50 ປີ​ມິດ​ຕະ​ພາບ ຫວຽດ​ນາມ - ມາ​ເລ​ເຊຍ: ຖອດ​ຖອນ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ອະ​ນາ​ຄົດ

11:04 | 31/03/2023

ຍ​ສ​ໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ມາ​ເລ​ເຊຍ (30/3/1973 – 30/03/2023), ວາລະສານ ຍຸກ​ສະ​ໄໝ ໄດ້​ມີ​ການສຳພາດ​​ທ່ານ ໂງ​ແຊກ​ທຶກ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ມາ​ເລ​ເຊຍ ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ ລະຫວ່າງ​ສອງ​ປະ​ເທດ.

ຖ້ຽວບິນໂດຍກົງ ຮ່າໂນ້ຍ - Kuala Lumpur: ເປີດກາລະໂອກາດຫຼາຍຢ່າງ ເພື່ອຊຸກຍູ້ການແລກປ່ຽນປະຊາຊົນ. ຖ້ຽວບິນໂດຍກົງ ຮ່າໂນ້ຍ - Kuala Lumpur: ເປີດກາລະໂອກາດຫຼາຍຢ່າງ ເພື່ອຊຸກຍູ້ການແລກປ່ຽນປະຊາຊົນ.
ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ປະກາດຂໍ້ຕົກລົງສ້າງຕັ້ງ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ

ໂດຍບູ​ລະ​ນະ​ບຸກ​ຄະ​ລາ​ກອນ, ປັບ​ປຸງ, ກໍ່​ສ້າງ ແລະ ເປີດກວ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ ມາ​ເລ​ເຊຍ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ເຜີຍ​ແຜ່, ປະ​ກອບ​ສ່ວນ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ​ສອງ​ປະ​ເທດ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ​ ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ…ແມ່ນວຽກງານ​ຈຸດ​ສຸມ​ຂອງ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ມາ​ເລ​ເຊຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ມາ​ເລ​ເຊຍ (30/3/1973 – 30/03/2023), ວາລະສານ ຍຸກ​ສະ​ໄໝ ໄດ້​ມີ​ການສຳພາດ​ຕໍ່​ທ່ານ ໂງ​ແຊກ​ທຶກ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ມາ​ເລ​ເຊຍ ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ ລະຫວ່າງ​ສອງ​ປະ​ເທດ.

50 ປີ​ມິດ​ຕະ​ພາບ ຫວຽດ​ນາມ - ມາ​ເລ​ເຊຍ: ຖອດ​ຖອນ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ອະ​ນາ​ຄົດ
​ທ່ານ ໂງ​ແຊກ​ທຶກ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ມາ​ເລ​ເຊຍ

ຮຽນທ່ານ​, ການ​ທູດ​ປະ​ຊາ​ຊົນ ຫວຽດນາມ -​ ມາ​ເລ​ເຊຍ ​ມີ​ບົດບາດແນວ​ໃດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ?

ວັນ​ທີ 30 ມີນາ 1973, ຫວຽດ​ນາມ ແລະ ມາ​ເລ​ເຊຍ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ນັບ​ແຕ່​ນັ້ນ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດກໍ່​ໄດ້ຮັບການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. 2 ປະ​ເທດ​ພວມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ປະຕິບັດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ໄລຍະ 2021-2025, ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາທີ່​ກອງ​ປະຊຸມ​ຄັ້ງ​ທີ 6 ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານເສດຖະກິດ, ວິທະຍາສາດ ​ແລະ ​ເຕັກ​ໂນ ຫວຽດນາມ - ມາ​ເລ​ເຊຍ (JCM 6, 15 ພະຈິກ 2021). .

​ໃນ​ການ​ພົວພັນ ​ຫວຽດນາມ - ​ມາ​ເລ​ເຊຍ, ການ​​ທູດປະ​ຊາ​ຊົນ​​ມີບົດ​ບາດ​ສຳຄັນ​ພິ​ເສດ ​ແລະ ຈະ​ນັບ​ມື້​ນັບ​ສຳຄັນ​ກວ່າ​ອີກ​ຍ້ອນ​ຕົວ​ຈິງຂອງ​ການ​ພົວພັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ການ​ຮ່ວມ​ມື​ຂອງ​ປະຊາຊົນ​ໃນ​ຂົງ​ເຂດ​ຄື: ​ແຮງ​ງານ, ການ​ສຶກສາ, ການທ່ອງທ່ຽວ... ​ລ້ວນ​ແຕ່​ບັນ​ລຸ​ໄດ້​ສັນຍານ​ທີ່​ດີ​ຫຼາຍ​ຢ່າງ​ໃນ​ຊຸມ​ປີຜ່ານມາ. ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​​ດ້ານ​ແຮງ​ງານ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2015 ​ແລະ ​ເນື້ອ​ໃນ​ຂອງ​ໂຄງການກະທຳ​ຜັນ​ຂະ​ຫຍາຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ 2021-2025 ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ. ​ແຕ່ລະ​ປີ, ມີ​ນັກ​ສຶກສາ​ຫວຽດນາມ​ຫຼາຍ​ຄົນ​ໄດ້​ຮັບ​ທຶນ​ສຶກສາ​ໄປ​ຮຽນ​ຢູ່​ມາ​ເລ​ເຊຍ, ການ​ແລກປ່ຽນ​ນັກ​ສຶກສາ​ກໍ່ມີ​ຫຼາຍ​ຂະແໜງວິຊາ​. ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ເມື່ອ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄປ​ທ່ຽວ​ມາ​ເລ​ເຊຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ກົງ​ກັນ​ຂ້າມ. ຕາມ​ສະຖິຕິ, ປີ 2022, ມາ​ເລ​ເຊຍ ​ນອນ​ໃນ 10 ຕະຫຼາດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ອາຊີ​ ມາທ່ຽວ​ຫວຽດນາມຫຼາຍ​ທີ່​ສຸດ…

​​ອາດເຫັນ​ໄດ້​ວ່າ, ການ​ພົວພັນ ​ຫວຽດນາມ - ມາ​ເລ​ເຊຍ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ​ເພື່ອ​ພັດທະນາ. ການ​ທູດ​​ປະຊາຊົນ​ຈະ​ສືບ​ຕໍ່​ເປັນກຳ​ລັງຫຼັກ​ແຫຼ່ງແນ​ໃສ່​ນຳ​ເອົາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ສອງ​ວັດທະນະ​ທຳ​ເຂົ້າ​ໃກ້​ເປົ້າ​ໝາຍ​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​.

ປີ 2023 ຈະ​ມີເຫດການ, ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ທີ່​ໂດດ​ເດັ່ນຫ​ຍັງແດ່, ​ຮຽນ​ທ່ານ?

ປີ 2023 ​ແມ່ນ​ປີ​ຄົບຮອບ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ຫວນ​ຄືນ​ຂະ​ບວນການ​ພັດທະນາ ​ແລະ ຖອດ​ຖອນບົດ​ຮຽນ​ປະສົບ​ການ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ອະນາຄົດ. ນີ້​ກໍ່​ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ສອງ​ຝ່າຍ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ ​ແລະ ລະ​ອຽດ​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ພິ​ເສດ​ແມ່ນ​ປະຊາຊົນ​ສອງ​ປະ​ເທດ.

ປະຈຸ​ບັນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ມາ​ເລ​ເຊຍ ພວມ​ສົມທົບ​ກັບ​ສະຖານທູດ​ມາ​ເລ​ເຊຍ ປະຈຳ​ ຫວຽດ​ນາມ, ສະຖານທູດ​ຫວຽດນາມ ປະຈຳ​ ມາ​ເລ​ເຊຍ ​ແລະ ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ​ເພື່ອ​ກໍ່ສ້າງ​ແຜນການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ, ຄາດ​ວ່າ​ຈະຈັດ​ຂຶ້ນ​ໃນ​ເດືອນ​ເມສາ​ປີ 2023. ນອກຈາກ​ນັ້ນ, ສະມາຄົມ​ຍັງ​ຈະ​ຈັດ​ຕັ້ງ​ການ​ໂຄສະນາ​ເຜີຍ​ແຜ່​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ 50 ປີ​ແຫ່ງ​ການ​ພົວພັນ​ຫວຽດນາມ - ມາ​ເລ​ເຊຍ; ຄົ້ນຄວ້າ ​ແລະ ສ້າງ​ແຜນການ​ຈັດ​ຕັ້ງການ​ແຮກ​ສ່ຽວ ​ລະຫວ່າງ​ແຂວງ/ນະຄອນ ຫວຽດນາມ ​ແລະ ​ແຂວງ/ນະຄອນຂອງ ມາ​ເລ​ເຊຍ; ຈັດ​ຄະນະ​ຜູ້​ແທນ​ໄປ​ມາ​ເລ​ເຊຍ ​ເພື່ອ​ແລກປ່ຽນ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ; ສົມທົບ​ກັບຂະແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ສົ່ງ​ເສີມ​ການ​ຄ້າ​ຢູ່ ຫວຽດນາມ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.