ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.
ຫວ່າງແລ້ວນີ້, ທີ່ສູນການຄ້າ SAPA, ສ.ເຊັກ, ສະມາຄົມວັດທະນະທໍາສິລະປະຫວຽດນາມ ຢູ່ ສ.ເຊັກ ພາຍໃຕ້ການອຸປະຖໍາຂອງສະມາຄົມຊາວຫວຽດນາມ ປະຈໍາ ສ.ເຊັກ ໄດ້ຈັດຕັ້ງລາຍການສະແດງສິລະປະພິເສດເພື່ອສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10-10-1954/10-10-2021).
ຍສໝ - ວັນທີ 8 ຕຸລາ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດມອບເງິນບໍລິຈາກກວ່າ 3 ຕື້ດົ່ງເພື່ອ ໜູນຊ່ວຍການປ້ອງກັນ, ຄວບຄຸມໂລກລະບາດ ແລະກອງທຶນວັກຊີນໂຄວິດ -19 ໂດຍຜ່ານຄະນະກຳ ມະການສູນກາງແນວໂຮມປະເທດຊາດຫວຽດນາມ.
ປະເທດທີ່ໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ດ້ວຍຜູ້ເສຍຊີວິດ ກ່ວາ 733.000 ຄົນ ໃນຈຳນວນຜູ້ຕິດເຊື້ອກ່ວາ 45.1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ຍສໝ - Walter Monticelli ໄດ້ຖ່າຍບັນທຶກຊ່ວງເວລາທີ່ຜູ້ຍິງໃສ່ຊຸດອາພອນພື້ນເມືອງຢູ່ໃນເຂດກຳແພງເມືອງ ເຫວ້ ພວມຫຼີ້ນພິນສາຍດຽວໃນຄັ້ງທີ່ມາທ່ຽວຫວຽດນາມໃນຕົ້ນປີ 2020.
ເປົ້າໝາຍແຂກທ່ອງທ່ຽວໃນເປີດປະຕູຄັ້ງນີ້ ຢູ່ເກາຝູກວັກ ແມ່ນແຂກທ່ອງທ່ຽວສາກົນທີ່ມາຈາກຕະຫຼາດທີ່ມີຄວາມສາມາດບົ່ມຊ້ອມ, ມີຄວາມປອດໄພສູງກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບາງປະເທດເອີລົບ, ຕາເວັນອອກກາງ ຄື: ອາເມລິກາ, ສ.ເກົາຫຼີ, ອິນເດຍ, ຈີນ, ໄຕ້ຫວັນ (ຈີນ), ຮົ່ງກົງ (ຈີນ), ລັດເຊຍ, ອີຕາລີ, ອົດສະຕາລີ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຫາກໍ່ຈັດຕັ້ງການພົບປະປະຈຳປີ ກັບບັນດາສະມາຊິກທີ່ຕັ້ງໜ້າຂອງ ຄະນະກຳມະການໜູນຊ່ວຍ ທ່ານນາງ ເຈິ່ນໂຕງາ ໃນເຫດຮ້ອງຟ້ອງ ບັນດາບໍລິສັດ ເຄມີ ອາເມລິກາ ທີ່ໄດ້ຜະລິດ, ສະໜອງຢາຂ້າພຶດ ທີ່ມີທາດພິດສີສົ້ມ/ດີໂອຊິນ ໃຫ້ແກ່ ກອງທັບ ອາເມລິກາ ເພື່ອນຳໃຊ້ໃນສົງຄາມຢູ່ຫວຽດນາມ.
ຄະນະຈັດຕັ້ງສະໜາມກິລາ Sharjah (ສະຫະລັດອາຣັບເອມິເຣດ) ຫາກໍ່ປະກາດວ່າ ໃນການແຂ່ງຂັນບານເຕະຮອບຄັດເລືອກທີສາມ World Cup 2022 ພາກພື້ນອາຊີລະຫວ່າງທີມຊາດຫວຽດນາມ ກັບທີມຊາດຈີນ ໃນເວລາ 0:00 ຂອງວັນທີ 8 ຕຸລາ (ຕາມເວລາຫວຽດນາມ) ຈະບໍ່ມີຜູ້ມາຊົມ.
ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ພະອາຈານ ທິກມິງກວາງ, ຫົວໜ້າຄະນະປະສານງານພຸດທະສາສະໜາ ຫວຽດນາມ ໄດ້ມອບເຄື່ອງໃຊ້ທີ່ຈຳເປັນ ລວມມູນຄ່າ 25 ລ້ານກີບ ໃຫ້ແນວລາວສ້າງຊາດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນລາວບັນດາເຜົ່າ ທີ່ພວມໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19.
ຍສໝ - ວັນທີ 28 ກັນຍາ, ສະຖານທູດຫວຽດນາມປະຈຳລາຊະອານາຈັກອັງກິດໄດ້ສົມທົບກັບອຳນາດການປົກຄອງເທດສະບານ Newhaven (ເມືອງ Lewes, ເຂດ Sussex, ທາງພາກໃຕ້ ປະເທດອັງກິດ ) ໄດ້ຈັດຕັ້ງເຫດການ “ພົບປະກັບຫວຽດນາມຢູ່ Newhaven”
ຍສໝ - ການແຂ່ງຂັນກອັຟຊິງ “ຂັນເອກອັກຄະລັດຖະທູດ ຫວຽດນາມ 2021” ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ, ທີ່ສະໜາມ ກອຟ Hulencourt, ປະເທດແບນຊິກ. ຈຸດປະສົງຂອງການແຂ່ງຂັນ ກອັຟ ຄັ້ງນີ້ ແມ່ນເພື່ອລະດົມເງິນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ນະຄອນໂຮ້ຍອານ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ຢັ້ງຢືນວ່າ ລັດຖະບານ ໄທ ຈະສືບຕໍ່ສັກວັກຊິນໃນວົງກ້ວາງໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນ ມີຊາວຫວຽດນາມນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ໄທ.
ຍສໝ - ໃນອາຍຸການທີສອງ (2021-2023), AVF ໄດ້ ສຸມໃສ່ເຂົ້າໃນບັນດາກິດຈະກໍາເພື່ອສ້າງຊຸມຊົນທີ່ເຂັ້ມແຂງ ແລະ ມີຄວາມສາມັກຄີ.
ຍສໝ - ສະມາຄົມຊາວຫວຽດນາມຢູ່ ຮົງກາລີ ໄດ້ມອບອຸປະກອນການແພດເກືອບ 12,5 ໂຕນ ທີ່ມີມູນຄ່າ 380.000 ໂດລາສະຫະລັດ ໃຫ້ສະຖານທູດຫວຽດນາມ ເພື່ອສະໜັບສະໜູນບ້ານເກີດເມືອງນອນ ໃນການຕ້ານກັບການລະບາດຂອງພະຍາດໂຄວິດ -19.
ຍສໝ - ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ຫາກໍ່ມີສານຂໍ້ຄວາມ ກ່ຽວກັບງານບຸນໄຫວ້ພະຈັນປີ 2021 ດ້ວຍຫຼາຍພາສາ, ໃນນັ້ນມີສະບັບພາສາຫວຽດນາມ.
ຍສໝ - ເຂົ້າຮ່ວມລາຍການວັນບຸນໄຫວ້ພະຈັນປີນີ້ ນອກຈາກພະນັກງານ, ພາລະກອນສະຖານກົງສູນໃຫຍ່ແລ້ວ ກໍ່ຍັງມີຜູ້ຕາງໜ້າສະມາຄົມຂະແມ - ຫວຽດນາມຂັ້ນແຂວງ, ບໍລິສັດ Metfone (Viettel Cambodia) ແລະ ຜູ້ໃຈບຸນໃຈກຸສົນຢູ່ແຂວງ Preah Sihanouk.
ຍສໝ - ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງເບີລິນ, ສະມາຄົມນັກຮົບເກົ່າຫວຽດນາມ (CCB) ຢູ່ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວອາຍຸການ 2018-2020 ພ້ອມທັງປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມຕື່ມອີກ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມັກຄີໃນປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ.
ຍສໝ - ສະຖານທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນກວ່າ 100 ພູດ ໃຫ້ແກ່ບັນດາຄອບຄົວຊາວຈຳຫວຽດນາມຢູ່ Teluk Intan ໃນລັດ Perak.
ຍສໝ - ຕະຫຼອດໄລຍະທີ່ຜ່ານມາ, ການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ ແລະ ການດໍາເນີນທຸລະກິດຂອງປະຊາຊົນຫວຽດນາມ ຢູ່ໃນສາທາລະນະລັດເຊັກ, ແຕ່ປະຊາຄົມຊາວຫວຽດນາມໄດ້ສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນເຊັກ ເພື່ອເອົາຊະນະໂລກລະບາດນີ້, ມານະພະຍາຍາມເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນຢ່າງເລິກເຊິ່ງກວ້າງຂວາງ ກໍ່ຄືຕິດພັນກັນກັບບ້ານເກີດເມືອງນອນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ.
ຍສໝ - ໂດຍປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຫວຽດນາມ - ຍີ່ປຸ່ນ (VJEPA), ແຕ່ປີ 2012 ມາຮອດປະຈຸບັນ, ພະຍາບານ ແລະ ຜູ້ຊ່ວຍຄົນເຈັບຂອງຫວຽດນາມ 1.900 ຄົນໄດ້ຮັບການຄັດເລືອກ, ບຳລຸງສ້າງ ແລະ ສົ່ງໄປເຮັດວຽກຢູ່ຍີ່ປຸ່ນ...
ຍສໝ - ບັນດາການລົງພຶດຕິກຳຕົວຈິງ ຢູ່ເຂດໝູ່ເກາະແມ່ນກຳລັງໃຈເພື່ອປະຊາຄົມຊາວຫວຽດນາມ ອາໄສຢູ່ໄກບ້ານເກີດເມືອງນອນ ກໍ່ມີບັນດາການກະທຳຢ່າງລະອຽດ ເພື່ອປະກອບສ່ວນເຂົ້າໃນການຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.
ຕອນບ່າຍວັນທີ 18 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ກູບາ.
ຍສໝ - ມາຮອດປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ສົ່ງເງິນກວ່າ 60 ຕື້ດົ່ງ ພ້ອມກັບອຸປະກອນການແພດ ແລະ ຜະລິດຕະພັນຫຼາຍຢ່າງ ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດພາຍໃນປະເທດ.
ຍສໝ - ກອງທຶນແຫ່ງຄວາມເມດຕາ ຊຸດເສື້ອຍາວພັນລະຍາ ເອີລົບ ໄດ້ຕັ້ງໜ້າຮຽກຮ້ອງການປະກອບສ່ວນຂອງບັນດາຊາວຫວຽດນາມພວມອາໄສ ແລະ ເຮັດວຽກຢູ່ ເອີລົບ ສະໜັບສະໜູນບັນດາແພດໝໍ ທີ່ພວມຕໍ່ສູ້ເພື່ອກູ້ເອົາຊີວິດຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງເວັນ ແລະ ຄືນ ຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ.
ຍສໝ - ສະຖານທູດຫວຽດນາມ ປະຈຳ ໂຮນລັງຫາກໍ່ຈັດຕັ້ງພິທີໄຂສົກຮຽນສອນພາສາຫວຽດ ປີ 2021 ໃຫ້ແກ່ລູກຫຼານຊາວຫຽດນາມ ອາໄສຢູ່ໂຮນລັງ ແລະ ບັນດາເຂີຍຊາວໂຮນລັງຢູ່ສະຖານທູດ
ຍສໝ - ຫວ່າງແລ້ວນີ້, ກອງປະຊຸມສ້າງຕັ້ງສະຫະພັນສະມາຄົມຊາວໜຸ່ມນັກສຶກສາຫວຽດນາມຢູ່ເອີຣົບ ໄດ້ຈັດຂຶ້ນໃນຮູບແບບທາງອອນໄລ ແລະ ໂດຍກົງ ດ້ວຍການສະໜັບສະໜູນຂອງຄະນະກຳມະການແຫ່ງລັດ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ຫ້ອງການຜູ້ຕາງໜ້າ ຊາວຫວຽດນາມຢູ່ເອີຣົບ, ທີ່ສະຖານທູດຫວຽດນາມ ປະຈຳບຣຸກແຊນ (ແບນຊິກ).
ຍສໝ - ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກໂກ, ໄທຊວນຢຸງ ແລະພະນັກງານສະຖານທູດຫາກໍ່ເຂົ້າຮ່ວມງານບຸນ ຈັກກະວານແຫ່ງສີ 2021 ແລະພົບປະກັບປະຊາຄົມຊາວຫວຽດນາມຢູ່ແຂວງ Ústecký (ສາທາລະນະລັດເຊັກໂກ).
ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ແບບທາງໄກ ໃນຕອນເຊົ້າວັນທີ 15 ກັນຍາ.
ຍສໝ - ວັນທີ 12 ກັນຍາ, ຢູ່ນະຄອນຫຼວງເຊີອູນ, ສະມາຄົມນັກສຶກສາຫວຽດນາມ ຢູ່ສ.ເກົາຫຼີ (VSAK) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 8 ດ້ວຍຮູບການ ອອນລາຍ ແລະ ໂດຍກົງ.
ຍສໝ - ຫວ່າງແລ້ວນີີ້, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດ ໄດ້ຈັດພິທີຮັບເຄື່ອງກວດວິເຄາະໄວ ໂຄວິດ -19 ຈຳນວນ 26.000 ຊຸດທີ່ບໍລິຈາກໂດຍຄອບຄົວຂອງທ່ານ ເຈີນດັ່ງຄ່ວາ (ຊາວຫວຽດນາມຢູ່ປະເທດເຢຍລະມັນ) ມອບໃຫ້ພະນັກງານກະຊວງການຕ່າງປະເທດ.