ລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ; ​ໃນ​ນັ້ນ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ຂອງ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ໃນ​ການ​ຮັກສາ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ທ້ອງ​ຖິ່ນ​ຂອງ​ລາວ.

ຕອນ​ເຊົ້າ​ວັນ​ທີ 10 ເມສາ, ທ່ານ ຫງວຽນ​ງອກ​ບິ່ງ, ກຳມະການຄະນະ​ປະຈຳ​ຄະນະ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດ່າ​ນັ້ງ ພ້ອມ​ດ້ວຍ​ຄະນະ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ທ່ານທ່ານ ສຸພັນ ຫາ​ດາ​ເຮືອງ ​ກົງ​ສຸນ​ໃຫຍ່ ພ້ອມ​ດ້ວຍ​ການ​ນຳ, ພະນັກງານ, ລັດຖະກອນສະ​ຖານ​ກົງສຸນ​ໃຫຍ່​ລາວ ປະຈຳ​ນະຄອນ ດ່ານັ້ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.