ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ

12:36 | 17/04/2023

ຍສໝ - ໃນວັນທີ 11 ເມສາ, ນັກສຶກສາລາວເກືອບ 200 ຄົນຈາກໂຮງຮຽນມິດຕະພາບ T78 ໄດ້ເຂົ້າຮ່ວມລາຍການ “ວັນແຫ່ງຄວາມສຸກ, ຄວາມເຂົ້າໃຈ ແລະ ຄວາມຮັກແພງ” ຢູ່ວັດ ຫງຽມຟູກ, ເມືອງຟູກເຖາະ, ຮ່າໂນ້ຍ.

ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ
ພໍ່ແມ່ຮັກຂອງນັກສຶກສາລາວ ເຊີງບໍ່ຮ່ວມສາຍເລືອດດຽວກັນ ແຕ່ຄືກັບເລືອດເນື້ອເຊື້ອໄຂດຽວກັນ ພໍ່ແມ່ຮັກຂອງນັກສຶກສາລາວ ເຊີງບໍ່ຮ່ວມສາຍເລືອດດຽວກັນ ແຕ່ຄືກັບເລືອດເນື້ອເຊື້ອໄຂດຽວກັນ
ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ

ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ

ໂດຍ​ເຂົ້າ​ຮ່ວມ​​ການບວດ​ຄັ້ງ​ນີ້, ມີ​ນັກ​ສຶກສາ 1.230 ຄົນ, ​ໃນ​ນັ້ນ​ມີ​ນັກ​ສຶກສາ​​ລາວ​ທີ່ຮຽນຢູ່ໂຮງຮຽນ T78 ຈຳນວນ 182 ຄົນ, ພະນັກງານ ​ແລະ ຄູ​ອາຈານ​ໂຮງຮຽນ T78 ຈຳນວນ 50 ຄົນ.

ການ​ບວດ​ໄດ້​ຈັດ​ຂຶ້ນ​ ໃນຈຸດເວລາ​ບຸນປີໃໝ່​ປະ​ເພ​ນີ​ຂອງ​ລາວ. ​ໃນ​ໂອກາດ​ນີ້, ປະຊາຊົນ​ລາວ​ ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ວັດ​ເພື່ອເສັ່ນໄຫວ້​ພະພຸດທະເຈົ້າ, ພາວະນາ, ຟັງພະສົງ​ສູດມົນ, ​ສົງພະ ​ແລະ ອວຍພອນ​ປີ​ໃໝ່​​ໃຫ້​ທຸກ​ຄົນ​ຈົ່ງ​ມີ​ຄວາມ​ຜາ​ສຸກ, ຄວາມ​ໂຊກດີ, ຄວາມ​ສົມບູນ​ພູນ​ສຸກ.

ກິດຈະກຳໄປບວດ “ວັນແຫ່ງຄວາມສຸກ, ຄວາມເຂົ້າໃຈ ແລະ ຄວາມຮັກແພງ” ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນະນຳ​ໃຫ້​ນັກ​ສຶກສາ​ລາວ​ຮູ້ຈັກ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ພຸດ​ຫວຽດນາມ, ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ສິນລະທຳ, ຄຸນສົມບັດ, ຄວາມ​ເປັນ​ມະນຸດ, ຮູ້ຈັກ​ການປະພຶດຕໍ່ກັບມະນຸດດ້ວຍກັນ​ຢ່າງ​ຖືກຕ້ອງ, ດຳ​ເນີນ​ຊີວິດ​ຢ່າງມີ​ຄວາມ​ໝາຍ....

ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ

ທ່ານອາຈານ​ນາງ ເຢື່ອງທິ​ແອງ​ດ່າວ, ຮອງ​ອຳ​ນວຍ​ການ​ໂຮງ​ຮຽນ T78 ມິດຕະພາບ ໄດ້​ແບ່ງ​ປັນ​ວ່າ: “​ພວກນ້ອງໄດ້​ຮັບ​ບວດຮຽນ​ຢູ່​ວັດ ​ພາຍ​ໃຕ້​ການ​ນຳພາ​ຂອງ​ຄູ​ອາ​ຈານ. ​ເຖິງ​ວ່າ​ເວລາ​ສັ້ນ​ພຽງ 1 ມື້ ​ກໍ​ສາມາດ​ປ່ຽນ​ຊີວິດ​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ. ນີ້​ແມ່ນ​ເວລາ​ທີ່​ພວກນ້ອງ​ຈະ​ຝຶກ​ຝົນ​ຕົນ​ເອງໃຫ້​ເຕີບໃຫຍ່. ພວກນ້ອງຕ້ອງເຄົາລົບນັບຖືສິ່ງທີ່ປະຕິບັດມື້ນີ້”.

“ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ທຸກ​ຍາກ, ພໍ່​ແມ່​ເຮັດ​ກະສິກຳ, ຂ້າພະ​ເຈົ້າ​ໄດ້​ຮັບ​ທຶນ​ການສຶກສາຂອງ​ຫວຽດນາມ ມາຮຽນຢູ່​ໂຮງຮຽນ T78 ມິດຕະພາບ, ​ແລ້ວ​ຮຽນ​ວິຊາ​ສັດຕະວະແພດ ​ຢູ່​ມະຫາວິທະຍາ​ໄລ​ກະ​ເສດ​ແຫ່ງ​ຊາດ ຫວຽດນາມ. ຂ້າພະ​ເຈົ້າ​ມັກ​ຫວຽດນາມ​ແທ້ໆ, ໃນການໄປບວດ​ນີ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ ໄດ້ເຂົ້າ​ໃຈ​ວັດທະນະ​ທຳ​ພຸດທະ​ສາສະໜາ​ຢູ່​ທີ່​ນີ້​ໄດ້​ດີ​ຂຶ້ນ,” ທ້າວສຸວັນ ວົງ​ໄຊ​ຍະ​ເວດ ມາຈາກ​ເມືອງ​ຊຳ​ເໜືອ, ​ແຂວງ​ຫົວພັນ ກ່າວ.

ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ
ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ
ຮ່າໂນ້ຍ: ນັກສຶກສາລາວເກືອບ 200 ຄົນ ໄດ້ບວດຂໍຄວາມສະຫງົບຢູ່ວັດ ຫງຽມຟູກ

ທ້າວ Sell (ເຮັດວຽກຢູ່ຫ້ອງການສະຫະພັນກຳມະບານແຂວງບໍລິຄຳໄຊ) ແບ່ງປັນວ້າ ຂ້າພະ​ເຈົ້າ​ມາຮຽນຢູ່ຫວຽດນາມ ຈື່ງຫາກໍຮູ້ວ່າມີການໄປບວດແບບນີ້. ເຖິງວ່າຂ້າພະ​ເຈົ້າ​ບໍ່ສາມາດເຂົ້າໃຈຄຳສອນຂອງພະອາຈານໄດ້ຢ່າງເຕັມທີ່, ແຕ່ເມື່ອໄປວັດເພື່ອເຂົ້າຮ່ວມການໄປບວດນີ້, ຂ້າພະ​ເຈົ້າຮູ້ສຶກມີຄວາມສະຫງົບ ແລະ ສະບາຍໃຈຫຼາຍ. ທ້າວ Sell ຍ້ອງອາຫານເຈຫວຽດນາມແຊບຫຼາຍ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.