ເພີ່ມ​ທະ​ວີ​ການ​ລະ​ດົມ​ໃຈ, ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ທ່າ​ນນ​າ​ງ ເຈິ່​ນ​ໂຕ​ງາ

16:30 | 06/10/2021

ຍ​ສໝ - ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ຫາ​ກໍ່​ຈັດ​ຕັ້ງ​ການ​ພົບ​ປະ​ປະ​ຈຳ​ປີ ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ ຄະ​ນະ​ກຳ​ມະ​ການ​ໜູນ​ຊ່ວຍ ທ່ານ​ນາງ ເຈິ່ນ​ໂຕ​ງາ ໃນ​ເຫດ​ຮ້ອງ​ຟ້ອງ ບັນ​ດາ​ບໍ​ລິ​ສັດ ເຄ​ມີ ອາ​ເມ​ລິ​ກາ ທີ່ໄດ້​ຜະ​ລິດ, ສະ​ໜອງຢາ​ຂ້າ​ພຶດ ທີ່​ມີ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ໃຫ້​ແກ່ ກອງ​ທັບ ອາ​ເມ​ລິ​ກາ ເພື່ອ​ນຳ​ໃຊ້​ໃນ​ສົງຄາມ​ຢູ່​ຫວຽດ​ນາມ.

Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ
ທ່ານ​ນາງ ​ເຈິ່ນ​ໂຕ​ງາ: ຈົ່ງມາ​ນະ​ກ້າ​ແກ່ນ​ກ້າວ​ເດີນຕໍ່​ໄປ​ພ້ອມ​ກັບ​ຄວາມ​ຍຸ​ຕິ​ທຳ ທ່ານ​ນາງ ​ເຈິ່ນ​ໂຕ​ງາ: ຈົ່ງມາ​ນະ​ກ້າ​ແກ່ນ​ກ້າວ​ເດີນຕໍ່​ໄປ​ພ້ອມ​ກັບ​ຄວາມ​ຍຸ​ຕິ​ທຳ
ເພີ່ມ​ທະ​ວີ​ການ​ລະ​ດົມ​ໃຈ, ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ທ່າ​ນນ​າ​ງ ເຈິ່​ນ​ໂຕ​ງາ
​ການ​ພົບ​ປະ​ປະ​ຈຳ​ປີ ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ ຄະ​ນະ​ກຳ​ມະ​ການ​ໜູນ​ຊ່ວຍ ທ່ານ​ນາງ ເຈິ່ນ​ໂຕ​ງາ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ຫາ​ກໍ່​ຈັດ​ຕັ້ງ​ການ​ພົບ​ປະ​ປະ​ຈຳ​ປີ ກັບ​ບັນ​ດາ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ ຄະ​ນະ​ກຳ​ມະ​ການ​ໜູນ​ຊ່ວຍ ທ່ານ​ນາງ ເຈິ່ນ​ໂຕ​ງາ ໃນ​ເຫດ​ຮ້ອງ​ຟ້ອງ ບັນ​ດາ​ບໍ​ລິ​ສັດ ເຄ​ມີ ອາ​ເມ​ລິ​ກາ ທີ່ໄດ້​ຜະ​ລິດ, ສະ​ໜອງຢາ​ຂ້າ​ພຶດ ທີ່​ມີ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ໃຫ້​ແກ່ ກອງ​ທັບ ອາ​ເມ​ລິ​ກາ ເພື່ອ​ນຳ​ໃຊ້​ໃນ​ສົງຄາມ​ຢູ່​ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳຝ​ລັ່ງ ດິງ​ຕວານ​ທັງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ໜູນ​ຊ່ວຍ. ຜ່ານຫຼາຍ​ຮູບ​ແບບ​ການ​ຂົນ​ຂວາຍ, ຄະ​ນະ​ກຳ​ມະ​ການ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້ຫາງ​ສຽງ​ຝ​ລັ່ງ ເຂົ້າ​ໃຈ​ຫຼາຍ​ກ່​ວາ​ອີກ ກ່ຽວ​ກັບ​ສົງ​ຄາມ​ຢູ່ ຫວຽດ​ນາມ ແລະ ບັນ​ດາ​ຜົນ​ຮ້າຍ​ຕາມຫຼັງ​ທີ່​ຮ້າຍ​ແຮງ​ໂດຍ​​ທາດ​ພິດ​ສີ​ສົ້ມ ດີ​ໂອ​ຊິນ​ກໍ່​ຂຶ້ນ​ມາ​ຮອດ​ປັດ​ຈຸ​ບັນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ເພື່ອນ​ໜຸ່ມທີ່​ໄດ້​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ໃນ​ຄະ​ນະ​ກຳ​ມະ​ການ, ດ້ວຍ​ຈິດ​ໃຈອຸ​ທິດ​ສ່ວນ​ຕົນ​ເອງ ເພື່ອຄວາມຊອບ​ທຳ ໄດ້​ສ້າງ​ກຳ​ລັງ​ໜູນໃຫ້​ແກ່​ຂະ​ບວນ​ການປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຝ​ລັ່ງ ເວົ້າ​ລວມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ການ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ​ງາ ​ເວົ້າ​ສະ​ເພາະ.

ຄະ​ນະ​ກຳ​ມະ​ການ​ໜູນ​ຊ່ວຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 2017 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຫຼາຍ​ອົງ​ການ, ສະ​ມາ​ຄົມ, ສ່ວນ​ບຸກ​ຄົນ​ຊາວ​ຝ​ລັ່ງ ແລະ ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ, ເພື່ອ​ແນ​ໃສ່​ລະ​ດົມ​ການ​ສະ​ໜັບ​ສະ​ໜູນ​ຂອງທຸກ​ຊັ້ນ​ຄົນ​ໃນ​ສັງ​ຄົມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ພັກ​ການ​ເມືອງ ແລະ ສ່ວນ​ບຸກ​ຄົນ ຕໍ່​ເຫດ​ການດັ່ງກ່າວ​ຂອງ​ທ່ານ​ນາງ ເຈິ່ນ​ໂຕ​ງາ.

ຄະ​ນະ​ກຳ​ມະ​ການ​ໄດ້​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທີ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລ​ະ​ປິນ, ຜູ້​ທີ່​ມີ​ຊື່​ສຽງຫຼາຍ​ຄົນ, ໃນ​ນັ້ນ ​ມີ​ໂຄງ​ການ “36 ຊົ່ວ​ໂມງ” ປີ 2020 ໄດ້​ດຶງ​ດູດ​ລາຍ​ເຊັນ​ຂອງຜູ້​ສະ​ໜັບ​ສະ​ໜູນ 7.700 ຄົນ, ໂຄງ​ການ​ໄດ້​ຖ່າຍ​ທອດ​ສົດ​ໃນ Facebook ເຊິ່ງ​ມີຜູ້​ຊົມກວ່າ 160.000 ຄົນ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.